Monday, September 23, 2024
Homeຂ່າວຕ່າງປະເທດອິນເດຍ ຈະລື່ນກາຍ ສປ ຈີນ ເປັນປະເທດມີປະຊາກອນຫລາຍທີ່ສຸດໃນໂລກ

ອິນເດຍ ຈະລື່ນກາຍ ສປ ຈີນ ເປັນປະເທດມີປະຊາກອນຫລາຍທີ່ສຸດໃນໂລກ

ສຳນັກງານເສດຖະກິດ ​ແລະ ສັງຄົມ​ຂອງສະຫະ​ປະຊາ​ຊາດ (ສປຊ) ລາຍ​ງານ​ ​ໃນ​ວັນ​ທີ 25 ​ເມສາ​ນີ້ວ່າ: ຈຳນວນ​ປະຊາກອນ ຂອງ​ອິນ​ເດຍ ຈະ​ລື່ນ​ກາຍ ສປ ຈີນ ເປັນປະ​ເທດທີ່​ມີ​ປະຊາກອນ​ຫລາຍ​ທີ່​ສຸດ​ໃນ​ໂລກ ​ໃນ​ເດືອນ​ເມສາ​ນີ້ ​ໂດຍຈະ​ມີ​ປະຊາກອນ ​ເກືອບ 1.430 ລ້ານ​ຄົນ ​ເນື່ອງ​ຈາກ ​ປະຊາກອນ​ ສປ ຈີນ ​ເລີ່​ມຫລຸດ​ລົງ ຫລັງ​ຈາກ ​ເພີ່ມ​ຂຶ້ນ ​ໃນ​ລະດັບ 1.426 ລ້ານຄົນ ​ເມື່ອ​ປີ​ກາຍ​ນີ້. ຂະນະທີ່ ສປຊ ຄາດການ​ວ່າ: ຈຳນວນ​ ປະຊາກອນ​ ສປ ຈີນ ຈະ​ຫລຸດ​ລົງຕໍ່​ເນື່ອງ​ໄປ​ຢູ່ປະມານ 1.000 ລ້ານ​ຄົນ ພາຍ​ໃນ​ ທ້າຍ​ສະຕະວັດ​ນີ້.

ຫລັງ​ຈາກ ສປ ຈີນ ຢືນ​ຢູ່​ແຖວ​ໜ້າ ​ປະ​ເທດ ທີ່​ມີ​ປະຊາກອນ ​ຫລາຍ​ທີ່​ສຸດ​ໃນ​ໂລກ ​ເປັນ​ໄລຍະ​ເວລາ​ ຍາວ​ນານ​ ມາ​ແລ້ວ. ສຳລັບ​ປະຊາກອນ​ ສປ ຈີນ​ ຫລຸດ​ລົງນັ້ນ ຍ້ອນ​ອັດຕາການ​ເກີດຫລຸດ​ລົງຈາກ​ຫລາຍປັດ​ໄຈ ສຳຄັນ ​ໂດຍ​ສະ​ເພາະເລື່ອງ​ຄ່າ​ຄອງ​ຊີບ​ທີ່​ສູງ​ຂຶ້ນ, ຈຳນວນ​ແມ່ຍິງ ທີ່​ຫັນ​ໄປ​ເຂົ້າສູ່​ການ​ເຮັດ​ວຽກ​ຫລາຍ​ຂຶ້ນ ​ແລະ ຕ້ອງ​ມີ​ການ​ສຶກສາ​ສູງ​ຂຶ້ນ. ຂະນະ​ທີ່ ປະຊາກອນ​ ອິນ​ເດຍ ຈະມີ​ທ່າ​ອ່ຽງເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​​ໃນ​ຫລາຍ​ປີຕໍ່ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments