Sunday, September 22, 2024
Homeຂ່າວພາຍໃນແຂວງອັດຕະປື ສຸມໃສ່ແກ້ໄຂບັນຫາຢາເສບຕິດ 3 ເດືອນຕົ້ນປີ ທັບມ້າງຄະດີໄດ້ 28 ເລື່ອງ

ແຂວງອັດຕະປື ສຸມໃສ່ແກ້ໄຂບັນຫາຢາເສບຕິດ 3 ເດືອນຕົ້ນປີ ທັບມ້າງຄະດີໄດ້ 28 ເລື່ອງ

ອີງຕາມການລາຍງານຂອງ ພົນຈັດຕະວາ ສີເວີນ ແກ້ວສີວົງສາ ກໍາມະການພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໄໝທີ XI ເມື່ອວັນທີ 24 ເມສາ 2023 ໃຫ້ຮູ້ວ່າ: ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດຕາມວຽກຈຸດສຸມ, ຜ່ານການເຄື່ອນໄຫວຕົວຈິງ ໄລຍະ 3 ເດືອນຕົ້ນປີ 2023 ນີ້ ໄດ້ທັບມ້າງລາຍຄະດີຢາເສບຕິດໄດ້ທັງໝົດ 28 ເລື່ອງ, ຈັບຜູ້ຖືກຫາໄດ້ 45 ຄົນ, ຍິງ 9 ຄົນ, ຢຶດຂອງກາງຢາບ້າໄດ້ 12.645 ເມັດ, ເງີນກີບ 6 ລ້ານກວ່າກີບ, ໂທລະສັບ 25 ໜ່ວຍ, ລົດຈັກ 7 ຄັນ, ລົດໃຫຍ່ 1 ຄັນ ແລະ ອື່ນໆ.

ໃນຂະນະດຽວ ກັນໄລຍະທີ່ຜ່ານມາໄດ້ຂື້ນບັນຊີ້ເປົ້າໝາຍຄ້າຂາຍຢາເສບຕິດໃນທົ່ວແຂວງໄດ້ທັງໝົດ 666 ຄົນ, ຍິງ 93 ຄົນ, ທັບມ້າງໄດ້ 252 ຄົນ, ຍິງ 50 ຄົນ, ເປົ້າໝາຍເອົາຕົວລົບໜີອອກຈາກພື້ນທີ່ 26 ຄົນ, ຍິງ 1 ຄົນ, ຍັງເຫຼືອຕົວຈິງ 388 ຄົນ, ຍິງ 42 ຄົນ, ສ່ວນບັນຊີເປົ້າໝາຍການເສບຢາໃນທົ່ວແຂວງ ມີທັງໝົດ 1.329 ຄົນ, ຍິງ 73 ຄົນ, ໄດ້ສຶກສາອົບຮົມແລ້ວ 295 ຄົນ, ຍິງ 22 ຄົນ, ເອົາໄປບໍາບັດປິ່ນປົວ 61 ຄົນ, ຍັງຄ້າງ 973 ຄົນ, ຍິງ 51 ຄົນ.

ພົນຈັດຕະວາ ສີເວີນ ແກ້ວສີວົງສາ ກໍາມະການພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ໄລຍະ 3 ເດືອນຜ່ານມາ ທາງກອງບັນຊາການປ້ອງກັນຄວາມສະຫງົບຂອງແຂວງ ຍັງໄດ້ຖືເອົາວຽກງານໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ເປັນວຽກສໍາຄັນ, ໂດຍໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຈາກຢາເສບຕິດຢູ່ບັນດາສະຖາບັນການສຶກສາ, ກຸ່ມບ້ານ ລວມ 20 ຄັ້ງ, ມີຜູ້ເຂົ້າ ຮ່ວມຮັບຟັງທັງໝົດ 2.904 ຄົນ, ຍິງ 1.496 ຄົນ, ໄດ້ສ້າງແຜນເຄື່ອນໄຫວລົງຊຸກຍູ້, ເຊື່ອມຊຶມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ຄະນະພັກ-ຄະນະນໍາບັນດາພະແນກການອ້ອມຂ້າງ ແຂວງ,ເມືອງ,ບ້ານ,ບັນດາພະແນກການ,ຫ້ອງການທີ່ກ່ຽວຂ້ອງ,ເພື່ອເຮັດໜ້າທີ່ພາລະບົດບາດ ຈັດຕັ້ງປະຕິບັດໄປຕາມການແບ່ງປັນຄວາມຮັບຜິດຊອບທີ່ໄດ້ກໍານົດໃນວາລະແຫ່ງຊາດ .

ຂ່າວ: ນັກຂ່າວແຂວງອັດຕະປື

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments