Sunday, September 22, 2024
Homeຂ່າວໜ້າໜຶ່ງທູດລາວປະຈຳຫວຽດນາມຮ່ວມງານພົບປະອວຍພອນປີໃໝ່ຂອງບັນດາປະເທດອາຊີ ປີ 2023

ທູດລາວປະຈຳຫວຽດນາມຮ່ວມງານພົບປະອວຍພອນປີໃໝ່ຂອງບັນດາປະເທດອາຊີ ປີ 2023

ຕອນຄ່ຳຂອງວັນທີ່ 21 ເມສາ 2023, ທີ່ ເຮືອນຮັບແຂກລັດຖະບານ, ນະຄອນ ຫຼວງຮ່າໂນ້ຍ ສະມາຄົມບັນດາອົງການມິດຕະພາບນະຄອນຫຼວງຮ່າໂນ້ຍໄດ້ສົມທົບກັບ 7 ສະຖານທູດ: ອິນເດຍ, ບັງກາລາເດດ, ກຳປູເຈຍ, ລາວ, ມຽມມາ, ສີລັງກາ ແລະ ໄທຈັດງານພົບປະອວຍ ພອນປີໃໝ່ຂອງບາງປະເທດໃນອາຊີ. ໂດຍມີຕາງໜ້າສະຖານທູດ 18 ປະເທດເຂົ້າຮ່ວມ.

ສະຖານທູດນຳໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍການນຳ ແລະ ພະນັກງານສະຖານທູດຈຳນວນໜຶ່ງ, ນັກສຶກສາລາວທີ່ກຳລັງສຶກສາຢູ່ ສສ ຫວຽດນາມ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ ແລະ ມ່ວນຊື່ນ.

ໃນໂອກາດການເຂົ້າຮ່ວມງານຄັ້ງນີ້, ສະຫາຍແສງເພັດ ຮຸ່ງບຸນຍວງ ໄດ້ຕາງໜ້າໃຫ້ບັນດາສະຖານທູດທີ່ມີບຸນປະເພນີປະຈຳຊາດ (ບຸນປີໃໝ່ລາວ) ຄ້າຍຄືກັນ ຂຶ້ນກ່າວຄຳເຫັນ, ຊຶ່ງສະຫາຍໄດ້ສະແດງຄວາມພູມໃຈທີ່ໄດ້ຮ່ວມງານບຸນປີໃໝ່ປະເພນີຂອງບາງປະເທດໃນອາຊີທາງສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຫຼວງຮ່າໂນ້ຍລິ ເລີ່ມ ແລະ ເປັນເຈົ້າພາບຮ່ວມໃນການຈັດງານໃນຄັ້ງນີ້ການຈັດບຸນປີໃໝ່ປະເພນີຂອງບາງປະເທດອາຊີໃນຄັ້ງນີ້ເປັນການສະແດງໃຫ້ເຫັນເຖີງຄວາມນັບຖືຮີດຄອງປະເພນີຂອງບາງປະເທດທີ່ມີບຸນປີໃໝ່ນີ້ທັງເປັນການເປີດໂອກາດໃຫ້ມີການແລກປ່ຽນວັດທະນະທຳນຳກັນຂອງບັນດາແຂກທີ່ເຂົ້າຮ່ວມງານ ແລະ ສະແດງໃຫ້ເຫັນເຖີງຄວາມສາມັກຄີ ແລະ ເສີມສ້າງສາຍພົວພັນຮ່ວມມືກັບບັນດາປະເທດທີ່ມີບຸນປີໃໝ່ນີ້ຂອງນະຄອນ ຫຼວງຮ່າໂນ້ຍໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

ງານພົບປະອວຍພອນປີໃໝ່ໄດ້ມີພິທີສົ່ງພະ, ບາສີສູ່ຂວັນ, ບຸນໂຮລີ ແລະ ໄດ້ມີການສະແດງສີລະປະຈາກນະຄອນ ຫຼວງຮ່າໂນ້ຍ ແລະ ບັນດາສະຖານທູດທີ່ເຂົ້າຮ່ວມອີກດ້ວຍ.

ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ ສສ ຫວຽດນາມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments