Sunday, September 22, 2024
Homeຂ່າວກິລາເເລ່ນທວນໄຟສະຫນັບສະຫນູນງານມະຫາກໍາກິລາຊີເກມຄັ້ງທີ 32 ເເລະ ອາຊຽນພາລາເກມຄັ້ງທີ 12

ເເລ່ນທວນໄຟສະຫນັບສະຫນູນງານມະຫາກໍາກິລາຊີເກມຄັ້ງທີ 32 ເເລະ ອາຊຽນພາລາເກມຄັ້ງທີ 12

ພິທີເເລ່ນທວນໄຟສະຫນັບສະຫນູນງານມະຫາກໍາກິລາຊີເກມຄັ້ງທີ 32 ເເລະ ອາຊຽນພາລາເກມຄັ້ງທີ 12 ທີ່ຣາຊາອານາຈັກກໍາປູເຈຍຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 5 ຫາ 17 ພຶດສະພາ 2023, ໂດຍພິທີແລ່ນທວນໄຟໄດ້ຈັດຂື້ນ ໃນຕອນເຊົ້າ ວັນທີ 25 ເມສາ 2023 ຢູ່ສະຖານເອກອັກຄະຣາຊາທູດ ຣາຊະອານາຈັກກໍາປູເຈຍ ປະຈໍາລາວ, ນະຄອນຫລວງວຽງຈັນ.

ເຊິ່ງມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ຮອງປະທານຄະນະກໍາມະການໂອເເລມປິກເເຫ່ງຊາດລາວ, ທ່ານ ນາງ ຂັນທະລີ ສີລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ເເລະ ກິລາ ຮອງປະທານຄະນະກໍາມະການໂອເເລມປິກ ທັງເປັນປະທານຄະນະກໍາມະການກິລາຄົນພິການເເຫ່ງຊາດລາວ, ທ່ານ ຮໍຊາຣູນ ລັດຖະມົນຕີກະຊວງທ່ອງທ່ຽວ ທັງເປັນທູດພິເສດງານມະຫາກໍາກິລາຊີເກມຄັ້ງທີ 32 ຂອງກໍາປູເຈຍ, ມີເອກອັກຄະຣາຊາທູດເເຫ່ງຣາຊາອາຈັກ ກໍາປູເຈຍປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.

ໃນພິທີ ບັນດາຄະນະປະທານໄດ້ຜັດປ່ຽນກັນມີຄໍາເຫັນກ່ຽວກັບຄວາມຫມາຍຄວາມສໍາຄັນ ລວມເຖີງຈຸດປະສົງຂອງການຂອງການຈັດພິທີຄັ້ງນີ້ ໃນນີ້ສະເພາະທ່ານນາງຂັນທະລີ ສີລິພົງພັນ ຮອງລັດຖະ ມົນຕີກະຊວງ ສຶກສາທິການເເລະກິລາ ຮອງປະທານຄະນະກໍາມະການໂອເເລມປິກ ທັງເປັນປະທານຄະນະກໍາມະການກິລາຄົນພິການເເຫ່ງຊາດລາວມີຄໍາເຫັນວ່າ :

” ການຈັດພິທີເເລ່ນທວນໄຟຄັ້ງນີ້ ຖືເປັນການສະຫນັບສະຫນູນຢ່າງເເຂງເເຮງຈາກລັດຖະບານລາວ ໃນການເປັນເຈົ້າພາບງານມະຫາກໍາກິລາຊີເກມຄັ້ງທີ 32 ເເລະ ອາຊຽນພາຣາເກມຄັ້ງທີ 12 ຂອງຣາຊາອານາຈັກກໍາປູເຈຍ ໃນຖານະເປັນປະເທດສະມາຊິກອາຊຽນ ກໍ່ຄືເປັນສະມາຊິກຂອງຄະນະກໍາມະການກິລາອາຊຽນ ໄລຍະຜ່ານມາ ກໍ່ຄືປັດຈຸບັນລາວເຮົາໄດ້ປະຕິບັດຕາມພັນທະກໍ່ຄືກະຕິກາຂອງຄະນະກໍາມະການກິລາອາຊຽນວາງອອກຢ່າງເຂັ້ມງວດ ເເລະ ໄດ້ສົ່ງຄະນະນໍາຄູຝືກ ເເລະ ນັກກິລາເຂົ້າຮ່ວມການເເຂ່ງຂັນກິລາຊີເກມທີ່ຫລາຍໆປະເທດຜັດປ່ຽນກັນເປັນເຈົ້າພາບທຸກໆ 2 ປີ “

ສໍາລັບການເເລ່ນທວນໄຟສະຫນັບສະຫນູນງານມະຫາກໍາກິລາຊີເກມຄັ້ງທີ 32 ເເລະ ອາຊຽນພາລາເກມຄັ້ງທີ 12 ໃນຄັ້ງນີ້ ໄດ້ກໍານົດຈຸດນັກກິລາແລ່ນ 6 ຈຸດ ສຳລັບຈຸດທີ 1 ເລີ່ມຕົ້ນຈາກສະຖານທູດກໍາປູເຈຍ ຫາ ສານປະຊາຊົນສູງສຸດ ຫາ ວັດສີເມືອງ ໄລຍະທາງ 1.000 ແມັດ, ຈຸດທີ 2 ຈາກວັດສີເມືອງ ຫາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄລຍະທາງ 1.200 ແມັດ, ຈຸດທີ 3 ກະຊວງເຕັກໂນໂລຊີ ແລະ ການສື່ສານ ຫາ ກະຊວງກະສິກຳ ແລະ ປ່າໄມ້ ໄລຍະທາງ 1.000 ແມັດ, ຈຸດທີ 4 ກະຊວງກະສິກຳ ແລະ ປ່າໄມ້ ຫາ ທະນາຄານອິນໂດຈີນ ໄລຍະທາງ 1.000 ແມັດ, ຈຸດທີ 5 ຈາກທະນາຄານອິນໂດຈີນ ຫາປະຕູໂຂງທາດຫຼວງ ໄລຍະທາງ 1.000 ແມັດ ແລະ ຈຸດທີ 6 ຈາກປະຕູໂຂງທາດຫຼວງ ຫາ ຕໍ່ໜ້າພະທາດຫຼວງ ໄລຍະທາງ 300 ແມັດ

ເຊີ່ງປະເທດລາວເເມ່ນປະເທດສຸດທ້າຍຂອງການເເລ່ນທວນໄຟ ຖັດຈາກ ຫວຽດນາມ, ຟີລີບປີນ, ອີນໂດເນເຊຍ, ຕີມໍເລສເຕ, ມາເລເຊຍ, ສິງກະໂປ, ໄທ ເເລະ ມຽນມາ ຫລັງຈາກນັ້ນທວນໄຟດັ່ງກ່າວຈະຖືກນໍາສົ່ງກັບຄືນປະເທດກໍາປະເຈຍ ຜ່ານດ່ານສາກົນຫນອງນົກຂຽນ ຊາຍເເດນຕິດຈອດກັບເເຂວງຈໍາປາສັກ.

ຂ່າວ : ເດດອາລຸນ

ພາບ : ພູເງິນ

#ຂ່າວ#ວສລ#lnr#laonationalradio#ວິທະຍຸກະຈາຍສຽງແຫ່ງຊາດລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments