Saturday, September 21, 2024
Homeຂ່າວພາຍໃນຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ

ຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ

ໃນວັນທີ 24 ເມສາ 2023, ຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ນໍາໂດຍ ພົນຈັດຕະວາ ຫງວຽນ ກວັກ ຮຸ່ງ ຫົວໜ້າກົມຕໍາຫຼວດຄຸ້ມຄອງບໍລິຫານຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງ ກັນຄວາມສະຫງົບ ສປປ ລາວ ເນື່ອງໃນໂອກາດມາເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ ພົນຈັດຕະ ວາ ຫງວຽນ ກວັກ ຮຸ່ງ ທີ່ໄດ້ມາເຄື່ອນ ໄຫວວຽກງານຢູ່ ສປປ ລາວ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານຈະສືບຕໍ່ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈຳຕົວ ໂດຍມີການປະສານສົມທົບລະຫວ່າງສອງຊາດ ລາວ- ຫວຽດ ນາມ ໃນການສ້າງຖານຂໍ້ມູນເພື່ອເຮັດປຶ້ມສຳມະໂນຄົວ ແລະ ບັດປະຈຳຕົວ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານຂໍ້ມູນຕ່າງໆທີ່ເປັນປະໂຫຍດໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສຳ ມະໂນຄົວ ແລະ ກໍ່ສ້າງຮາກຖານ, ສືບຕໍ່ຮັດແໜ້ນຄວາມສາມັກຄີ ລະຫວ່າງ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ໂດຍສະເພາະແມ່ນສອງກໍາລັງປ້ອງກັນຄວາມສະ ຫງົບລາວ-ຫວຽດນາມ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ໂອກາດດຽວກັນນີ້, ພົນຈັດຕະວາ ຫງວຽນ ກວັກ ຮຸ່ງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ກໍຄືຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືການຈັດຕັ້ງປະຕິບັດວຽກງານການກ່ຽວກັບໂຄງການກໍ່ສ້າງຖານຂໍ້ມູນພົນລະເມືອງແຫ່ງຊາດ ແລະ ອອກບັດປະຈໍາຕົວທັນສະໄໝ ແລະ ແຜນການຈັດຕັ້ງປະຕິບັດເຮັດວຽກງານຮ່ວມກັນ ລະຫວ່າງ ກົມກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບລາວ ກັບ ຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບຫວຽດນາມ ເພື່ອສ້າງຖານຂໍ້ມູນການຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈໍາຕົວໃຫ້ມີຜົນສຳເລັດ, ພ້ອມທັງຈະສືບຕໍ່ຮັດແໜັນຄວາມສາມັກຄີຂອງສອງຊາດສອງກໍາລັງໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ພາບ-ຂ່າວ: ແກ້ວ ອຸເພັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments