Sunday, September 22, 2024
Homeທຸລະກິດເປີດວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 20 ຢູ່ ນວ

ເປີດວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 20 ຢູ່ ນວ

ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ແລະ ງານວາງສະແດງສິນຄ້າສົ່ງອອກ ແຂວງກວາງຊີ ຈັດຂຶ້ນ ໃນລະຫວ່າງວັນທີ 24-26 ເມສາ 2023 ຢູ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ (ນວ) ສປປ ລາວ ໂດຍມີ ທ່ານ ຈຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳລາວ, ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຜູ້ຕາງໜ້າຈາກພາກລັດ, ເອກະຊົນ, ພ້ອມດ້ວຍຜູ້ປະກອບການ ທັງລາວ ແລະ ຈີນ ເຂົ້າຮ່ວມ. ງານວາງສະແດງໃນຄັ້ງນີ້, ມີຫົວໜ່ວຍທຸລະກິດ, ຫ້າງຮ້ານ, ບໍລິສັດ ເຂົ້າຮ່ວມທັງໝົດ 175 ບໍລິສັດ, ມີ 235 ຫ້ອງວາງສະແດງ. ໃນນັ້ນ, ມີບໍລິສັດທຸລະກິດຂອງລາວເຂົ້າຮ່ວມ 25 ຫົວໜ່ວຍ, ນຳໃຊ້ 30 ຫ້ອງວາງສະແດງ, ບໍລິສັດທຸລະກິດ ຈາກ ສປ ຈີນ ເຂົ້າຮ່ວມ 100 ຫົວໜ່ວຍ, ນຳໃຊ້ 155 ຫ້ອງວາງສະແດງ ແລະ ຈາກປະເທດ ໄທ ຈຳນວນ 50 ບໍລິສັດ, ນຳໃຊ້ 50 ຫ້ອງວາງສະແດງ, ເຊິ່ງ ສິນຄ້າທີ່ນຳມາວາງສະແດງປະກອບມີ: ເຄື່ອງໃຊ້ໄຟຟ້າ, ອຸປະກອນໄຟຟ້າ, ກົນຈັກ ແລະ ເຄື່ອງມືຮັບໃຊ້ການຜະລິດກະສິກຳ, ນະວັດຕະກຳພະລັງງານສະອາດ, ອຸປະກອນການແພດ ແລະ ການຢາ, ອຸປະກອນເຄື່ອງກໍ່ສ້າງ, ອາຫານ ແລະ ເຄື່ອງດື່ມ.

ໂອກາດດັ່ງກ່າວ, ທ່ານນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ງານວາງສະແດງສິນຄ້າ ຈີນ-ອາຊຽນ ຖືເປັນງານວາງສະແດງທີ່ການນຳຂັ້ນສູງຂອງຈີນ ແລະ ບັນດາປະເທດອາຊຽນ ໃຫ້ຄວາມສຳຄັນ ທັງເປັນເວທີແຫ່ງການພົວພັນຮ່ວມມືຮອບດ້ານ ລະຫວ່າງ ພາກລັດ, ພາກທຸລະກິດ ແລະ ການໄປມາຫາສູ່ຂອງປະຊາຊົນ ໂດຍມີບົດບາດໃນການຊຸກຍູ້ສົ່ງເສີມດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ເພື່ອສະໜັບສະໜູນເຂດການຄ້າເສລີ ຈີນ-ອາຊຽນ ໃຫ້ປະກົດຜົນເປັນຈິງເປັນເທື່ອກ້າວ. ສຳລັບ ສປປ ລາວ ໄດ້ປະກອບສ່ວນເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ເລີ່ມແຕ່ປີ 2004 ທີ່ນະຄອນໜານໜີງ, ໃນແຕ່ລະປີ ການນຳຂັ້ນສູງຂອງ ສປປ ລາວ ກໍໄດ້ນຳພາຄະນະຜູ້ແທນ ພ້ອມດ້ວຍຫົວໜ່ວຍທຸລະກິດທີ່ມີສິນຄ້າທ່າແຮງ, ເຂົ້າຮ່ວມງານວາງສະແດງດັ່ງກ່າວ ຢ່າງມີຜົນສຳເລັດຕະຫລອດມາ. ພ້ອມທັງ ສະແດງຄວາມຫວັງວ່າ, ງານວາງສະແດງສິນຄ້າໃນຄັ້ງນີ້, ຈະກາຍເປັນເວທີໜຶ່ງ ທີ່ມີຄວາມໝາຍສຳຄັນຍິ່ງ, ທັງເປັນການສ້າງກາລະໂອກາດ ແລະ ແລກປ່ຽນຕະຫລາດຮ່ວມກັນ, ເຮັດໃຫ້ທຸລະກິດ ລາວ-ຈີນ ສາມາດຊອກໄດ້ຄູ່ຄ້າ ກໍຄື ຕະຫລາດ ແລະ ໄດ້ເຊັນສັນຍາຮ່ວມມືທຸລະກິດ ໃນຫລາຍຂົງເຂດ ໂດຍນໍາໃຊ້ປະໂຫຍດຈາກການເຂົ້າຮ່ວມງານຄັ້ງນີ້, ແນໃສ່ເພີ່ມທະວີ ແລະ ສົ່ງເສີມດ້ານເສດຖະກິດ, ການຄ້າ, ການລົງທຶນ, ທ່ອງທ່ຽວ ຕະຫລອດຮອດການພົວພັນຮ່ວມມື ລະຫວ່າງ ພາກລັດ, ພາກທຸລະກິດ ແລະ ປະຊາຊົນ ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການເພີ່ມມູນຄ່າການຄ້າລະຫວ່າງສອງປະເທດ ໃຫ້ນັບມື້ນັບຫລາຍຂຶ້ນ.

ທ່ານ​ນາງ ເວີຍ ຊາວຣຸ້ຍ ​ຫົວໜ້າກອງເລຂາງານວາງສະແດງ ຈີນ-ອາຊຽນ ໄດ້ກ່າວວ່າ: ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ ເປັນ​ເວທີ​ເປີດ​ກວ້າງ​ທີ່​ສຳຄັນ​ຂອງ​ຈີນ​ ແລະ​ ອາ​ຊຽນ, ​ພ້ອມທັງ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ລົງ​ເລິກ​ການ​ແລກປ່ຽນ ​ແລະ​ ການ​ຮ່ວມ​ມື​ລະຫວ່າງ​ລາວ​ກັບ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ແລະ ຈະ​ຊ່ວຍ​ເຫລືອ​ຊ່າງໄມ້​ບູຮານ, ​ເບຍ, ​ເຟີ​ນີ​ເຈີ​ໄມ້, ກາ​ເຟ, ເຂົ້າ​ ແລະ ​ຜະລິດ​ຕະ​ພັນ​ອື່ນໆ​ເຂົ້າ​ສູ່​ຕະຫລາດ​ທີ່​ກວ້າງ​ຂວາງ. ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ນີ້, ຈະ​ຈັດ​ກິດຈະກຳ​ສົ່ງ​ເສີມ​ການ​ລົງທຶນ​ທີ່​ມີ​ປະສິດທິ​ຜົນ​ກວ່າ​ເກົ່າ ​ເພື່ອ​ຊ່ວຍ ສປປ ​ລາວ​ ເພີ່ມ​ທະວີ​ຄວາມ​ພະຍາຍາມ​ດຶງ​ດູດ​ການ​ລົງທຶນ ​ແລະ​ ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ບໍລິສັດ​ລາວ​ທີ່​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ແລະ​ ກິດຈະກຳ ອື່ນໆປິ່ນອ້ອມ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments