Sunday, September 22, 2024
Homeຂ່າວໜ້າໜຶ່ງອອກແຮງງານລວມສ້າງຂະບວນການສະຫລອງວັນກຳມະກອນສາກົນ ຄົບຮອບ 137 ປີ

ອອກແຮງງານລວມສ້າງຂະບວນການສະຫລອງວັນກຳມະກອນສາກົນ ຄົບຮອບ 137 ປີ

ສູນກາງສະຫະພັນກຳມະບານລາວ ຮ່ວມກັບ ສະຫະພັນກໍາມະບານ ນະຄອນຫລວງວຽງຈັນ, ກະຊວງ, ອົງການ, ເມືອງ ແລະ ກຳມະບານຮາກຖານ ອ້ອມຂ້າງນະຄອນຫລວງວຽງຈັນ ຈັດກິດຈະກຳອອກແຮງງານລວມ ໃນວັນທີ 22 ເມສາ 2023 ທີ່ສວນເຈົ້າອະນຸວົງ ແລະ ບໍລິເວນແຄມຂອງ ໂດຍມີ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ມີຮອງປະທານ, ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍສະມາຊິກຳມະບານ ອ້ອມຂ້າງພາຍໃນນະຄອນຫລວງວຽງຈັນເຂົ້າຮ່ວມ.

ທັງນີ້, ກໍເພື່ອເປັນການສ້າງຂະບວນການ ຂ່ຳນັບຮັບຕ້ອນວັນກຳມະກອນສາກົນ ຄົບຮອບ 137 ປີ, ພ້ອມທັງປູກຈິດສຳນຶກໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ຮັກສາໄດ້ຄວາມສະອາດ, ຮັກໃນການອອກແຮງງານຂະບວນການອອກແຮງງານຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນເຮັດອະນາໄມ, ປັດກວາດ, ເກັບຂີ້ເຫຍື້ອຢູ່ບໍລິເວນແຄມຂອງ ຈາກສາມແຍກປາກປ່າສັກ ໄປຫາໜ້າຮູບປັ້ນເຈົ້າອະນຸວົງ ແລະ ສວນສາທາລະນະເຈົ້າອະນຸວົງ ເພື່ອເຮັດໃຫ້ສະຖານທີ່ສາທາລະນະມີຄວາມສະອາດງາມຕາ, ພ້ອມທັງຮັກສາສິ່ງແວດລ້ອມທີ່ດີ, ປູກຈິດສຳນຶກໃຫ້ພະນັກງານສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ຮູ້ອອກແຮງງານ ແລະ ຮັກສາຄວາມສະອາດ ໂດຍອີງໃສ່ຫົວຂໍ້ໃນການສະເສີມສະຫລອງວັນກຳມະກອນສາກົນປີນີ້ “ສ້າງສະພາບແວດລ້ອມໃນການເຮັດວຽກທີ່ປອດໄພ ແລະ ດີຕໍ່ສຸຂະພາບ ແມ່ນສິດທິພື້ນຖານຂອງທຸກຄົນ”.

ນອກນັ້ນ, ສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫລວງ ແລະ ແຂວງ, ສະຫະພັນກໍາມະບານເມືອງ, ນະຄອນ, ກໍາມະບານຮາກຖານ ແລະ ຫົວໜ່ວຍແຮງງານອື່ນໆ ຍັງໄດ້ເອກະພາບກັນໃນທົ່ວປະເທດ ຈັດຕັ້ງການອອກແຮງງານອະນາໄມ ຕາມສຳນັກງານ, ອົງການ, ສະ ຖານທີ່ເຮັດວຽກ ແລະ ສະຖານທີ່ຕ່າງໆ ອີກດ້ວຍ.

ຂ່າວ: ສູນກາງສະຫະພັນກໍາມະບານລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments