Sunday, September 22, 2024
Homeຂ່າວຕ່າງປະເທດສະເປັກເອັຊ ສົ່ງດາວທຽມອິນເຕີເນັດສະຕຣາລິງ ຂຶ້ນສູ່ອາວະກາດເພີ່ມຂຶ້ນ 21 ດວງ

ສະເປັກເອັຊ ສົ່ງດາວທຽມອິນເຕີເນັດສະຕຣາລິງ ຂຶ້ນສູ່ອາວະກາດເພີ່ມຂຶ້ນ 21 ດວງ

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 20 ເມສາ, ສະເປັກເອັຊ (SpaceX), ເປັນ ບໍລິສັດເອກະຊົນ ດ້ານອາວະກາດ ສັນຊາດ ສ.ອາເມລິກາ ໄດ້ປ່ອຍດາວທຽມ ອິນເຕີເນັດ ສະຕຣາລິງ(Starlink) ລຸ້ນ 2 ຂຶ້ນໄປສູ່ວົງໂຄຈອນ ເພີ່ມຂຶ້ນ 21 ດວງ. ໂດຍ ຈະຫລວດຟໍລຄອນ (Falcon 9) ໄດ້ຄ່ອຍໆ ທະຍານອອກຈາກ ຖານສົ່ງຈະຫລວດ ສະເປຊລອນ ຄອມເພລກ 40 ທີ່ ສະຖານີກອງທັບ ອາວະກາດ ເຄບຄານາເວີຣັລ ໃນລັດຟໍລຣິດາ ທາງພາກຕາເວັນອອກ ພາຍຫລັງ ປ່ອຍອອອກໄປ ບໍ່ດົນສະເປຊເອັຊ ຢືນຢັນວ່າ ໄດ້ເປີດນຳໃຊ້ ດາວທຽມ ດັ່ງກ່າວ. ເຈົ້າໜ້າທີ່ກ່ຽວຂ້ອງ ລະບຸວ່າ ຈະຫລວດ ທ່ອນທຳອິດ (First Stage) ຂອງ ຟໍລຄອນ 9 ໄດ້ຫລຸດລົງໄປສູ່ ເຮືອໂດຣນ ເອຊອກຟອນ ອອຟ ກຣາ ວິທັສ (A Shortfall of Gravitas) ທີ່ ປະຈຳການ ຢູ່ໃນມະຫາສະໝຸດ ອັດລັງຕິກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments