Sunday, September 22, 2024
Homeຂ່າວໜ້າໜຶ່ງແນວຄິດ ທິດສະດີ ມາກ-ເລນິນ ຍືນຍົງໃນໂລກແຫ່ງຄວາມຈິງ

ແນວຄິດ ທິດສະດີ ມາກ-ເລນິນ ຍືນຍົງໃນໂລກແຫ່ງຄວາມຈິງ

ວັນທີ 22 ເມສາ 1870 ເປັນອີກວັນໜຶ່ງທີ່ມີຄວາມໝາຍສຳຄັນທາງປະສາດຂອງຊົນຊັ້ນກຳມະກອນໃນທົ່ວໂລກ ແລະ ຂອງບັນດາປະເທດສັງຄົມນິຍົມ ເພາະເປັນວັນເກີດຂອງຜູ້ນຳທີ່ຍິ່ງໃຫຍ່ຂອງລະບົບສັງຄົມນິຍົມ ນັ້ນກໍຄື ທ່ານ ວະລາດີເມຍ ອິລິສ ເລນິນ ຊຶ່ງປີນີ້ກໍຄົບຮອບ 153 ປີພໍດີ (22/04/1870-22/04/2023). ດັ່ງນັ້ນ ໃນມື້ນີ້ ຈຶ່ງຮິບໂຮມຂໍ້ມູນ ຈໍານວນໜຶ່ງທີ່ພົວພັນເຖິງຜົນງານອັນໃຫຍ່ຫລວງຂອງທ່ານ ເລນິນ ໃນການຜັນຂະຫຍາຍແນວຄິດຂອງທ່ານ ມາກ-ອັງແກນ ກ່ຽວກັບພັກກອມມູນິດ ທີ່ຍອດຍິ່ງບາງສ່ວນມາສຶກສານໍາກັນ.

ເມື່ອເວົ້າເຖິງຜົນງານອັນຍິ່ງໃຫຍ່ຂອງ ທ່ານ ເລນິນ, ພວກເຮົາຕ້ອງບໍ່ລືມບັນດາສາຍກ້ຽວພັນ, ໂດຍສະເພາະບຸກຄົນສໍາຄັນທີ່ມີບົດບາດເຮັດໃຫ້ ທ່ານ ເລນິນ ປະສົບຜົນສໍາເລັດ ທັງທາງດ້ານການຄົ້ນຄວ້າທິດສະດີ ແລະ ນໍາໃຊ້ເຂົ້າໃນພຶດຕິກໍາຕົວຈິງ ນັ້ນແມ່ນແນວຄິດທິດສະດີຂອງທ່ານ ກາກມາກ ແລະ ອັງແກນ ກ່ຽວກັບພັກກອມມູນິດ. ທ່ານ ກາກມາກ ແລະ ອັງແກນ ແມ່ນຜູ້ທໍາອິດທີ່ໄດ້ຍົກບັນດາແນວຄິດພື້ນຖານກ່ຽວກັບພັກກອມມູນິດ ແລະ ຮ່າງຖະແຫລງການຂອງພັກກອມມູນິດ ທີ່ເປັນເອກະສານໃນລັກສະນະໂຄງການການເມືອງທໍາອິດຂອງຂະບວນການກອມມູນິດ, ກໍ່ຄືການສ້າງຕັ້ງອົງການ ຈັດຕັ້ງກອມມູນິດທໍາອິດຂຶ້ນຢູ່ໃນໂລກ ເຊິ່ງມີຊື່ວ່າ ພັນທະມິດບັນດາພັກກອມມູນິດ. ພວກເພິ່ນ ໄດ້ຮຽກຮ້ອງໃຫ້ກອງນໍາໜ້າປະຕິວັດສອງຊົນຊັ້ນ ຕ້ອງປະກອບອາວຸດດ້ວຍທິດສະດີທີ່ກ້າວໜ້າ, ມີລະດັບຄວາມຕື່ນຕົວສູງ. ພ້ອມດຽວກັນນັ້ນ ໃນພຶດຕິກໍາຕົວຈິງ ພັກຕ້ອງກໍ່ຕ້ອງເປັນຜູ້ທີ່ເດັດດ່ຽວກກ່ອນໝູ່ ແລະ ຮູ້ດຶງດູດເອົາມະຫາຊົນກ້າວໜ້າເດີນໄປໜ້າ ພ້ອມກັນ… ໂດຍພາຍໃຕ້ການຊີ້ນໍາຂອງທ່ານ ກາກມາກ ແລະ ອັງແກນ, ກົດລະບຽບຂອງ ພັນທະມິດບັນດາຊາວກໍາມະກອນ ໄດ້ຮັບການຮ່າງຂຶ້ນ; ກົດລະບຽບດັ່ງກ່າວ ມີບາງເນື້ອໃນສໍາຄັນ ເປັນຕົ້ນ ພັກຕ້ອງແມ່ນຖັນແຖວທີ່ມີການຈັດຕັ້ງແໜ້ນໜາ; ບັນດາອົງການນໍາພາຂອງພັກ ຕ້ອງໄດ້ຮັບການເລືອກຕັ້ງຢ່າງປະຊາທິປະໄຕ ແລະ ຈະລົບລ້າງເວລາໃດກໍ່ໄດ້ ຖ້າເຂົາເຈົ້າບໍ່ເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ; ພັກຕ້ອງແມ່ນກ້ອນກໍາລັງທີ່ເປັນເອກະພາບ ທາງດ້ານການເມືອງ-ແນວຄິດ-ການຈັດຕັ້ງ, ບົນພື້ນຖານອີງໃສ່ລັດທິສັງຄົມນິຍົມວິທະ ຍາສາດຢ່າງແໜ້ນແຟ້ນ ຈຶ່ງເຮັດໃຫ້ພັກກາຍເປັນກໍາລັງການເມືອງທີ່ມີຄວາມສາມາດ ດຶງດູດມະຫາຊົນສ່ວນຫລາຍ ເຂົ້າຮ່ວມໃນການຕໍ່ສູ້ຕ້ານຊົນຊັ້ນນາຍທຶນ ແລະ ກໍ່ສ້າງລັດທິກອມມູນິດ…

ສໍາລັບທ່ານ ເລນິນ ແມ່ນໄດ້ສືບທອດແນວຄິດ-ທິດສະດີຂອງທ່ານ ກາກມາກ ແລະ ອັງແກນ ເຊິ່ງບັນດາຫລັກການພື້ນຖານຂອງ ເລນິນ ກ່ຽວກັບພັກແບບໃໝ່ຂອງຊົນຊັ້ນກໍາມະກອນ ມີບາງເນື້ອໃນສໍາຄັນພື້ນຖານຄື: ລັດທິມາກ ແມ່ນພື້ນຖານແນວຄິດ, ແມ່ນເຂັມຊີ້ທິດໃຫ້ທຸກການເຄື່ອນໄຫວຂອງພັກກອມມູນິດ; ພັກກອມມູນິດແມ່ນກອງນໍາໜ້າທາງດ້ານການເມືອງທີ່ມີການຈັດຕັ້ງ, ແມ່ນຖັນແຖວທີ່ມີການຈັດຕັ້ງແໜ້ນໜາກ່ອນໝູ່, ປະຕິວັດກ່ອນໝູ່ ແລະ ມີຄວາມຕື່ນຕົວກ່ອນໝູ່ຂອງຊົນຊັ້ນກໍາມະກອນ; ເມື່ອເປັນພັກກໍາອໍານາດ ພັກແມ່ນແກນນໍາຂອງລະບົບການເມືອງສັງຄົມນິຍົມ ແລະ ແມ່ນພາກສ່ວນໜຶ່ງຂອງລະບົບດັ່ງກ່າວ; ລວມສູນປະຊາທິປະໄຕ ແມ່ນຫລັກການພື້ນຖານແຫ່ງການບັນຫາຕ່າງໆໃນການກໍ່ສ້າງການຈັດຕັ້ງ, ການດໍາລົງຊີວິດ ແລະ ການເຄື່ອນໄຫວຂອງພັກ; ພັກ ແມ່ນກ້ອນກໍາລັງເອກະພາບທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ຖືເອົາການຕໍາໜິຕິຊົມຕົນເອງ ແລະ ຕິຊົມກັນ ເປັນກົດເກນຂະຫຍາຍຕົວຂອງພັກ; ພັກ ພົວພັນສະໜິດແໜ້ນກັບມະຫາຊົນ, ຕໍ່ສູ້ຢ່າງເດັດດ່ຽວ ເພື່ອສະກັດກັ້ນ ແລະ ແກ້ໄຂພະຍາດອາດຍາສິດ, ຫ່າງເຫີນມະຫາຊົນ.

ຄືດັ່ງຮັບຮູ້ນໍາກັນແລ້ວວ່າ ທິດສະດີຮູບຖານເສດຖະກິດ-ສັງຄົມ ແມ່ນພື້ນຖານທິດສະດີ ແລະ ວິທີວິທະຍາຂອງລັດທິມາກ-ເລນິນ ທີ່ໃຊ້ເພື່ອເຂົ້າເຖິງການຄົ້ນຄວ້າ-ອະທິບາຍ, ຄາດຄະເນການຂະຫຍາຍຕົວທີ່ມີລັກສະນະປະ ຫວັດສາດ, ທໍາມະຊາດຂອງສັງຄົມມະນຸດ ເວົ້າລວມ, ເວົ້າສະເພາະແມ່ນຂອງແຕ່ລະປະເທດ. ສໍາລັບພັກປະຊາ ຊົນປະຕິວັດລາວ ກໍ່ແມ່ນພັກທີ່ໄດ້ຍຶດໝັ້ນລັດທິມາກ-ເລນິນ ແລະ ນໍາມາໝູນໃຊ້ໃນພຶດຕິກໍາຕົວຈິງຢູ່ປະເທດເຮົາຢ່າງປະດິດສ້າງ, ສໍາເລັດຜົນ ແລະ ຍືນຍົງ ໂດຍພັກເຮົາຖືເອົາການວາງແນວທາງຍຸດທະສາດ, ຍຸດໂທບາຍຢ່າງຖືກຕ້ອງເປັນບັນຫາສໍາຄັນ ເພື່ອສືບຕໍ່ປັບປຸງພັກ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ເຮັດລ້ອນພາລະກໍາປະຫວັດ ສາດອັນຍິ່ງໃຫຍ່ຄື: “ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຄວາມດ້ອຍພັດທະນາຂອງປະເທດຊາດ” ນັ້ນແມ່ນການໝູນໃຊ້ທິດສະດີມາກ-ເລນິນ ທີ່ຖືກຕ້ອງທີ່ສຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments