Saturday, September 21, 2024
Homeຂ່າວໜ້າໜຶ່ງກອງປະຊຸມຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ

ກອງປະຊຸມຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ

ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ- ລາວ ໄດ້ຈັດຂຶ້ນໃນ ວັນທີ 21 ເມສາ 2023 ທີ່ແຂວງສີຫານຸວີນ, ຣາຊະ ອານາຈັກກໍາປູເຈຍ, ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການຊາຍ ແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ; ຄະນະຜູ້ແທນຝ່າຍກໍາປູເຈຍ ນໍາໂດຍ ທ່ານ ວາ ກິມຮົງ, ລັດຖະມົນຕີອາວຸໂສປະຈໍາສໍານັກງານນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ, ຮັບຜິດຊອບຊີ້ນໍາວຽກງານຊາຍແດນ, ປະທານຄະນະກໍາມະການຊາຍແດນຮ່ວມ ກໍາປູເຈຍ-ລາວ ແລະ ລາວ-ກໍາປູເຈຍ, ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຂອງສອງຝ່າຍ.

ກອງປະຊຸມໄດ້ປຶກສາຫາລື ແລະ ຕີລາຄາຕໍ່ການຮ່ວມມືວຽກງານຊາຍແດນຂອງສອງປະເທດ ຢ່າງກົງໄປກົງມາ ບົນພື້ນຖານການພົວພັນ ແລະ ຮ່ວມມື ກໍຄືມູນເຊື້ອອັນດີຖານບ້ານໃກ້ເຮືອນຄຽງ ໂດຍສອງຝ່າຍໄດ້ເຫັນດີເປັນເອກະພາບກັນສືບຕໍ່ແກ້ໄຂບັນຫາຊາຍແດນຮ່ວມກັນ ກໍຄືການຈັດຕັ້ງປະຕິບັດຄຳຕົກລົງຂອງລັດຖະບານສອງປະເທດທີ່ໄດ້ເຊັນສົນທິ ສັນຍາວ່າດ້ວຍຊາຍແດນປະເທດ ໃນວັນທີ 13 ກຸມພາ 2023 ທີ່ຜ່ານມາໃຫ້ສຳເລັດເປັນຮູບປະທຳ, ສອງຝ່າຍຈະໄດ້ຮ່ວມກັນບູລະນະຫຼັກໝາຍຊາຍແດນ ແລະ ປັກຫຼັກໝາຍຊາຍແດນເພີ່ມໃສ່ຈຸດທີ່ສອງຝ່າຍໄດ້ເອກະພາບກັນ ເພື່ອປ່ຽນແທນຫຼັກໝາຍທີ່ມີຢູ່ໃຫ້ມີຄວາມທົນທານແໜ້ນໜາຖາວອນ, ຊຶ່ງຈະໄດ້ປັກຫຼັກໝາຍເພີ່ມເຕີມຕື່ມອີກ ຈໍານວນ 387 ຫຼັກໝາຍ ຢູ່ບໍລິເວນຊາຍແດນທີ່ເຫັນວ່າມີຄວາມຈໍາເປັນ ເຊັ່ນ: ຈຸດເສັ້ນຊາຍແດນປ່ຽນທິດ, ຄົດລ້ຽວ ແລະ ມີປະຊາຊົນດໍາລົງຊີວິດຢູ່ຫຼາຍ, ຊຶ່ງຄະນະວິຊາການທັງສອງຝ່າຍຈະໄດ້ລົງພື້ນທີ່ຕົວຈິງຮ່ວມກັນໃນຕົ້ນເດືອນພຶດສະພາ 2023 ນີ້ ແລະ ຄາດຄະເນຈະໃຫ້ສຳເລັດພາຍໃນກໍານົດເວລາສອງປີ.

ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືກັນຢ່າງສ້າງສັນ ແລະ ກົງໄປກົງມາຕໍ່ກັບບໍລິເວນຊາຍແດນທີ່ຍັງບໍ່ທັນເປັນເອກະພາບໃນສ່ວນທີ່ສອງຝ່າຍໄດ້ຮ່ວມກັນສຳຫຼວດຈຳນວນ 86% ຂອງຄວາມຍາວເສັ້ນຊາຍແດນທັງໝົດ ໂດຍມອບໝາຍໃຫ້ຄະນະວິຊາການສອງຝ່າຍສືບຕໍ່ຮ່ວມກັນລົງສໍາຫຼວດ ແລະ ປຶກສາຫາລືກັນບົນພື້ນຖານຫຼັກການທີ່ທັງສອງຝ່າຍໄດ້ຕົກລົງຮ່ວມກັນ ໂດຍສອດຄ່ອງທາງດ້ານຫຼັກການ, ເຕັກນິກ ແລະ ພື້ນທີ່ຕົວຈິງ ແລ້ວນໍາສະເໜີວິທີແກ້ໄຂຕໍ່ປະທານຄະນະກໍາມະການຊາຍແດນສອງຝ່າຍ ເພື່ອພິຈາລະນາແກ້ໄຂເຮັດໃຫ້ບໍລິເວນຊາຍແດນທີ່ຍັງບໍ່ທັນເປັນເອກະພາບ ແລະ ບໍລິເວນຊາຍແດນຄົງຄ້າງໄດ້ຮັບການແກ້ໄຂເປັນກ້າວໆ. ໃນໂອກາດການເຄື່ອນໄຫວເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ຕ້ອນຮັບທ່ານ ກວດ ຈ່ອມເຣີນ, ເຈົ້າແຂວງສີຫານຸວີນ, ພ້ອມດ້ວຍຄະນະເຂົ້າຢ້ຽມຂໍ່ານັບ ແລະ ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຢູ່ແຂວງດັ່ງກ່າວ ແລະ ຍັງໄດ້ນໍາພາຄະນະຜູ້ແທນລາວຢ້ຽມຢາມທ່າເຮືອ ແຂວງສີຫານຸ ວີນ (Sihanouk Autonomous Port) ອີກດ້ວຍ.

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປພາຍໃຕ້ບັນຍາກາດ ແຫ່ງ ໄມຕີຈິດມິດຕະພາບ, ດ້ວຍຄວາມເຂົ້າອົກເຂົ້າໃຈກັນແລະກັນ ແລະ ໄດ້ຮັບຜົນສຳເລັດອັນຈົບງາມ. ຜົນຂອງກອງປະຊຸມຄັ້ງນີ້ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ້ມພູນຄູນສ້າງສາຍພົວພັນຮ່ວມມື, ຊຶ່ງຕອບສະໜອງຄວາມມຸ້ງມາດປາດຖະໜາອັນແຮງກ້າຂອງການນໍາສອງພັກ, ສອງລັດ, ກໍຄືຂອງປະຊາຊົນສອງຊາດ ລາວ-ກໍາປູເຈຍ ທີ່ປາດຖະໜາສ້າງຊາຍແດນຂອງສອງປະເທດ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງໝັ້ນຄົງ ແລະ ຍາວນານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments