Sunday, September 22, 2024
Homeຂ່າວໜ້າໜຶ່ງໂຄງການລົດໄຟລາວ-ຈີນ ເປັນສັນຍາລັກແຫ່ງມິດຕະພາບລາວ-ຈີນ ແຫ່ງຍຸກສະໄໝໃໝ່

ໂຄງການລົດໄຟລາວ-ຈີນ ເປັນສັນຍາລັກແຫ່ງມິດຕະພາບລາວ-ຈີນ ແຫ່ງຍຸກສະໄໝໃໝ່

ໂຄງການລົດໄຟລາວ-ຈີນ ເປັນໂຄງການຮ່ວມມືທີ່ການນຳຂັ້ນສູງຂອງສອງພັກ-ສອງລັດ ລາວ-ຈີນ ຊຸກຍູ້ຮ່ວມກັນ ເປັນສັນຍາລັກແຫ່ງມິດຕະພາບລາວ-ຈີນແຫ່ງຍຸກສະໄໝໃໝ່ ເປັນໂຄງການຍຸດທະສາດຂອງລາວໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງ ເຊື່ອມຈອດ ເຮັດໃຫ້ຄວາມໃຝ່ຝັນຄວາມຄອງຄອຍຂອງປະຊາຊົນລາວບັນລຸຜົນສຳເລັດເປັນຈິງ.

ຜົນສຳເລັດດັ່ງກ່າວເກີດຂຶ້ນໄດ້ຍ້ອນການຊຸກຍູ້ຮ່ວມກັນ, ການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງປະທານ ສີຈິ້ນຜິງ ຊຶ່ງທັງສອງປະເທດຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ເຮັດໃຫ້ວຽກງານນີ້ໄດ້ມີການພັດ ທະນາດ້ວຍຄຸນນະພາບສູງ ແລະ ຍົກລະດັບການຮ່ວມມືຕົວຈິງໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ນີ້ແມ່ນຄຳເຫັນບາງຕອນຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ກ່າວໃນໂອກາດເປີດຖ້ຽວລົດໄຟປະຖົມມະລືກຄຸນໝິງ ສປ ຈີນ ຫາ ນະຄອນຫຼວງວຽງຈັນ ຂອງລາວ ເພື່ອບໍລິການດ້ານການຂົນສົ່ງ ແລະ ສົ່ງເສີມການທ່ອງທ່ຽວໃນວັນທີ 13 ເມສາ ຜ່ານມາ.

ທ່ານນາງ ສວນສະຫວັນ ວິຍະເກດ ກ່າວຕື່ມວ່າ: ລັດຖະບານລາວມີຈຸດມຸ່ງໝາຍໃນການພັດທະນາເສັ້ນທາງລົດໄຟລາວ-ຈີນໃຫ້ກາຍເປັນແລວທາງເສດຖະກິດ ທີ່ສ້າງລາຍໄດ້ມະຫາສານໃຫ້ແກ່ປະເທດຊາດ ປະກອບສ່ວນຊ່ວຍການແກ້ໄຂສະພາບເສດຖະກິດຂອງປະເທດໃຫ້ສາມາດດຶງດູດນັກທ່ອງທ່ຽວຢູ່ໃນພາກພື້ນ ແລະ ສາກົນໃຫ້ນັບມື້ນັບເພີ່ມຂຶ້ນ ທັງເປັນການໂຄສະນາ ສປປ ລາວ ໃຫ້ກວ້າງຂວາງໃນເວທີສາກົນເປັນຕົ້ນແມ່ນການເຊື່ອມໂຍງດ້ານການບໍລິການຂົນສົ່ງໂດຍສານເພື່ອສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ ຕໍ່ບັນດາປະເທດໃນພາກພື້ນ ແລະ ໃນໂລກ. ເພື່ອເຮັດໃຫ້ ສປປ ລາວ ກາຍເປັນຈຸດໃຈກາງເຊື່ອມໂຍງຂອງບັນດາປະເທດອາຊຽນກັບ ສປ ຈີນ ເວົ້າລວມ, ເວົ້າສະເພາະ ເພື່ອເຊື່ອມໂຍງລະຫວ່າງ ສປປ ລາວ ກັບສາກົນ.

ທ່ານກ່າວໃຫ້ຮູ້ຕື່ມອີກວ່າ: ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ເພື່ອຟື້ນຟູເສດຖະກິດຂອງຕົນບັນດາປະເທດໃນໂລກໄດ້ກຳນົດນະໂຍບາຍຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວ ໂດຍສະເພາະນັກທ່ອງທ່ຽວຈາກ ສປ ຈີນ ຊຶ່ງເປັນປະເທດທີ່ມີກຳລັງຊື້ໃນອັນດັບຕົ້ນໆຂອງໂລກໃຫ້ເຂົ້າໄປທ່ອງທ່ຽວໃນປະເທດຂອງຕົນ. ສຳລັບປະເທດລາວເຮົາກ່ອນມີການລະບາດຂອງພະຍາດໂຄວິດ-19 ຄືປີ 2019 ສາມາດຕ້ອນຮັບນັກທ່ອງທ່ຽວຈາກ ສປຈີນ ໄດ້ເຖິງ 1 ລ້ານກວ່າຄົນ ກວມເອົາ 21% ຂອງນັກທ່ອງທ່ຽວທັງໝົດທີ່ເຂົ້າມາທ່ອງທ່ຽວໃນລາວ, ສຳລັບປີ 2022 ຜ່ານມາ ເຖິງວ່າຢູ່ໃນໄລຍະທີ່ລັດຖະບານ ສປ ຈີນ ບໍ່ທັນເປີດປະເທດ ແຕ່ຍັງມີນັກທ່ອງທ່ຽວຈີນທີ່ເດີນທາງມາຈາກປະເທດທີ 3 ທີ່ເຂົ້າມາທ່ຽວລາວຈຳນວນ 450.000 ກວ່າຄົນ.

ໂດຍ: ພູວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments