Sunday, September 22, 2024
Homeຂ່າວດ່ວນສະຫຼອງປີໃໝ່ລາວ ພ.​ສ 2566 ທົ່ວປະເທດ 7 ວັນ ມີຜູ້ເສຍຊີວິດ 35 ຄົນ

ສະຫຼອງປີໃໝ່ລາວ ພ.​ສ 2566 ທົ່ວປະເທດ 7 ວັນ ມີຜູ້ເສຍຊີວິດ 35 ຄົນ

ທ່ານ ພັອ ຄຳເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 19 ເມສາ 2023 ກ່ຽວກັບສະຖິຕິການເກີດອຸບັດເຫດທົ່ວປະເທດໃນໄລຍະ 7 ວັນ ລະຫວ່າງວັນທີ 11-17 ເມສາ 2023 ການສະເຫຼີມສະຫຼອງ ປີໃໝ່ລາວ ພ.​ສ 2566 ວ່າ: ທົ່ວປະເທດມີ ອຸບັດເຫດເກີດຂຶ້ນທັງໝົດ 3.342 ລາຍ ທຽບໃສ່ໄລຍະດຽວກັນໃນປີຜ່ານມາ ຫຼຸດລົງ 30 ລາຍ ເທົ່າກັບ 9,61%, ພາຫະນະເປ່ເພ 589 ຄັນ ເພີ່ມຂຶ້ນ 44 ຄັນເທົ່າກັບ 8,07%, ຄົນໄດ້ຮັບບາດເຈັບ 611 ຄົນ ເພີ່ມຂຶ້ນ 59 ຄົນ ເທົ່າກັບ 10,68% ແລະ ເສຍຊີວິດ 35 ຄົນ. ໃນນັ້ນ, ຄົນຕ່າງປະເທດ 1 ຄົນ. ອຸບັດຕິເຫດທີ່ເກີດຂຶ້ນຫຼາຍກວ່າໝູ່ ແມ່ນຢູ່ນະຄອນຫຼວງວຽງຈັນ ມີອຸບັດເຫດເກີດຂຶ້ນ 33 ລາຍ, ຫຼຸດລົງ 12 ລາຍ ເທົ່າກັບ 26,66%, ພາຫະນະເປເພ່ 64 ຄັນ ຫຼຸດລົງ 21 ຄັນ ເທົ່າກັບ 24,70%, ຄົນໄດ້ຮັບບາດເຈັບ 51 ຄົນ, ຫຼຸດລົງ 19 ຄົນ ເທົ່າກັບ 27,14%, ເສຍຊີວິດ 7 ຄົນ, ຫຼຸດລົງ 1 ຄົນ ເທົ່າກັບ 12,5%, ແຂວງຈຳປາສັກ 53 ລາຍ, ແຂວງວຽງຈັນ 33 ລາຍ ຕາມລໍາດັບ, ສາເຫດການທີ່ພາໃຫ້ເກີດອຸບັດເຫດແມ່ນມາຈາກການດື່ມສິ່ງມືນເມົາແລ້ວຂັບຂີ່, ຂັບຂີ່ລົດໄວເກີນຂອບເຂດ, ບໍ່ປ່ອຍສິດໃຫ້ລົດຄັນອື່ນ, ປ່ຽນທິດທາງລົດກະທັນຫັນ, ຊີງບໍ່ຮັບປະກັນ, ຂັບຂີ່ລົດຈັກບໍ່ໃສ່ ໝວກກັນກະທົບ, ເຕັກນິກລົດ, ສະພາບເສັ້ນທາງ, ລ່ວງໄຟແດງ ແລະ ບໍ່ປະຕິບັດກົດລະບຽບຈະລາຈອນທາງບົກ ແລະ ອື່ນໆ. ສໍາລັບຂອບເຂດ ແລະ ເສັ້ນທາງທີ່ເກີດອຸບັດເຫດຫຼາຍກວ່າໝູ່ແມ່ນ ໃນເທດສະບານແຂວງ ແລະ ເມືອງ, ນອກເທດສະບານ, ສ່ວນຫຼາຍອຸບັດເຫດທີ່ເກີດຂຶ້ນ ແມ່ນຕອນກາງຄືນໄລຍະ ເວລາ 00:00 ໂມງ (ກາງຄືນ) ຫາ 5:00 ໂມງເຊົ້າ, 6:00 ໂມງ ຫາ 11 ໂມງ, 12:00 ໂມງ ຫາ 17:00 ໂມງ, 18:00 ໂມງ ຫາ 23:00 ໂມງ.

ທ່ານ ພັອ ຄຳເຫຼັກ ໄຊຍະສິດ ຍັງກ່າວຕື່ມວ່າ: ອຸບັດເຫດທີ່ເກີດຂຶ້ນຍັງມີສາເຫດມາຈາກຜູ້ໃຊ້ລົດໃຊ້ຖະໜົນບໍ່ປະຕິບັດກົດຈະລາຈອນທາງບົກຢ່າງເຂັ້ມງວດ, ເຮັດໃຫ້ເກີດອຸບັດເຫດຕາມມາ, ແນວໃດກໍຕາມບໍ່ວ່າເວລາໃດໃຫ້ຜູ້ຂັບຂີ່ລົດຈົ່ງມີສະຕິໃນການຂັບຂີ່, ໃຊ້ລົດ, ໃຊ້ຖະໜົນໃນການເດີນທາງໄປ-ມາ ເພື່ອບໍ່ໃຫ້ສ້າງຄວາມເສຍຫາຍທາງຊັບສິນ, ພາຫະນະ ແລະ ມີຜູ້ເສຍຊີວິດຕາມມາ.

(ຂ່າວ: ວັນເພັງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments