Monday, September 23, 2024
Homeຂ່າວພາຍໃນເຊັນສັນຍາໂຄງການປູກໝາກຖົ່ວເຫຼືອງຢູ່ເມືອງຫົງສາ

ເຊັນສັນຍາໂຄງການປູກໝາກຖົ່ວເຫຼືອງຢູ່ເມືອງຫົງສາ

ວັນທີ 11 ເມສາ ຜ່ານມານີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີເຊັນສັນຍາ ໂຄງການປູກໝາກຖົ່ວເຫຼືອງຝັກສົດ ຂຶ້ນ ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງ. ໂດຍການເປັນປະທານຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ຜູ້ຊີ້ນຳວຽກເສດຖະກິດ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ນາຍບ້ານທີ່ກ່ຽວຂ້ອງ ແລະ ບໍລິສັດຜູ້ຮັບເໝົາ ເຂົ້າຮ່ວມ.

ໃນພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງເນື້ອໃນສັນຍາ ວ່າດ້ວຍການເຊົ່າທີ່ດິນປູກໝາກຖົ່ວເຫຼືອງຝັກສົດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໂດຍລະອຽດ ຊຶ່ງໂຄງການນີ້, ແມ່ນຈະໄດ້ປູກໝາກຖົ່ວເຫຼືອງຝັກສົດ ລະດູແລ້ງໃນຮູບແບບເຊົ່າດິນນາຂອງປະຊາຊົນ ເພື່ອເປັນສິນຄ້າສົ່ງອອກໄປປະເທດຈີນ. ໂຄງການນີ້, ຈະຕັ້ງຢູ່ບ້ານ​ສີບຸນເຮືອງ ໂດຍແມ່ນບໍລິສັດ ຈູນລຽນ ໄຊນາ-ລາວ ຈໍາກັດ (ຮັບເໝົາ) ເປັນຜູ້ຕອບສະໜອງທຶນໂດຍກົງ 100%, ມີມູນຄ່າການລົງທຶນທັງໝົດ 2.562.000 ໂດລາ, ກໍານົດໄລຍະ 10 ປີ ຄື: ນັບແຕ່ປີ 2024-2034 ແລະ ເຮັດສັນຍາເປັນ 2 ໄລຍະ ຄື: ໄລຍະທີ 1 ແຕ່ປີ 2024-2029. ພ້ອມນີ້ ກໍໄດ້ເຊັນສັນຍາໂດຍມີເຈົ້າຂອງໂຄງການກໍຄື ຫ້ອງການແຜນການ ແລະ ການລົງທຶນເມືອງ ກັບ ບໍລິສັດ ຈູນລຽນ ໄຊນາ-ລາວ ຈໍາກັດ (ຜູ້ຮັບເໝົາ) ໂດຍຊ່ອງໜ້າ ທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະກໍາມະການ ແລະ ນາຍບ້ານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. (ຂ່າວ-ພາບ: ກິດຕິສັກ ບົວໄລ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments