Monday, September 23, 2024
Homeບຸນປະເພນີນາງ ສຸນິດາ ນະຄອນສັກ ໄດ້ຮັບສອງລາງວັນໃນງານປະກວດນາງສັງຂານປະຈຳປີ ພສ 2566 ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ.

ນາງ ສຸນິດາ ນະຄອນສັກ ໄດ້ຮັບສອງລາງວັນໃນງານປະກວດນາງສັງຂານປະຈຳປີ ພສ 2566 ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ.

ງານປະວດນາງສັງຂານ ເພື່ອຂັດເລືອກເອົາສາວງາມທີ່ພຽບພ້ອມ ໄປດ້ວຍຄວາມງາມ, ກິລິຍາມາລະຍາດອ່ອນຫວານ ແລະຄວາມຮູ້ຄວາມສາມາດ ເປັນຕົວແທນໃຫ້ແກ່ລູກສາວຜູ້ທີ່ 6 ຂອງພະຍາກະບີນລະພົມ ຫຼື ຊາວຫຼວງພະບາງເອີ້ນກັນວ່າ ນາງສັງຂານປະຈຳປີ ພສ 2566 ຄສ 2023 ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໃນຄໍ່າຄືນຂອງວັນທີ່ 12 ເປັນຄ່ຳຄືນສຸດທ້າຍຂອງການປະກວດ ໂດຍມີ ແຂກທັງພາຍໃນ ແລະຕ່າງປະເທດ ຕະຫຼອດຮອດມວນຊົນຮ່ວມຊົມຮ່ວມເຊຍຢ່າງຄຶກຄື້ນມ່ວນຊື່ນ. ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ຮອງປະທານຈັດງານບຸນ ໄດ້ກ່າວເປີດງານປະກວດວ່າ: ງານປະກວດນາງສັງຂານ ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ເປັນກິດຈະກຳທີ່ເປັນປະເພນີສືບທອດ ກັນມາແຕ່ດົນນານ ເພື່ອຄັດເລືອກເອົາສາວງາມ ລູກຫຼານຂອງຊາວຫຼວງພະບາງ ເປັນຕົວແທນໃຫ້ແກ່ລູກສາວຂອງພະຍາກະບີນລະພົມ ຕາມຕຳນານເລົ່າຂານ ກັນມາແຕ່ດົນນານ ຫຼື ເປັນນາງສັງຂານຕາມນາມມະຫາສົງການ ປະກອບເຂົ້າໃນຂະບວນແຫ່ຫວໍ່ ໃນມື້ສັງຂານເນົາ ແລະມື້ສັງຂານຂື້ນ.

ໃນຄ່ຳຄືນສຸດທ້າຍນີ້ ນາງສາວເຂົ້າປະກວດທັງ 30 ຄົນ ແມ່ນໄດ້ນຸ່ງຊຸດສາລະບັບ ຫຼື ຊຸດປະຈຳຊາດຂອງແມ່ຍີງລາວ ເດີນສະແດງຄວາມງາມເທີງເວທີປະກວດ ປະກອບດ້ວຍການຟ້ອນລຳວົງລາວ, ໂດຍກຳມະການໄດ້ມີການຄັດເລືອກຈາກ 30 ນ້ອງ, ໃຫ້ເຫຼືອ 15 ນ້ອງ ແລະ 7 ນ້ອງຕາມລໍາດັບ.

ຜ່ານການລົງຄະແນນຂອງຄະນະກໍາມະການຕັດສີນທັງ 7 ທ່ານ ຜົນປະກົດວ່າ ນາງສັງຂານປະຈຳປີ ພສ 2566 ແມ່ນນາງສາວເຂົ້າປະກວດໝາຍເລກ 1 ນາງ ສຸນິດາ ນະຄອນສັກ ໄດ້ຮັບເລີ້ງເຄີ້ງ ສັນຍາລັກຂອງນາງສັງຂານ ຫຼື ມົງກຸດ ພ້ອມດ້ວຍສາຍສະພາຍໄໝລາບ ລວມທັງຂອງລາງວັນ ແລະເງີນສົດລວມມູນຄ່າ 32 ລ້ານ 7 ແສນກີບ, ຮອງອັນດັບທີ່ 1 ແມ່ນຜູ້ເຂົ້າປະກວດໝາຍເລກ 13 ນາງ ສີລິ ໂສມສະຫວ່າງ ໄດ້ຮັບສາຍສະພາຍໄໝລາບ ພ້ອມຂອງລາງວັນ ແລະເງີນສົດລວມມູນຄ່າ 24 ລ້ານ 1 ແສນກີບ, ຮອງອັນດັບ 2 ແມ່ນຜູ້ເຂົ້າປະກວດໝາຍເລກ 4 ນາງ ສຸພາວະດີ ຈັນເທຣີ ໄດ້ຮັບສາຍສະພາຍໄໝລາບ ພ້ອມຂອງລາງວັນ ແລະເງີນສົດລວມມູນຄ່າ 21 ລ້ານ 6 ແສນກີບ, ຮອງອັນດັບ 3 ແມ່ນຜູ້ເຂົ້າປະກວດໝາຍເລກ 29 ນາງ ນາຕາລີ ຈັນທະຫົງ ໄດ້ຮັບສາຍສະພາຍໄໝລາບ ພ້ອມຂອງລາງວັນ ແລະເງີນສົດລວມມູນຄ່າ 18 ລ້ານ 2 ແສນກີບ, ຮອງອັນດັບ 4 ແມ່ນຜູ້ເຂົ້າປະກວດໝາຍເລກ 24 ນາງ ເທບທິດາ ພັນທະສຸກ ໄດ້ຮັບສາຍສະພາຍໄໝລາບ ພ້ອມຂອງລາງວັນ ແລະເງີນສົດລວມມູນຄ່າ 17 ລ້ານ 2 ແສນກີບ, ຮອງອັນດັບ 5 ແມ່ນຜູ້ເຂົ້າປະກວດໝາຍເລກ 18 ນາງ ຈີນຕະນາ ສີອັກຄະພົມ ໄດ້ຮັບສາຍສະພາຍໄໝລາບ ພ້ອມຂອງລາງວັນ ແລະເງີນສົດລວມມູນຄ່າ 16 ລ້ານ 2 ແສນກີບ, ຮອງອັນດັບ 6 ແມ່ນຜູ້ເຂົ້າປະກວດໝາຍເລກ 23 ນາງ ຫຼີ້ນາ ສີນຈະເລີນທຳ ໄດ້ຮັບສາຍສະພາຍໄໝລາບ ພ້ອມຂອງລາງວັນ ແລະ ເງີນສົດລວມມູນຄ່າ 15 ລ້ານ 2 ແສນກີບ, ສ່ວນຜູ້ທີ່ບໍ່ຜ່ານເຂົ້າຮອບ 7 ຄົນ ແມ່ນໄດ້ຮັບລາງວັນເງີນສົດ ລາງວັນລະ 3 ລ້ານ 5 ແສນກີບ ແລະຜູ້ທີ່ບໍ່ໄດ້ຜ່ານເຂົ້າຮອບ 15 ຄົນແມ່ນໄດ້ຮັບລາງວັນເງີນສົດ ລາງວັນລະ 3 ລ້ານກີບ. ສໍາລັບ ລາງວັນຂັວນໃຈມິດຕະພາບ ໂດຍນາງສາວຜູ້ເຂົ້າປະກວດໄດ້ລົງຄະແນນສຽງໃຫ້ກັນເອງ ແມ່ນຜູ້ເຂົ້າປະກວດໝາຍເລກ 24 ນາງ ເທບທິດາ ພັນທະສຸກ ແລະລາງວັນຂັວນໃຈມະຫາຊົນ ໂດຍການລົງຄະແນນຂອງປະຊາຊົນ ຜ່ານໂທລະສັບເຄືອຂ່າຍ ບໍລິສັດລາວໂທລະຄົມ ແມ່ນນາງສາວເຂົ້າປະກວດໝາຍເລກ 1 ນາງ ສຸນິດາ ນະຄອນສັກ.

ເຊີ່ງຂອງຂັວນ ແລະລາງວັນທີ່ນາງສາວເຂົ້າປະກວດໄດ້ຮັບ ແມ່ນໄດ້ຮັບການສະໜັບສະໜູນຈາກ ບັນດາບໍລິສັດ ແລະ ພາກສ່ວນທຸກລະກິດອ້ອມຂ້າງແຂວງ. ໃຫ້ກຽດມອບເລີ້ງເຄີ້ງ ແລະຄ້ອງສາຍພາຍ ໃຫ້ນາງສັງຂານ ໂດຍແມ່ນນາງສັງຂານປະຈຳປີ 2019 ແລະມອບລາງວັນໂດຍ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ປະທານຈັດງານບຸນປີໃໝ່ລາວປະຈຳປີ ພສ 2566 ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ພ້ອມດ້ວຍຄະນະປະທານຈັດງານບຸນ.

ຂ່າວ: ອາພຸດເດດ ພາບ: ເພັດສາຄອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments