Monday, September 23, 2024
Homeຂ່າວໜ້າໜຶ່ງລົດໄຟລາວ-ຈີນ ຂົນສົ່ງຜູ້ໂດຍສານລະຫວ່າງປະເທດ ຖ້ຽວທຳອິດນິມິດໝາຍກ້າວເຂົ້າສູ່ "ເສັ້ນທາງທອງຄຳ"

ລົດໄຟລາວ-ຈີນ ຂົນສົ່ງຜູ້ໂດຍສານລະຫວ່າງປະເທດ ຖ້ຽວທຳອິດນິມິດໝາຍກ້າວເຂົ້າສູ່ “ເສັ້ນທາງທອງຄຳ”

ໂອກາດບຸນປີໃໝ່ລາວໃກ້ຈະມາເຖິງນີ້, ທາງລົດໄຟລາວ-ຈີນ ຈະໄດ້ເປີດການຂົນສົ່ງຜູ້ໂດຍສານ ລະຫວ່າງ ປະເທດຢ່າງເປັນທາງການ ໝາຍເລກ D888 ແລະD887 ຈາກສະຖານີຄຸນໝິງໃຕ້ ຮອດນະຄອນຫລວງວຽງຈັນ ໃນວັນທີ 13 ເມສາ 2023 ນີ້ ກາຍເປັນນິມິດໝາຍການເດີນລົດໄຟ ລາວ-ຈີນ ລະຫວ່າງປະເທດກ້າວເຂົ້າສູ່ “ເສັ້ນທາງທອງຄຳ” ແລະ ສາມາດຊື້ປີ້ລະຫວ່າງປະເທດ ຜ່ານແອັບແບບສະທັນສະໄໝໄດ້ແລ້ວ.

ສໍາລັບລົດໄຟໂດຍສານລະຫວ່າງປະເທດ, ເສັ້ນທາງລົດໄຟລາວ-ຈີນ ນຳໃຊ້ຮູບແບບທຸກມື້ມີຖ້ຽວໄປ-ກັບ 1 ຂະບວນ ຈະຢຸດຢູ່ນະຄອນຫລວງວຽງຈັນ, ວັງວຽງ, ຫລວງພະບາງ, ບໍ່ເຕັນ, ບໍ່ຫານ, ສິບສອງພັນນາ, ພູເອີ, ສະຖານີຄຸນໝິງໃຕ້, ທັງໝົດ 8 ສະຖານີ, ລວມທັງເວລາຂ້າມດ່ານຊາຍແດນ ລາວ-ຈີນ ທັງໝົດ 10 ຊົ່ວໂມງ 30 ນາທີ, ນະຄອນ ຫລວງວຽງຈັນ ໄປສະຖານີຄຸນໝິງໃຕ້ສາມາດຮອດໃນມື້ດຽວ ເຊິ່ງໄດ້ສ້າງຄວາມສະດວກໃນການເດີນທາງ ແລະ ການທ່ອງທ່ຽວຂອງປະຊາຊົນສອງປະເທດ, ຊຸກຍູ້ການທ້ອງທ່ຽວລະຫວ່າງປະຊາຊົນສອງປະເທດ ແລະ ພັດທະນາເສດຖະກິດສອງປະເທດ, ຊຸກຍູ້ອຸດສະຫະກຳທັງສອງປະເທດໄປ ມາຫາສູ່ກັນໃຫ້ມີຄວາມໝາຍທີ່ສຳຄັນຍິ່ງຂຶ້ນ.

ທ່ານ ລີຈີງ ແລະ ທ່ານ ນາງ ລີເຊີນອືນ ຜົວເມຍ ໄດ້ຊື້ປີ້ຊຸດທຳອິດຂອງມື້ເປີດຂາຍປີ້ໃນວັນ 11 ເມສາ ເມສາ 2023 ຜ່ານມາ ເພື່ອມາທ່ຽວ ໂດຍຂີ່ລົດໄຟຈາກຄຸນໝິງຮອດຫລວງພະບາງ. ທ່ານ ລີຈີງ ແມ່ນພະນັກງານວິສະວະກຳຂອງ ກຸ່ມບໍລີສັດກໍ່ສ້າງທີ່ເຂົ້າຮ່ວມກໍ່ສ້າງສະຖານີລົດໄຟຫລວງພະບາງ, ສະຖານີວັງວຽງ, ສະຖານີກາສີ ແລະ ການມາທ່ຽວຄັ້ງນີ້, ມີຄວາມໝາຍທີ່ສຸດທີ່ໄດ້ເຫັນຜົນງານຂອງຕົນ ທີ່ໄດ້ປະກອບສ່ວນເຂົ້າໃນການກໍ່ສ້າງທາງລົດໄຟລາວ-ຈີນ ໃຫ້ສຳເລັດ.

ນັບແຕ່ເປີດນໍາໃຊ້ ທາງລົດໄຟລາວ-ຈີນ ມາເປັນເວລາ 1 ປີ, ທາງລົດໄຟ ລາວ-ຈີນໄດ້ເຄື່ອນໄຫວຢ່າງຕັ້ງໜ້າເປັນ”ຊ່ອງທາງເງິນທອງ” ແລະ ເປັນຊ່ອງທາງທຸກເສັ້ນສາຍຂອງວິສະຫາກິດ ແລະ ມວນຊົນນັບມື້ນັບຫລາຍຂຶ້ນ “ໜຶ່ງແລວທາງໜຶ່ງເສັ້ນທາງ” ໄດ້ນຳເອົາໂອ ກາດ ແລະ ຜົນປະໂຫຍດ ເພື່ອໃຫ້ກາຍເປັນເສັ້ນທາງແຫ່ງການພັດທະນາ ຂອງປະຊາຊົນສອງປະເທດ, ເສັ້ນທາງແຫ່ງຄວາມສຸກ, ເສັ້ນທາງມິດຕະພາບ. ມາຮອດ ວັນທີ 6 ເມສາ 2023, ທາງລົດໄຟລາວ-ຈີນ ໄດ້ສະສົມຂະບວນລົດໄຟຂົນສົ່ງໂດຍສານ ທັງໝົດ 11.979ຄູ່, ຂົນສົ່ງຜູ້ໂດຍສານ 1.378 ລ້ານເທື່ອຄົນ, ລົດໄຟຂົນສົ່ງສິນຄ້າ 16.396 ຄັນ, ຂົນສົ່ງສິນຄ້າ1.821 ລ້ານໂຕນ. ໃນນັ້ນ, ພາກສ່ວນໃນລາວ ສະສົມໄດ້ 1.521 ຄູ່, ຂົນສົ່ງຜູ້ໂດຍສານ 215 ລ້ານເທື່ອຄົນ, ລົດໄຟຂົນສົ່ງສິນຄ້າ 1.976 ຄັນ, ຂົນສົ່ງສິນຄ້າໄດ້ 405ລ້ານໂຕນ, ຂົນສົ່ງສິນຄ້າຂ້າມຊາຍແດນປະລິມານບັນລຸ 356 ລ້ານໂຕນ ເຊິ່ງລວມມີ ລາວ,ໄທ, ມຽນມາ, ມາເລເຊຍ ແລະ ຫລາຍປະເທດ”ໜຶ່ງແລວທາງໜຶ່ງເສັ້ນທາງ” ເພື່ອສ້າງຊ່ອງທາງທີ່ສະດວກໃຫ້ແກ່ການຂົນສົ່ງສິນຄ້າແຕ່ລະປະເພດ ເພື່ອສ້າງການເຊື່ອມຕໍ່ພາຍໃນ ແລະພາຍນອກ ລະຫວ່າງອາຊຽນ ໃຫ້ມີປະສີດທິພາບທາງການຂົນສົ່ງສິນຄ້າ ລະຫວ່າງປະເທດໃຫ້ສະດວກຂຶ້ນ.

ທ່ານ ອາຊານ ພາສາແປ ຢູ່ໂຄງການກໍ່ສ້າງສະຖານີລົດໄຟລາວ-ຈີນ ໄດ້ກ່າວວ່າ: ນັບແຕ່ເປີດນໍາໃຊ້ເສັ້ນທາງລົດໄຟ ເຮັດໃຫ້ປະຊາຊົນມີຄວາມສະດວກສະບາຍໃນການໄປມາສູ່ເຊິ່ງກັນ ແລະ ກັນ ດ້ວຍທາງລົດໄຟ. ຈາກນະຄອນຫລວງວຽງຈັນໄປຮອດເມືອງທ່ອງທ່ຽວທີ່ສຳຄັນແມ່ນນະຄອນຫລວງພະບາງ ໄດ້ກາຍເປັນທາງເລືອກອັນດັບໜຶ່ງຂອງປະຊາ ຊົນທີ່ຫລາຍໆຄົນໄຝ່ຝັນຢາກໄປທ່ຽວໃນໄລຍະ ປີໃໝ່ລາວ.

ທ່ານ ຈ້າງຊົງເລີຍ ຜູ້ຮັບຜີດຊອບຮັກສາບຳລຸງ ບໍລິສັດກໍ່ສ້າງສະຖານີນະຄອນ ຫລວງວຽງຈັນ ໄດ້ກ່າວວ່າ: ເບື້ອງຫລັງຄວາມປອດໄພທາງລົດໄຟລາວ-ຈີນ ແລະ ໝັ້ນທ່ຽງ ບໍລິສັດ ໄດ້ແຕ່ງຕັ້ງໃຫ້ພະນັກງານບຳລຸງທາງລົດໄຟລາວ-ຈີນ 13 ຄົນ ຢູ່ແຕ່ລະສະຖານີ ເພື່ອເຮັດວຽກສ້ອມແປງບຳລຸງກົນຈັກໄຟຟ້າ ແລະ ການບໍລິການ ເພື່ອຊ່ວຍການດໍາເນີນງານຄວາມປອດໄພຂອງລົດໄຟລາວ-ຈີນ ໂດຍກາງເວັນກວດກາ, ກາງຄືນບຳລຸງຮັກສາ ເຊິ່ງກາຍເປັນວຽກປະຈຳວັນຂອງພະນັກງານບຳລຸງຮັກສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments