Tuesday, September 24, 2024
Homeແຈ້ງການສໍາຄັນສະພາບອາກາດ ປະຈໍາວັນທີ 12 ເມສາ 2023

ສະພາບອາກາດ ປະຈໍາວັນທີ 12 ເມສາ 2023

ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ ຊຶ່ງຈະ ເຮັດໃຫ້ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມ ຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີລົມພັດແຮງເປັນບາງໂອກກາດຢູ່ບາງ ທ້ອງຖິ່ນ.

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນໃນຕອນເຊົ້າ ສ່ວນຕອນບ່າຍອາກາດຍັງຈະຮ້ອນ. ອຸນຫະພູມໃນລະຫວ່າງ 17-33 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຍັງຈະເຢັນຢູ່ບາງທ້ອງຖິ່ນໃນຕອນ ເຊົ້າ ສ່ວນຕອນບ່າຍອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 19-40 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຍັງຈະຮ້ອນເອົ້າ ພ້ອມມີໝອກແຫ້ງ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 27-38 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 21-38 ອົງສາ.

-ແຂວງໄຊສົມບູນ: ອາກາດເຢັນໃນຕອນເຊົ້າ ສ່ວນຕອນບ່າຍອາກາດ ຮ້ອນ. ອຸນຫະພູມໃນລະຫວ່າງ 18-30 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 26-38 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 16-29 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments