Friday, September 27, 2024
Homeຂ່າວໜ້າໜຶ່ງປະທານສະພາແຫ່ງຊາດລາວ ຕ້ອນຮັບການເຂົ້າພົບປະຂອງ ປະທານປະເທດ ຫວຽດນາມ

ປະທານສະພາແຫ່ງຊາດລາວ ຕ້ອນຮັບການເຂົ້າພົບປະຂອງ ປະທານປະເທດ ຫວຽດນາມ

ໃນຕອນບ່າຍຂອງວັນທີ 10 ເມສານີ້, ທີ່ຫໍສະພາແຫ່ງຊາດລາວ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດທີ່ນຳພາຄະນະຜູ້ແທນຂັ້ນສູງ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 10-11 ເມສາ 2023.

ໃນການພົບປະ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະຫາຍ ຫວໍ ວັນ ເຖືອງ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງຫວຽດນາມ ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນປະເທດທຳອິດຂອງການເຄື່ອນໄຫວຕ່າງປະເທດ ພາຍຫຼັງທີ່ ສະຫາຍ ຫວໍ ວັນ ເຖືອງ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ຄົນໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ XV, ເປັນການນຳເອົາໄມຕີຈິດມິດຕະພາບອັນດູດດື່ມ ຄວາມສາມັກຄີພິເສດ, ຄວາມຮັກແພງທີ່ສະໜິດສະໜົມ ຖານສະຫາຍອ້າຍນ້ອງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ມາສູ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ພ້ອມທັງຖືໂອກາດນີ້, ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດເຖິງ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ, ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ສະຫາຍ ເວືອງ ດິງ ເຫວະ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ.

ໃນການພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຊຶ່ງສະແດງອອກໃນການຮ່ວມມືດ້ານການເມືອງທີ່ນັບມື້ໜັກແໜ້ນເລີກເຊິ່ງ, ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ດ້ານອື່ນໆ ໄດ້ຮັບການເສີມຂະຫຍາຍ ແລະ ມີຄວາມຄືບໜ້າ. ພິເສດ ໃນປີ 2022 ຜ່ານມາ,ສອງປະເທດ ໄດ້ສໍາເລັດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວຢ່າງເປັນຂະບວນການຟົນຟື້ນ ແລະ ມີຄວາມໝາຍເລິກເຊິ່ງ ທັງເປັນໂອກາດອັນດີ ໃນການສຶກສາອົມຮົມປະຊາຊົນສອງຊາດ ໂດຍສະເພາະ ຄົນລຸ້ນໜຸ່ມຂອງສອງປະເທດ ໃຫ້ມີຄວາມເຂົ້າໃຈ ແລະ ມີຄວາມຮັບຜິດຊອບ ຕໍ່ການເສີມຂະຫຍາຍສາຍພົວພັນທີ່ຫາຍາກນີ້ ໃຫ້ນັບມື້ມີປະສິດທິຜົນ. ພ້ອມນີ້, ກໍໄດ້ເຫັນດີເປັນເອກະພາບກັນ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນພິເສດນີ້ ໃຫ້ນັບມື້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ນຳເອົາຜົນປະໂຫຍດຕົວຈິງສູ່ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ພ້ອມທັງເປັນເອກະພາບ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ.

ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນໃຫຍ່ຫຼວງຮອບດ້ານ ທີ່ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ ພາຍໃຕ້ການຊີ້ນຳ-ນຳພາ ອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໃນການສ້າງສາ ແລະ ພັດທະນາປະເທດຊາດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ອັນໄດ້ເຮັດໃຫ້ສະຖຽນລະພາບທາງການເມືອງ ມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ສາມາດຟື້ນຟູເສດຖະກິດ ພາຍຫຼັງໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຊີວິດການເປັນຢູ່ຂອງປະຊົນ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ປະເທດຊາດມີຄວາມເຂັ້ມແຂງ, ມີປະຊາທິປະໄຕ, ມີຄວາມຍຸຕິທໍາ ແລະ ສິວິໄລ. ໃນໂອກາດດຽວກັນ, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືກັນໃນອະນາຄົດ ຊຶ່ງເຫັນວ່າ: ການພົວພັນ ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ແມ່ນໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ ນໍາຜົນປະໂຫຍດຕົວຈິງມາສູ່ສອງອົງການນິຕິບັນຍັດ. ສອງສະພາແຫ່ງຊາດ ລາວ ແລະ ຫວຽດນາມ ຍິນດີສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ໃນຕໍ່ໜ້າ.

ໂອກາດດຽວກັນນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຢ່າງສູງ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ພັກ-ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ມອບໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ພິເສດ ແມ່ນຂອງຂວັນອັນລໍ້າຄ່າ ກໍຄືຫໍສະພາແຫ່ງຊາດ ຫຼັງໃໝ່ນີ້ ຊຶ່ງເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພີເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ.

ໃນການພົບປະຄັ້ງນີ້, ສະຫາຍ ຫວໍ ວັນ ເຖືອງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງການນຳ ພັກ-ລັດ ສປປ ລາວ. ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳເລັດຮອບດ້ານໃນການພັດທະນາຂອງ ສປປ ລາວ ໃນໄລຍະມໍ່ໆມານີ້ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ອ້າຍນ້ອງ ຈະສາມາດບັນລຸຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັງທີ XI ຂອງພັກ ໃຫ້ປະກົດຜົນເປັນຈິງ ແລະ ຈະສືບຕໍ່ຊຸກຍູ້ການພົວພັນດ້ານຕ່າງໆກັບ ສປປ ລາວ ໃຫ້ນັບມື້ນັບມີປະສິດທິຜົນ.

ຂ່າວ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments