Saturday, September 28, 2024
Homeຂ່າວຕ່າງປະເທດບໍລິສັດ ໃນຍີ່ປຸ່ນເລີ່ມປັບຫຼຸດມື້ເຮັດວຽກເຫຼືອພຽງ 4 ວັນຕໍ່ອາທິດ

ບໍລິສັດ ໃນຍີ່ປຸ່ນເລີ່ມປັບຫຼຸດມື້ເຮັດວຽກເຫຼືອພຽງ 4 ວັນຕໍ່ອາທິດ

ບໍລິສັດໃນຍີ່ປຸ່ນຫຼາຍແຫ່ງເລີ່ມປ່ຽນຮູບແບບມື້ເຮັດວຽກ ເພື່ອສະເໜີທາງເລືອກໃຫ້ແກ່ພະນັກງານມາເຮັດວຽກພຽງອາທິດລະ 4 ວັນ ໂດຍຫວັງຈະຊ່ວຍປັບຄວາມສົມດູນຊີວິດ ແລະ ການເຮັດວຽກຂອງພະນັກງານຍີ່ປຸ່ນ. ການປັບຫຼຸດມື້ເຮັດວຽກລົງເຫຼືອພຽງ 4 ວັນຕໍ່ອາທິດ ກຳລັງມີທ່າອ່ຽງເພີ່ມຂຶ້ນໃນຫຼາຍປະເທດ ໂດຍສະເພາະໃນແຖບເອີຣົບ ຂະນະທີ່ທາງອາຊີນັ້ນ ຍີ່ປຸ່ນເລີ່ມໃຫ້ຄວາມສົນໃຈ ແລະ ນຳມາປັບໃຊ້ ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນ ແລະ ບັນຈຸໄວ້ໃນນະໂຍບາຍ ໂດຍແນະນຳໃຫ້ບໍລິສັດ ແລະ ອົງກອນສະເໜີທາງເລືອກວັນພັກ 3 ວັນຕໍ່ອາທິດໃຫ້ແກ່ພະນັກງານ. ບັນດາບໍລິສັດໃນເຄືອຂ່າຍພານາໂຊນິກ (Panasonic) ເປັນບໍລິສັດຫຼ້າສຸດທີ່ອະນຸຍາດໃຫ້ພະນັກງານເລືອກພັກໄດ້ອາທິດລະ 3 ວັນ ເທົ່າກັບເຫຼືອມື້ເຮັດວຽກພຽງ 4 ວັນຕໍ່ອາທິດ ໂດຍ ບໍລິສັດ ຮິຕາຊິ (Hitachi), ທະນາຄານມິຊູໂຮະ (Mizuho) ແລະ ບໍລິສັດ ຟາສ ຣີເທນລິງ (Fast Retailing) ໄດ້ອະນຸຍາດໃຫ້ພະນັກງານຫຼຸດການເຮັດວຽກເຫຼືອພຽງ 4 ວັນຕໍ່ອາທິດໃນຕົ້ນເດືອນເມສາຜ່ານມາ.

ທ່ານ ຢູກິ ຄຸຊຸມິ ປະທານ ບໍລິສັດ Panasonic ກ່າວວ່າ: ເປັນຄວາມຕ້ອງການຂອງບໍໍລິສັດທີ່ຢາກເຮັດໃຫ້ພະນັກງານມີຄວາມຫຼາກຫຼາຍ, ມີຄວາມສົມດູນຂອງຊີວິດ ແລະ ການເຮັດວຽກທີ່ດີ. ຈາກການສຳຫຼວດບໍລິສັດ 4.000 ແຫ່ງໃນຍີ່ປຸ່ນ ໃນປີຜ່ານມາ ພົບວ່າ 8,5% ຂອງບໍລິສັດທົ່ວປະເທດບໍ່ໄດ້ບັງຄັບໃຫ້ພະນັກງານຕ້ອງມາເຮັດວຽກ 5 ວັນຕໍ່ອາທິດ. ໃນເດືອນສິງຫາ 2022 ບໍລິສັດໄມໂຄຣຊອບສາຂາຍີ່ປຸ່ນໄດ້ທົດລອງໃຫ້ພະນັກງານເລີ່ມເຮັດວຽກອາທິດລະ 4 ວັນ ໂດຍໃຫ້ພັກຕັ້ງແຕ່ວັນສຸກເຖິງວັນອາທິດ ເປັນເວລາ 5 ອາທິດ ພົບວ່າ ຜົນຜະລິດຈາກການເຮັດວຽກເພີ່ມຂຶ້ນເຖິງ 40% ການປະຊຸມວຽກມີປະສິດທິພາບຫຼາຍຂຶ້ນ, ພະນັກງານມີຄວາມສຸກຫຼາຍຂຶ້ນ ແລະ ລາພັກໜ້ອຍລົງ. ພະນັກງານ 9 ໃນ 10 ຄົນຂອງບໍລິສັດກ່າວວ່າ ພວກເຂົາພໍໃຈໃນມື້ເຮັດວຽກທີ່ຫຼຸດລົງລວມເຖິງປະໂຫຍດອື່ນໆເຊັ່ນ ຫຼຸດການໃຊ້ໄຟຟ້າໃນບໍລິສັດໄດ້ 23% ແລະ ຫຼຸດການໃຊ້ເຈ້ຍພິມເອກະສານໄດ້ 59% ຊຶ່ງເຮັດໃຫ້ນາຍຈ້າງພໍໃຈເຊັ່ນດຽວກັນ.

ບໍລິສັດ ໂອຊາກາ ຟລິມ (Osaka Film) ທີ່ເລີ່ມປັບໃຊ້ນະໂຍບາຍຫຼຸດມື້ເຮັດວຽກ ຫວັງວ່າ ພະນັກງານຈະສ້າງຄວາມສຳພັນ ແລະ ເຄືອຂ່າຍໃໝ່ໆຜ່ານການໃຊ້ເວລາມື້ພັກໃນການເຮັດກິດຈະກຳອື່ນໆເຊັ່ນ: ການຮຽນຮູ້ສິ່ງໃໝ່ໆ ຫຼື ການເຮັດວຽກທີ່ໂຕເອງມັກ ບໍລິສັດຕ້ອງການໃຫ້ພະນັກງານໄດ້ພົບປະແລກປ່ຽນ ແລະ ຮູ້ຈັກກັບຄົນໃໝ່ໆ ລວມທັງມີປະສົບການໃນການເຮັດສິ່ງຕ່າງໆທີ່ບໍ່ສາມາດເຮັດໄດ້ໃນບໍລິສັດ ແລະ ນຳສິ່ງເຫຼົ່ານັ້ນກັບມາໃຊ້ປະໂຫຍດໃນການເຮັດວຽກ. ພະນັກງານທີ່ບໍລິສັດອະນຸຍາດໃຫ້ເຮັດວຽກອາທິດລະ 4 ວັນ ປະມານ 80% ຈະໄດ້ຮັບເງິນເດືອນເທົ່າເດີມ ແລະ ໄດ້ຮັບອະນຸຍາດໃຫ້ເຮັດວຽກພິເສດເພີ່ມໄດ້.

ບໍລິສັດ Hitachi ຊຶ່ງເປັນບໍລິສັດໃຫຍ່ລະດັບນາໆຊາດ ອະນຸຍາດໃຫ້ພະນັກງານສາມາດຈັດສັນມື້ເຮັດວຽກຂອງຕົນເອງໄດ້ຕາມຄວາມສະດວກ ພະນັກງານສາມາດເຮັດວຽກອາທິດລະ 4 ວັນໄດ້ເທົ່າທີ່ພວກເຂົາມີຊົ່ວໂມງການເຮັດວຽກຄົບຕາມກຳນົດຂອງແຕ່ລະເດືອນ. ເຖິງຢ່າງໃດກໍຕາມ, ຍັງຄົງມີອຸປະສັກໃນການປັບໃຊ້ແນວທາງນີ້ກັບທຸກບໍລິສັດ ຊຶ່ງມີວັດທະນະທຳການເຮັດວຽກອາທິດລະ 5 ວັນ ມາຕັ້ງແຕ່ໄລຍະທ້າຍທົດສະວັດທີ 80 ໂດຍອີງຕາມຜົນການສຳຫຼວດພົບວ່າ 78,5% ຂອງພະນັກງານໃນໄລຍະອາຍຸ 20-50 ປີກ່າວວ່າ ພວກເຂົາຈະບໍ່ພັກອາທິດລະ 3 ວັນ ຖ້າຫາກຖືກຫັກເງິນຄ່າຈ້າງຈາກວັນພັກທີ່ເພີ່ມຂຶ້ນ ສ່ວນຜົນການສຳຫຼວດຂອງບໍລິສັດ ມາຍເນວີ ຄອບ (My navy Corp) ລະບຸວ່າ ບໍ່ໜ້າຈະເປັນໄປໄດ້ທີ່ຈະຫຼຸດມື້ເຮັດວຽກ ເພາະບໍລິສັດຂອງພວກເຂົາມີພະນັກງານບໍ່ພໍຮັບມືກັບວຽກທີ່ຫຼາຍຈົນລົ້ນມືຢູ່ແລ້ວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments