Saturday, September 28, 2024
Homeຂ່າວຕ່າງປະເທດຊີວະປະຫວັດ ຂອງ ທ່ານ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ

ຊີວະປະຫວັດ ຂອງ ທ່ານ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ

————————

ຊື່ເຕັມ: ຫວໍ ວັນ ເຖືອງ

ເພດ: ຊາຍ

ວັນ ເດືອນ ປີເກີດ: 13 ທັນວາ 1970

ບ້ານເກີດ: ຕາແສງ ອານເຟືອກ , ເມືອງ ແມ້ງທິ , ແຂວງວິ້ງລອງ

ຊົນເຜົ່າ: ກິງ

ວັນ ເດືອນ ປີ ເຂົ້າພັກສຳຮອງ: 18 ພະຈິກ 1993

ວັນ ເດືອນ ປີ ເຂົ້າພັກສົມບູນ: 18 ພະຈິກ 1994

ລະດັບການສຶກສາ:

– ການສຶກສາລະດັບສາມັນ: 12/12

– ປະລິນຍາຕີ ສາຂາປັດຊະຍາ

– ປະລິນຍາໂທ ສາຂາວິທະຍາສາດ ສັງຄົມ ແລະ ມະນຸດສາດ

– ລະດັບທິດສະດີການເມືອງ: ຂັ້ນສູງ

– ພາສາຕ່າງປະເທດ: ພາສາ ອັງກິດ

ຕຳແໜ່ງ:

– ກໍາມະການສໍາຮອງ ສູນກາງພັກ ຊຸດທີ X;

– ກໍາມະການສູນກາງພັກ ຊຸດທີ XI, XII ແລະ XII;

– ເລຂາທິການສູນກາງພັກ ຊຸດທີ XII ແລະ XIII;

– ກໍາມະການກົມການເມືອງສູນກາງພັກ ຊຸດທີ XII ແລະ XIII;

– ຮອງສະພານິຕິບັນຍັດ ຊຸດ XII, XIV ແລະ XV.

ປະສົບການເຮັດວຽກ:

ປີ 1993-2004: ເຂົ້າຮັບຫລາຍຕຳແໜ່ງ ຢູ່ ສູນກາງຊາວໜຸ່ມ ນະຄອນໂຮ່ຈີ່ມິງ ຄື: ເປັນສະມາຊິກ, ຮອງຫົວໜ້າກົມ, ຫົວໜ້າກົມ, ກຳມະການຄະນະບໍລິຫານງານ, ສະມາຊິກຂອງຄະນະປະຈຳ, ຮອງເລຂາທິການ, ຈາກນັ້ນ ເປັນເລຂາທິການຄະນະບໍລິຫານງານ ສູນກາງຊາວໜຸ່ມ ນະຄອນໂຮ່ຈີ່ມິງ; ເປັນຮອງປະທານ, ຕໍ່ມາ ເປັນ ປະທານສະມາຄົມນັກສຶກສາ ນະຄອນ ໂຮ່ຈີ່ມິງ; ປະທານສະມາຄົມຊາວໜຸ່ມ ນະຄອນໂຮ່ຈີ່ມິງ; ກໍາມະການຄະ ນະບໍລິຫານງານ, ກໍາມະການຄະນະປະຈໍາສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີ່ມິງ; ກຳມະການຄະນະພັກ ນະຄອນ ໂຮ່ ຈິ ມິນ (ແຕ່ເດືອນ ຕຸລາ 2003).

ເດືອນ ພະຈິກ 2004-ເດືອນ ຕຸລາ 2006: ກຳມະການຄະນະພັກ ນະຄອນ ໂຮ່ຈີ່ມິງ ແລະ ເລຂາພັກເມືອງ 12.

ເດືອນ ເມສາ 2006: ກໍາມະການສໍາຮອງ ສູນກາງພັກ ຊຸດທີ X;

ເດືອນ ຕຸລາ 2006: ເລຂາຄະນະປະຈໍາ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີ່ມິງ (ແຕ່ ເດືອນ ມັງກອນ ປີ 2007), ປະທານ ສະມາຄົມຊາວຫນຸ່ມ ຫວຽດນາມ, ປະທານຄະນະກໍາມະທິການຊາວ ໜຸ່ມ ຫວຽດນາມ ສາກົນ, ຮອງປະທານ ສະພາແຫ່ງຊາດ ຊຸດທີ XII.

ເດືອນ ມັງກອນ 2011 – ເດືອນ ເມສາ 2014: ກໍາມະການສູນກາງພັກ ຊຸດທີ XI, ເລຂາພັກແຂວງ ກວາງ ຫງາຍ ( ນັບແຕ່ ເດືອນ 8/2011 ).

ເດືອນ ເມສາ 2014-ເດືອນ ມັງກອນ 2016: ຮອງເລຂາ ຄະນະພັກ ນະຄອນ ໂຮ່ຈີມິນ.

ເດືອນ ມັງກອນ 2016: ກໍາມະການ ສູນກາງພັກ ຊຸດທີ XII; ໄດ້ຮັບການເລືອກຕັ້ງຈາກ ກຳມະການ ສູນກາງພັກ ຂຶ້ນເປັນກົມການເມືອງ; ໄດ້ຮັບການແຕ່ງຕັ້ງ ໂດຍກົມການເມືອງ ໃຫ້ເປັນ ຄະນະເລຂາທິການສູນ ກາງພັກ.

ເດືອນກຸມພາ 2016-ເດືອນ ມັງກອນ 2021: ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການ ສູນກາງພັກ, ຫົວໜ້າຄະນະໂຄສະນາ ແລະ ອົບຮົມສູນກາງພັກ.

ເດືອນ ມັງກອນ 2021: ກໍາມະການກົມການເມືອງສູນກາງພັກ, ສະມາຊິກຖາວອນ ຄະນະເລຂາທິການສູນ ກາງພັກ (ເດືອນ ກຸມພາ 2021 ) .

ເດືອນ ມີນາ 2023: ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

————————

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments