Saturday, September 28, 2024
Homeຂ່າວຕ່າງປະເທດສສ ຫວຽດນາມ-ສະຫະນະຄອນ ເອເມເຣັດ ອາຣັບ ເຈລະຈາສັນຍາ ຄູ່ຮ່ວມມື ເສດຖະກິດ ຮອບດ້ານ

ສສ ຫວຽດນາມ-ສະຫະນະຄອນ ເອເມເຣັດ ອາຣັບ ເຈລະຈາສັນຍາ ຄູ່ຮ່ວມມື ເສດຖະກິດ ຮອບດ້ານ

ຕາມຂ່າວຈາກວິທະຍຸສາກົນ ຫວຽດນາມ, ທ່ານ ຫງວຽນ ຮົ່ງຢຽນ,ລັດຖະມົນຕີ ກະຊວງ ອຸດສາຫະກຳ ການຄ້າ ສສ ຫວຽດນາມ ໄດ້ພົບ​ປະ​ກັບ ທ່ານ ປ.ອ ທາ​ນິ ບິນ ອາ​ເມັດ ອໍລ ​ເຊ​ຢູດິ (Thani bin Ahmed Al Zeyoudi), ລັດຖະມົນຕີ ຮັບຜິດຊອບ ການຄ້າ ສາກົນ, ກະຊວງ ການຕ່າງປະເທດ ສະຫະ​ນະຄອນ ​ເອ​ເມ​ເຣັດ ອາຣັບ(UAE)​ໃນ​ວັນ​ທີ6 ​ເມສາ​ນີ້ ຢູ່ນະຄອນຫລວງ ອາ​ບູດາ​ບີ (Abu Dhabi).ຈາກ​ນັ້ນ ທ່ານ ຫງວຽນ ຮົ່ງຢຽນ ​ໄດ້ສະເໜີໃຫ້ ເພີ່ມທະວີ ການແລກປ່ຽນ ຄະນະ ຜູ້ແທນ ທຸກຂັ້ນ, ຄະນະ ນັກທຸລະກິດ ເພື່ອຊອກຮູ້ ກາລະໂອກາດ ຮ່ວມມື, ພິເສດ ແມ່ນການຮ່ວມມື ໃນຂົງເຂດ ການຄ້າ ແລະ ການລົງທຶນ. ພ້ອມ​ທັງ ກຳນົດທິດ ປຶກສາຫາລື ສັນຍາ ການຄ້າ ເສລີ 2 ຝ່າຍ ​ໂດຍ​ສະ​ເພາະ ສັນຍາ ຄູ່ຮ່ວມມື ເສດຖະກິດ ຮອບດ້ານ ລະຫວ່າງ ສສ ຫວຽດນາມ ແລະ UAE (CEPA).ນອກ​ນີ້ ຍັງຕີລາຄາສູງ ຄວາມສາມາດ ບົມຊ້ອນ ແລະ ກາລະໂອ ກາດ ຈາກສັນຍາ ດັ່ງກ່າວ ຕໍ່​ແລະ ຈະສ້າງທ່າເຕີບໂຕ ດ້ານການຄ້າ ແລະ ການລົງທຶນ ໃນໄລຍະ​ໃໝ່. ​ໃນ​ໂອກາດ​ນີ້ ທ່ານ ປ.ອ Thani bin Ahmed Al Zeyoudi ກ່າວ​ເນັ້ນວ່າ: ຈະເພີ່ມທະວີ ການຮ່ວມມື ດ້ານເສດຖະກິດກັບ ສສ ຫວຽດນາມ ແລະ ຍາມໃດກໍ່ຖື ສສ ຫວຽດນາມ ເປັນຄູ່ຮ່ວມມື ສຳຄັນ ກ່ຽວ ກັບ ເສດຖະກິດ ແລະ ມີຄວາມສາມາດ ບົມຊ້ອນ ຫລາຍຢ່າງ ໃນການ ຮ່ວມມື. ການນຳ ຂັ້ນສູງສຸດ ຂອງ UAE ກໍ່ມີການຊີ້ນຳ ທີ່ຈຳເປັນ ຕໍ່ເລື່ອງ ເລີ່ມເຄື່ອນໄຫວ ເຈລະຈາ ກ່ຽວ ກັບ CEPA ພາຍຫລັງ ສສ ຫວຽດນາມ ສຳ ເລັດ ບັນດາ ລະບຽບການ ຢູ່ພາຍໃນປະເທດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments