Saturday, September 28, 2024
Homeຂ່າວໜ້າໜຶ່ງສານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນນ້ຳໂລກ 22 ມີນາ 2023

ສານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນນ້ຳໂລກ 22 ມີນາ 2023

ໃນທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນ ສະເຫລີມສະຫລອງ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ, ປະຊາຊົນລາວບັນດາເຜົ່າ ຮ່ວມກັບປະຊາຄົມໂລກ ພ້ອມກັນສະເຫລີມສະຫລອງວັນນໍ້າໂລກ ວັນທີ 22 ມີນາ 2023 ພາຍໃຕ້ຫົວຂໍ້ “ການປ່ຽນແປງເພື່່ອໂລກທີ່ດີຂຶ້ນ (Be The Change You Want to See in The World)” ເຫດການດັ່ງກ່າວ ເປັນຂີດ ໝາຍ ແລະ ບາດກ້າວສຳຄັນອັນໜຶ່ງ ເພື່ອປຸກລະດົມຈິດສຳນຶກ ທົ່ວປວງຊົນໃຫ້ເຫັນບົດບາດຄວາມສຳຄັນຂອງນ້ຳ.

ຄືໄດ້ຮູ້ນຳກັນແລ້ວວ່າ ນ້ຳ ເປັນອົງປະກອບພື້ນຖານ ທີ່ຂາດບໍ່ໄດ້ຂອງສິ່ງທີ່ມີຊີວິດໃນໂລກ. ຍິ່ງໄປກວ່ານັ້ນ ນ້ຳ ຍັງເປັນໜຶ່ງໃນຊັບພະຍາກອນຍຸດທະສາດ ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ດີຂຶ້ນເທື່ອລະກ້າວ. ພ້ອມດຽວກັນນີ້, ຍ້ອນປະຊາກອນໂລກ ໄດ້ມີການເພີ່ມຂຶ້ນຢ່າງໄວວາ, ຊັບພະຍາກອນນ້ຳ ສະເລ່ຍຕໍ່ຫົວຄົນກໍຫລຸດໜ້ອຍຖອຍລົງ ອັນໄດ້ກໍ່ໃຫ້ເກີດບັນຫາຂາດແຄນນ້ຳຢູ່ຫລາຍແຫ່ງໃນທົ່ວໂລກ. ໃນຂະນະດຽວກັນ, ບັນຫາມົນລະພິດທາງນໍ້າໄດ້ເພີ່ມຂຶ້ນ ຈາກກິດ ຈະກຳຕ່າງໆ. ຄຽງຄູ່ກັນນີ້ ນໍ້າ ກໍຍັງເປັນສາເຫດ ແຫ່ງໄພພິບັດທາງທໍາມະຊາດເຊັ່ນ: ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ຊຶ່ງ ເປັນການຂົ່ມຂູ່ຕໍ່ການດຳລົງຊີວິດຂອງມະນຸດຊາດ. ດ້ວຍເຫດຜົນຄືດັ່ງກ່າວ ພວກເຮົາ ຈຶ່ງໃຫ້ຄວາມສຳຄັນເປັນພິເສດ ຕໍ່ການສະເຫລີມສະຫລອງ ວັນນ້ຳໂລກ ເພື່ອໃຫ້ເຫັນໄດ້ ບົດບາດ ແລະ ຄວາມສຳຄັນ ຂອງ ນ້ຳ.

ສປປ ລາວ ເປັນປະເທດ ທີ່ອຸດົມສົມບູນດ້ວຍນໍ້າ ທັງນ້ຳໜ້າດິນ ແລະ ນໍ້າໃຕ້ດິນ, ມີສາຍນ້ຳຂອງໄຫລຜ່ານແຕ່ເໜືອຮອດໃຕ້ ຊຶ່ງເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ພ້ອມກັນນັ້ນ, ນໍ້າ ຍັງເປັນປັດໄຈທີ່ສຳຄັນຮັບໃຊ້ໃຫ້ແກ່ການພັດທະນາໃນຂະແໜງການຕ່າງໆ ເຊັ່ນ: ການພັດທະນາໄຟຟ້າພະລັງນໍ້າ, ຊົນລະປະທານ, ການສະໜອງນ້ຳ ໃນຕົວເມືອງ ແລະ ຊົນນະບົດ, ການປະມົງ, ການທ່ອງທ່ຽວ, ອຸດສາຫະກຳ, ການຂົນສົ່ງ ແລະ ອື່ນໆ. ເຖິງຢ່າງໃດກໍຕາມ, ເນື່ອງຈາກສະພາບການປ່ຽນແປງດິນຟ້າອາກາດ ແລະ ການເພີ່ມຂອງປະຊາກອນສົ່ງຜົນໃຫ້ທ່າອ່ຽງການຂາດເຂີນນໍ້າໃນໂລກເພີ່ມຂຶ້ນ ຊຶ່ງກາຍເປັນບັນຫາທ້າທາຍ ຕໍ່ການດຳລົງຄົງຕົວຂອງມະນຸດຊາດໃນທົ່ວໂລກ. ສຳລັບຢູ່ ສປປ ລາວ ໃນໄລຍະຜ່ານມາ, ກໍໄດ້ປະເຊີນໜ້າກັບໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ທີ່ເກີດຂຶ້ນຢູ່ບາງເຂດຂອງປະເທດເຮົາ ຊຶ່ງເປັນໄພຂົ່ມຂູ່ ຕໍ່ການດໍາລົງຊີວິດ ຂອງປະຊາຊົນ. ໃນໄລຍະຜ່ານມາ, ລັດຖະບານໄດ້ມີຄວາມພະຍາຍາມສູງ ແລະ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານການຄຸ້ມຄອງຊັບພະຍາ ກອນທຳມະຊາດ ໂດຍສະເພາະ ແມ່ນວຽກງານການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ ໂດຍໄດ້ສ້າງ ແລະ ຈັດຕັ້ງປະຕິບັດ ກົດໝາຍ, ນະໂຍບາຍ ແລະ ນິຕິກໍາ ໃຫ້ສອດຄ່ອງ ແລະ ແທດເໜາະກັບສະພາບການຕົວຈິງຂອງປະເທດເຮົາໃນແຕ່ລະໄລຍະ.

ສະນັ້ນ ພາຍໃຕ້ຄໍາຂວັນ ວັນນ້ຳໂລກ ໃນ ປີນີ້ ທີ່ວ່າ “ການປ່ຽນແປງເພື່່ອໂລກທີ່ດີຂຶ້ນ, ຂ້າພະເຈົ້າເຫັນວ່າ ມີຄວາມໝາຍ ແລະ ມີຄວາມສຳຄັນຫລາຍ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ມີການປ່ຽນແປງທີ່ດີຂຶ້ນ ໂດຍຕັ້ງໜ້າປະກອບສ່ວນ ເຂົ້າຮ່ວມໃນການຄຸ້ມຄອງນ້ຳ ແລະ ຊັບພະຍາກອນນໍ້າ ໂດຍສະເພາະ ແຫລ່ງກຳເນີດຂອງນໍ້າໜ້າດິນ ແລະ ນໍ້າໃຕ້ດິນ ໃຫ້ມີຄວາມຍືນຍົງ ຕະຫລອດໄປ.

ໃນໂອກາດ ອັນສະຫງ່າລາສີນີ້, ໃນນາມ ລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຄວາມຍ້ອງຍໍຊົມເຊີຍມາຍັງ ປະຊາຊົນລາວບັນດາເຜົ່າ, ຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ, ຫົວໜ່ວຍທຸລະກິດ, ທຸກພາກສ່ວນໃນສັງຄົມ, ອົງການຈັດຕັ້ງສາກົນ ແລະ ບັນດາປະເທດເພື່ອນມິດ, ໄດ້ພ້ອມກັນອອກແຮງສູ້ຊົນ, ປະສານສົມທົບ ແລະ ໃຫ້ການສະໜັບສະໜູນ ຮ່ວມມືໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນນ້ຳ ໃຫ້ມີຄວາມຍືນຍົງ.

ທ້າຍສຸດນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງປວງຊົນລາວທັງຊາດ ຈົ່ງເພີ່ມທະວີຄວາມສາມັກຄີ ເປັນເອກະພາບ ຕັ້ງໜ້າເຂົ້າຮ່ວມຂະບວນການຮັກຊາດ ແລະ ພັດທະນາ, ສ້າງປະເທດລາວ ໃຫ້ເປັນ ສີຂຽວສະອາດ ແລະ ງາມຕາ, ມີສາຍນໍ້າໃສໄຫລລິນບໍ່ຂາດ ປາສາຈາກມົນລະພິດ, ນໍ້າໃຕ້ດິນອຸດົມຮັ່ງມີ ເພື່ອປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບຊີວິດ ຂອງປວງຊົນທັງຊາດ, ພ້ອມທັງປົກປັກຮັກສາຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງຕະຫລອດໄປ; ຂໍອວຍພອນ ໃຫ້ການສະເຫລີມສະຫລອງ ວັນນ້ຳໂລກ ທີ່ຕິດພັນກັບຂະບວນການຕ່າງໆ ຈົ່ງປະສົບຜົນສຳເລັດຕາມຄາດໝາຍຢ່າງຈົບງາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments