Friday, September 27, 2024
Homeຂ່າວຕ່າງປະເທດມຽນມາ ສົ່ງອອກຖົ່ວດຳຫລາຍກວ່າ 6,4 ແສນໂຕນ

ມຽນມາ ສົ່ງອອກຖົ່ວດຳຫລາຍກວ່າ 6,4 ແສນໂຕນ

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອວັນທີ 6 ເມສາ, ກະຊວງ ການຄ້າ ຂອງ ມຽນມາ ລາຍງານວ່າ: ປະລິມານ ການສົ່ງອອກ ຖົ່ວດຳ ໃນໄລຍະ 11 ເດືອນ ຂອງ ສົກປີງົບປະມານ 2022-2023 ຊຶ່ງເລີ່ມຕົ້ນ ເດືອນ ເມສາ ປີກາຍ ຫລາຍກວ່າ 641.318 ໂຕນ. ໂດຍສະເພາະ ປະເທດ: ອິນເດຍ, ຈີນ ແລະ ໄທ ກວມເອົາມູນຄ່າ ຫລາຍກວ່າ 525,08 ລ້ານໂດລາ ສະະລັດ. ມຽນມາ ປູກປະເພດຖົ່ວ ຫລາຍເປັນອັນດັບ 2 ຖັດຈາກເຂົ້າ ໂດຍກວມເອົາ ອັດຕາສ່ວນ 33% ຂອງ ຜົນຜະລິດ ກະສິກຳ ທັງໝົດ ຂອງປະເທດ. ປັດຈຸບັນ, ຖົ່ວດຳ ເປັນສິນຄ້າສົ່ງອອກ ຂະໜາດໃຫຍ່ສຸດ ຂອງປະເພດຖົ່ວ ໃນມຽນມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments