Friday, September 27, 2024
Homeຂ່າວໜ້າໜຶ່ງສຳເລັດບັ້ນຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ

ສຳເລັດບັ້ນຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ

ສານປະຊາຊົນສູງສຸດ ປິດບັ້ນຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ VI ປະຈຳປີ 2023 ໃຫ້ແກ່ພະນັກງານຫລັກແຫລ່ງຂອງສານປະຊາຊົນ, ອົງການກວດສອບແຫ່ງລັດ ແລະ ກະຊວງການເງິນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດ, ມີທ່ານ ນາງ ບຸນມີ ຈູນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ພ້ອມດ້ວຍ ນັກຝຶກອົບຮົມເຂົ້າຮ່ວມ.

ທ່ານ ກັ້ງ ເຕັມສົມບັດ ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ໄດ້ໃຫ້ຮູ້ວ່າ: ການຝຶກອົບຮົມຄັ້ງນີ້ ແມ່ນເລັ່ງໃສ່ຍົກລະດັບຄວາມຮູ້ທາງດ້ານ ທິດສະດີການເມືອງ-ການປົກຄອງ ໃຫ້ແກ່ພະນັກ ງານຂອງສານປະຊາຊົນໃນຂອບເຂດທົ່ວປະເທດ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້, ຄວາມເຂົ້າໃຈ ແລະ ເຊື່ອມຊຶມຕໍ່ແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ເຫັນໄດ້ມູນເຊື້ອການນໍາພາ-ຊີ້ນໍາ ຂອງພັກ, ມີທັດສະນະຫລັກໝັ້ນ, ສາມາດກໍາໄດ້ທິດສະດີມາກ-ເລນິນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ-ຈັນຍາທໍາ ເພື່ອນໍາເອົາທິດສະດີ ທີ່ໄດ້ຮຽນໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ມີໝາກຜົນໃນຕໍ່ໜ້າ.

ສໍາລັບ ເນື້ອໃນການຝຶກອົບຮົ ແມ່ນປະຕິບັດຕາມຫລັກສູດຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຶ່ງປະກອບມີ 5 ພາກວິຊາຄື: ພາກວິຊາປັດຊະຍາ ມີທັງໝົດ 6 ບົດ, ພາກວິຊາ ເສດຖະສາດການເມືອງ ມີ 8 ບົດ, ພາກລັດທິສັງຄົມນິຍົມວິທະຍາສາດ ມີ 6 ບົດ, ພາກວິຊາບໍລິຫານສາດ ມີ 8 ບົດ ແລະ ພາກວິຊາກໍ່ສ້າງພັກ ມີ 5 ບົດ. ນອກນັ້ນ, ຍັງໄດ້ສຸມໃສ່ຍົກສູງຄຸນທາດການເມືອງ ໂດຍໄດ້ຈັດການປາຖະກະຖາ ກ່ຽວກັບຈັນຍາບັນ-ຈັນຍາທໍາຂອງພະນັກງານ-ຜູ້ພິພາກສາ. ຜ່ານການຝຶກອົບຮົມ, ຜູ້ເຂົ້າຮ່ວມສາມາດຮັບຮູ້ໄດ້ເຖິງວິວັດທະນາການສັງຄົມ ໃນແຕ່ລະລະບອບຂອງການເຕີບໃຫຍ່ຂະຫຍາຍຕົວ, ກຳໄດ້ບັນດາທິດສະດີທີ່ສໍາຄັນ ເຊັ່ນ: 2 ຫລັກມູນ, 3 ກົດເກນ, 6 ຄູ່ມາດຕະເກນ ເພື່ອຈະໄດ້ ນໍາໄປຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ແລະ ນັກຝຶກອົບຮົມສາມາດຮັບຮູ້ ແລະ ກໍາແໜ້ນແນວທາງ ນະໂຍບາຍຂອງພັກ ໂດຍສະເພາະກໍແມ່ນ 5 ຫລັກການ 3 ທິດຊີ້ນຳຂອງພັກ.

ໃນໂອກາດນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງຊຸດຝຶກອົບຮົມໃນຄັ້ງນີ້, ແຕ່ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ເພື່ອເຮັດໃຫ້ການຈັດຝຶກອົບຮົມໃນຄັ້ງຕໍ່ໄປໄດ້ຮັບຜົນດີກວ່າເກົ່າ ໂດຍທ່ານໄດ້ມີຄວາມເຫັນ ເພື່ອເປັນທິດທາງນໍາໄປຄົ້ນຄວ້າຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ຄື: ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ທິດທະດີ ມາກ-ເລນິນ ຢ່າງປະດິດສ້າງ, ສອດຄ່ອງກັບສະພາບຈຸດພິເສດຂອງປະເທດເຮົາ ຕິດພັນກັບການຄົ້ນຄວ້າຜັນຂະຫຍາຍແນວຄິດ ໄກສອນ ພົມວິຫານ, ສືບທອດ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງພັກ, ບູລະນະແນວທາງ, ແຜນນະໂຍບາຍຂອງພັກ ໃຫ້ສອດຄ່ອງກັບເງື່ອນໄຂໃໝ່, ຮັບປະກັນຄວາມເປັນເອກະພາບ ນໍາພາເປັນໝູ່ຄະນະ, ພາວະວິໄສ, ໂປ່ງໄສ, ຖືກຕ້ອງຕາມຂໍ້ມູນຫລັກຖານ ແລະ ກົດໝາຍກໍານົດໄວ້ ຈຶ່ງຈະເຮັດໃຫ້ຄູ່ຄວາມຍອມຮັບຕໍ່ການຕັດສິນ, ພິພາກສາຂອງສານ, ຍອມຮັບ ແລະ ເຊື່ອຖືຕໍ່ສະຖາບັນຕຸລາການ; ໃຫ້ເອົາໃຈໃສ່ຖືວຽກງານການເມືອງ-ແນວຄິດ ເປັນສະໜາມຮົບແຖວໜ້າອັນດັບໜຶ່ງ; ສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນພະນັກງານທີ່ມີຄຸນທາດການເມືອງທີ່ໜັກແໜ້ນ, ຄຸນສົມບັດສິນທໍາປະຕິ ວັດ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ເຊີດຊູຄວາມເປັນແບບຢ່າງໃນການດໍາລົງຊີວິດປອດໃສ ຂາວສະອາດ, ປະຢັດ, ຕ້ານການຟຸມເຟືອຍ, ເປັນແບບຢ່າງໃນການປະຕິບັດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆ; ເອົາໃຈໃສ່ສຶກສາອົບຮົມ, ຄຸ້ມຄອງຄອບຄົວ, ຍາດຕິພີ່ນ້ອງ ໃຫ້ເປັນແບບຢ່າງໃນການດໍາລົງຊີວິດທີ່ກ້າວໜ້າ, ບໍ່ໃຫ້ເຮັດໃນສິ່ງທີ່ເສຍຫາຍໃນວຽກງານອັນລວມ ໄປສູ່ຜົນປະໂຫຍດສ່ວນຕົວຄອບຄົວ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໃນການລ່ວງລະເມີດກົດໝາຍ; ຕ້ອງຢຶດຖືຈັນຍາບັນ-ຈັນຍາທຳ ຢ່າງເຄັ່ງຄັດ ໂດຍຖືເອົາຈັນຍາທຳທາງດ້ານໜ້າທີ່ເປັນຫລັກໃນການປະຕິບັດໜ້າທີ່ວຽກງານ, ຖືເອົາປະຊາຊົນເປັນໃຈກາງ, ຈິງໃຈຮັບໃຊ້ປະຊາຊົນ ປະຕິບັດຕາມຄຳຂວັນທີ່ວ່າ: ພັກເຮົາ ແມ່ນມາຈາກປະຊາຊົນ ໂດຍປະຊາຊົນ ແລະ ຮັບໃຊ້ປະຊາຊົນ ຢ່າງບໍລິສຸດໃຈ ໂດຍບໍ່ມີເງື່ອນໄຂໃດໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments