Friday, September 27, 2024
Homeທຸລະກິດເປີດໂຄງການ ສ້າງແຜນກິດຈະກຳພັດທະນາຊົນນະບົດ ສ້າງລາຍຮັບໃຫ້ປະຊາຊົນ ຢູ່ພາກເໜືອ-ພາກກາງ

ເປີດໂຄງການ ສ້າງແຜນກິດຈະກຳພັດທະນາຊົນນະບົດ ສ້າງລາຍຮັບໃຫ້ປະຊາຊົນ ຢູ່ພາກເໜືອ-ພາກກາງ

ກົມພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ເປີດໂຄງການສ້າງແຜນກິດຈະກຳພັດທະນາຊົນນະບົດ ເພື່ອສ້າງລາຍຮັບໃຫ້ປະຊາຊົນເຂດຊົນນະບົດ ຢູ່ແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ ໃນວັນທີ 6 ເມສາ ນີ້ ພາຍໃຕ້ການຊ່ວຍເຫຼືອຂອງອົງການກອຍກາ ໂດຍມີຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຮອງເຈົ້າແຂວງວຽງຈັນ, ຮອງເຈົ້າແຂວງບໍລິຄໍາໄຊ, ຫົວໜ້າອົງການກອຍກາລາວ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກ່າວວ່າ: ອົງການ KOICA ໄດ້ສືບຕໍ່ໃຫ້ການສະໜັບສະໜູນງົບປະມານ ຈໍານວນ 12,5 ລ້ານໂດລາ ເຂົ້າໃນການຈັດຕັ້ງປະຕິບັດໂຄງການ ສ້າງແຜນກິດຈະກຳພັດທະນາຊົນນະບົດ ເພື່ອສ້າງລາຍຮັບໃຫ້ປະຊາຊົນເຂດຊົນນະບົດ ຢູ່ແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ ຊຶ່ງໄດ້ຈັດຕັ້ງປະຕິບັດຢູ່ 3 ແຂວງ, 7 ເມືອງ, 14 ບ້ານ ຢູ່ແຂວງຊຽງຂວາງ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ. ໃນນັ້ນ, ໄລຍະຈັດຕັ້ງປະຕິບັດໂຄງການ ແມ່ນເລີ່ມແຕ່ປີ 2021-2025 (ໄລຍະ 5 ປີ), ເປົ້າໝາຍຂອງໂຄງການ ແມ່ນເພື່ອສະໜັບສະໜູນ ໃນການສ້າງແຜນດຳເນີນງານໃຫ້ເປັນອັນລະອຽດ ຂອງແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ, ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານ ແຕ່ສູນກາງຮອດທ້ອງຖິ່ນ ໃນການຈັດຕັ້ງປະຕິບັດແຜນດຳເນີນງານດັ່ງກ່າວ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແນໃສ່ສ້າງກິດຈະກຳ, ສ້າງລາຍຮັບ ໃຫ້ຊາວກະສິກອນ ແລະ ປັບປຸງສະພາບແວດລ້ອມພາຍໃນບ້ານເປົ້າໝາຍ 14 ບ້ານຂອງໂຄງການ ໂດຍຜ່ານການສົ່ງເສີມ, ການວາງແຜນແບບມີສ່ວນຮ່ວມ ແຕ່ສູນກາງລົງຮອດທ້ອງຖິ່ນ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການຄັດເລືອກບຸລິມະສິດຄວາມຕ້ອງການຂອງຊຸມຊົນ ໂດຍການມີສ່ວນຮ່ວມຂອງແມ່ຍິງ ແລະ ຊົນເຜົ່າ ແນໃສ່ສົ່ງເສີມຄວາມເປັນເຈົ້າການຂອງກະສິກອນ, ສ້າງໃຫ້ຄົນຊົນນະບົດ ມີຄວາມເຂັ້ມແຂງດ້ວຍຕົວເອງ ແລະ ສາມາດເພິ່ງຕົນເອງໄດ້ເທື່ອລະກ້າວ.

ໂຄງການດັ່ງກ່າວ, ຈະສະໜັບສະໜູນການພັດທະນາໂຄງລ່າງພື້ນຖານ ພາຍໃນບ້ານເປົ້າໝາຍ 14 ບ້ານ, ທັງໝົດ 114 ກິດຈະກໍາ ໃນແຕ່ຂະແໜງການ ເປັນຕົ້ນ ຂະແໜງກະສິກໍາ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ, ສຶກສາທິການ ແລະ ກິລາ. ໃນນັ້ນ, ຈະສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ແລະ ອໍານາດການປົກຄອງທ້ອງຖິ່ນ ໃນການຝຶກອົບຮົມ ກ່ຽວກັບການຄຸ້ມຄອງໂຄງການ, ການສ້າງລາຍຮັບໃຫ້ແກ່ຊຸມຊົນ ໂດຍສະເພາະແມ່ນການປູກ-ການລ້ຽງ, ການແປຮູບຜະລິດຕະພັນ ທີ່ເປັນການສ້າງ ແລະ ເພີ່ມລາຍຮັບໃຫ້ແກ່ຊຸມຊົນ ກໍຄື ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.

ທ່ານ​ ນາງ ມີຢອງຈິນ ຄິມ​ ຫົວໜ້າອົງການກອຍກາລາວ ໄດ້ໃຫ້ຮູ້ວ່າ: ນັບແຕ່ປີ 2014 ເປັນຕົ້ນມາ ອົງການກອຍກາ ໄດ້ຊຸກຍູ້ສົ່ງເສີມໂຄງການພັດທະນາຊົນນະບົດ ຢູ່ ສປປ ລາວ ຢ່າງຕໍ່ເນື່ອງ ໂດຍເນັ້ນໃສ່ສົ່ງເສີມຄວາມເປັນເຈົ້າການຂອງກະສິກອນ, ສ້າງໃຫ້ຄົນຊົນນະບົດ ເປັນເຈົ້າຊົນນະບົດຕາມທິດ ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ, ພ້ອມທັງສ້າງຄວາມຮັບຮູ້ໃຫ້ພະນັກງານ ຂອງອົງການຈັດຕັ້ງຂອງເມືອງ, ບ້ານ, ອົງການຈັດຕັ້ງມະຫາຊົນຂັ້ນຮາກຖານ ກໍຄື ຊຸມຊົນ ກ່ຽວກັບການພັດທະນາຊົນນະບົດ ໃຫ້ໄດ້ຮັບການປຸກລະດົມຄວາມຕື່ນຕົວເປັນເຈົ້າ, ສະໝັກໃຈເຂົ້າຮ່ວມແກ້ໄຂບັນຫາຂອງຕົນເອງ ໂດຍອີງໃສ່ຊັບພະຍາກອນທີ່ມີທ່າແຮງ.

ທ່ານ​ນາງ ມີຢອງຈິນ ຄິມ ຍັງໃຫ້ຮູ້ອີກວ່າ: ອົງການກອຍກາ ມີແຜນຈະສ້າງຄວາມອາດສາມາດ ຂອງອົງການຈັດຕັ້ງຊ່ວຍເຫຼືອຊົນນະບົດ ໂດຍຜ່ານສະຫະກອນ ແລະ ຈະປັບປຸງ ເຕັກໂນໂລຊີ ການຜະລິດກະສິກຳ ແລະ ເພີ່ມຊ່ອງທາງການຈຳໜ່າຍໃຫ້ກະສິກອນໃນທ້ອງຖິ່ນ ເພື່ອເຮັດໃຫ້ຊາວກະສິກອນ ກໍຄື ປະຊາຊົນ ກຸ່ມບ້ານເປົ້າໝາຍ ໄດ້ມີລາຍຮັບທີ່ໝັ້ນຄົງ ແລະ ອື່ນໆ.

ຂ່າວ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments