Thursday, September 26, 2024
Homeຂ່າວຕ່າງປະເທດເພີ່ມການຮ່ວມມື ຮັບປະກັນ ຄວາມໝັ້ນຄົງແຫລ່ງນ້ຳ-ພັດທະນາ ເຂດອ່າງແມ່ນ້ຳຂອງ ແບບຍືນຍົງ

ເພີ່ມການຮ່ວມມື ຮັບປະກັນ ຄວາມໝັ້ນຄົງແຫລ່ງນ້ຳ-ພັດທະນາ ເຂດອ່າງແມ່ນ້ຳຂອງ ແບບຍືນຍົງ

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນ ຄັ້ງທີ 4 ໄດ້ອອກ ຖະແຫລງການຮ່ວມ​ໂດຍຮຽກຮ້ອງໃຫ້ຄະນະກຳມາທິການແມ່ນ້ຳຂອງ, ບັນດາຄູ່ຮ່ວມມື ແລະ ບັນດາຝ່າຍ ທີ່ກ່ຽວຂ້ອງ ສົມທົບກັນ ຊອກຫາ ວິທີການ ຢ່າງມີຫົວຄິດ ປະດິດສ້າງ ເພື່ອຮັບມືກັບ ບັນດາ ສິ່ງທ້າທາຍ ຂອງເຂດອ່າງ ແມ່ນ້ຳ ພວມຜະ​ເຊີນ​ກັບ​ ສິ່ງ​ທ້າ​ທາຍ​ ຫລາຍ​ຢ່າງ. ໃນນັ້ນ ມີຜົນສະທ້ອນ ຈາກການປ່ຽນແປງ ຂອງດິນຟ້າ ອາກາດ, ພ້ອມທັງ ກຳແໜ້ນ ກາລະ ໂອກາດ ແລະ ເພີ່ມທະວີ ການຮ່ວມມື ເພື່ອເຂດ ອ່າງແມ່ນ້ຳຂອງ ຍືນຍົງ ແລະ ຮັບປະກັນ ຄວາມໝັ້ນຄົງ ແຫລ່ງນ້ຳ. ບັນດາຝ່າຍ ຕ້ອງກຳນົດວ່າ ບັນດາໂຄງການ ລົງທຶນລວມ ແລະ ໂຄງການ ແຫ່ງຊາດ ມີຄວາມໝາຍ ໃຫ້ແກ່ ທົ່ວເຂດອ່າງແມ່ນ້ຳ, ແລະ ບັນດາ ການເຄື່ອນໄຫວ ໜູນຊ່ວຍ ທີ່ກ່ຽວຂ້ອງ ເພື່ອແນໃສ່ ເພີ່ມທະວີການ ໜູນ ຊ່ວຍ ແລະ ຫລຸດ ຜ່ອນ ຄວາມສ່ຽງ ວົງຄະນະຍາດ, ຍົກອອກ ບັນດາ ວິທີ ການ ຮັບມືກັບ ການປ່ຽນແປງ ຂອງດິນຟ້າ ອາກາດ ຢ່າງຮອບດ້ານ. ບັນດາ ການນຳ ປະ​ເທດ ​ລຸ່ມ​ແມ່​ນ້ຳຂອງ ໄດ້ ຢັ້ງຢືນ ຄືນໃໝ່ ຄຳໝັ້ນສັນຍາ ພ້ອມກັນ ເພີ່ມທະວີ ບົດບາດ ຂອງຄະນະ ກຳມາທິການ ເພື່ອແນໃສ່ ຮັບປະກັນຄວາມໝັ້ນຄົງ ແຫລ່ງນ້ຳ, ສະບຽງ ອາຫານ ແລະ ພະລັງງານ, ການພັດທະນາ ແບບຍືນຍົງ ກ່ຽວກັບເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງເຂດອ່າງ ແມ່ນ້ຳຂອງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments