Tuesday, September 24, 2024
Homeຂ່າວຕ່າງປະເທດສປປ ລາວ ກຽມ​ເປີດຕົວ​ການ​ສຳ​ຫຼວດ​ໃໝ່​ທີ່ກວມເອົາ 21,000 ຄົວ​ເຮືອນທົ່ວປະ​ເທດ ເພື່ອ​ວັດເເທກເປົ້າໝາຍການພັດ​ທະ​ນາ ​

ສປປ ລາວ ກຽມ​ເປີດຕົວ​ການ​ສຳ​ຫຼວດ​ໃໝ່​ທີ່ກວມເອົາ 21,000 ຄົວ​ເຮືອນທົ່ວປະ​ເທດ ເພື່ອ​ວັດເເທກເປົ້າໝາຍການພັດ​ທະ​ນາ ​

ວັນທີ 6 ເມສາ 2023 ຜູ້ຕາງໜ້າຈາກ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID), ປະເທດອົດສະຕຣາລີ, ສະຫະພາບເອີຣົບ ເເລະ ອົງການຢູນີເຊັບ ໄດ້ໄປຢ້ຽມຢາມ ເມືອງສີໂຄດຕະບອງ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ເມື່ອບໍ່ດົນມານີ້ ເພື່ອສັງເກດຂະບວນການເກັບກຳຂໍ້ມູນເພື່ອປະກອບສ່ວນເຂົ້າໃນ ດັດຊະນີໝາຍສົງຄົມລາວ ຄັ້ງທີ III (LSIS III) ທີ່ກຳລັງດຳເນີນຢູ່ໃນປັດຈຸບັນ.

LSIS III ແມ່ນການສໍາຫຼວດລະດັບປະເທດອັນໃໝ່ທີ່ກໍາລັງດໍາເນີນໂດຍ ສູນສະຖິຕິເເຫ່ງຊາດ ຊື່ງຈະໃຫ້ຂໍ້ມູນກ່ຽວກັບສະພາບຂອງ ເດັກນ້ອຍ ແລະ ແມ່ຍິງ ໃນ ສປປ ລາວ ແລະ ສິ່ງທ້າທາຍທີ່ພວກເຂົາກໍາລັງປະເຊີນຢູ່. ຂໍ້ມູນເຫຼົ່ານີ້ຈະຍັງຊ່ວຍ ລັດຖະບານເເຫ່ງ ສປປ ລາວ ໃນການອອກແບບນະໂຍບາຍທີ່ມີປະສິດທິພາບຫຼາຍຂຶ້ນເພື່ອປັບປຸງຊີວິດຂອງເດັກນ້ອຍ ແລະ ແມ່ຍິງລາວທຸກຄົນ, ພ້ອມຊ່ວຍໃນການປະເມີນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ເປົ້າໝາຍການພັດທະນາແບບຍືນຍົງ ແລະ ຕົວຊີ້ວັດດ້ານສັງຄົມອື່ນໆ.

ພະນະທ່ານ ນາງ ພອນສາລີ ສຸກສະຫວັດ, ຜູ້ອໍານວຍການ ຂອງ ສູນສະຖິຕິແຫ່ງຊາດ, ໄດ້ກ່າວ: “ລັດຖະບານ ແຫ່ງ ສປປ ລາວ ໃຫ້ຄວາມສໍາຄັນເປັນພິເສດຕໍ່ການສໍາຫຼວດນີ້ ເພາະມັນຈະສະໜອງຂໍ້ມູນທີ່ເປັນ​ປະ​ໂຫຍດສູງຕໍ່ການຕິດຕາມຄວາມຄືບໜ້າຂອງ ສປປ ລາວ ໃນການບັນລຸ ເປົ້າໝາຍການພັດທະນາແບບຍືນຍົງພ້ອມດ້ວຍເປົ້າໝາຍຕ່າງໆໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ດັ່ງນັ້ນ, ພວກເຮົາຈຶ່ງໄດ້ລົງທຶນທັ້ງ ເວລາ, ງົບປະມານແລະ ຊັບພະຍາກອນທີ່ມີ ເພື່ອຮັບປະກັນວ່າຂໍ້ມູນຈາກ LSIS III ນັ້ນຈະມີຄຸນນະພາບສູງທີ່ສຸດ.“

ທ່ານ ຄາເລັນ ຮິວສ, ຫົວໜ້າໂຄງການພັດທະນາດ້ານເສດຖະກິດ, ການສຶກສາ ແລະ ສິ່ງແວດລ້ອມ ປະຈໍາ ອົງການ USAID, ໄດ້ເນັ້ນໜັກເຖີງສາຍ​ພົວພັນ​ທີ່​ເຂັ້ມ​ແຂງ​ລະຫວ່າງ ​ສະຫະລັດອາເມລິກາ ​ແລະ ສປປ ລາວ: “ອົງການ USAID ມີຄວາມພາກພູມໃຈ ທີ່ມີສ່ວນຮ່ວມໃນການໃຫ້ການສະໜັບສະໜູນດ້ານງົບປະມານຕໍ່ LSIS III. ຂໍ້ມູນທີ່ຈະໄດ້ຈາກ LSIS III ຈະຊ່ວຍ ສປປ ລາວ ໃນການບັນລຸເປົ້າໝາຍການພັດທະນາ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ເເລະ ສໍາຄັນໄປກ່ວານັ້ນ, ຂໍ້ມູນດັ່ງກ່າວນີ້ຈະຊ່ວຍໃຫ້ພວກເຮົາເຂົ້າໃຈ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງ ປະຊາຊົນລາວ ໃຫ້ໄດ້ຫຼາຍຂຶ້ນ, ລວມທັງກຸ່ມຄົນຈາກ ຊຸມຊົນຊົນເຜົ່າ, ຄົນທີ່ມີຄວາມຄົນພິການ ຫຼື ຜູ້ທີ່ອາໄສຢູ່ໃນເຂດທີ່ເຂົ້າເຖິງຍາກ ເເລະ ບັນດາກຸ່ມທີ່ມີຄວາມສ່ຽງອື່ນໆ. ອົງການ USAID ມີຄວາມໝາຍໝັ້ນທີ່ຈະສະໜັບສະໜູນ ສປປ ລາວ ໃນການຮັບປະກັນວ່າ ປະຊາຊົນລາວ ທຸກຄົນ ສາມາດເຂົ້າເຖິງການໃຫ້ການບໍລິການສັງຄົມຕ່າງໆໄດ້ຢ່າງເທົ່າທຽມ.”

ໃນປັດຈຸບັນ, ຂະບວນການເກັບກຳຂໍ້ມູນສຳລັບ LSIS III ເເມ່ນກຳລັງໄດ້ຈັດຕັ້ງປັດຕິບັດໃນ 21,000 ຄົວເຮືອນ ທົ່ວປະເທດ, ເຊີ່ງກວມເອົາທຸກເມື່ອງໃນທົວ 18 ເເຂວງ ຂອງ ສປປ ລາວ.

“ການເກັບກຳຂໍ້ມູນນີ້ ເເມ່ນມີຄວາມສຳຄັນຫຼາຍເພື່ອບັນລຸໝາກຜົນໃນ LSIS III. ການຢ່ຽມຢາມໃນຄັ້ງນີ້ເປັນກາລະໂອກາດອັນດີໃຫ້ພວກເຮົາເຫັນການດໍາເນີນການເກັບກຳຂໍ້ມູນຕົວຈິງທີ່ໄດ້​ເລີ່ມ​ຕົ້ນຂຶ້ນ​ໃນ​ທ້າຍ​ເດືອນ​ມີ​ນາ​ຂອງປີ​ນີ້ ເເລະ ​ເຫັນເຖີງປະສິດທິພາບຂອງການຮວມມືລະຫວ່າງບັນດາເຈົ້າໜ້າທີ່ ແລະ ຜູ້ປະຕິບັດແຜນງານທຸກຄົນໄດ້ມີການເຮັດວຽກຮ່ວມກັນ,” ກ່າວໂດຍ ທ່ານ ແດນ ເຮວເດິນ, ຮອງທູດອົດສະຕຣາລີປະຈໍາ ສປປ ລາວ

“LSIS III ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງ ຄວາມໝາຍໝັ້ນຂອງ ສປປ ລາວ ຕໍ່ວຽກງານດ້ານສະຫວັດດິການສັງຄົມເພື່ອແມ່ຍິງ ແລະ ເດັກນ້ອຍ. ສະຫະພາບເອີຣົບ ແລະ ບັນດາຄູ່ຮ່ວມງານ ຂອງພວກເຮົາມີຄວາມພູມໃຈທີ່ໄດ້ປະກອບສ່ວນສະໜັບສະໜູູນ ລັດຖະບານແຫ່ງ ສປປ ລາວ ໃນການເກັບກຳຂໍ້ມູນທີ່ມີຄຸນນະພາບ ທີ່ຈະເປັນປະໂຫຍດຕໍ່ກັບການສ້າງນະໂຍບາຍເພື່ອແມ່ຍິງ ແລະ ເດັກນ້ອຍໃນ ສປປ ລາວ,” ກ່າວໂດຍ ພະນະທ່ານນາງ ອີນາ ມາຊິວລີໂອນີແຕ, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ.

“ອົງການ ຢູນິເຊັບ ຂໍສະແດງຄວາມຂອບໃຈ ມາຍັງ ສູນສະຖິຕິແຫ່ງຊາດ ສຳລັບການນຳພາໃນ LSIS III ແລະ ທັງນີ້ ກໍ່ຂໍສະແດງຄວາມຂອບໃຈມາຍັງ ຄູ່ຮ່ວມງານສາກົນທຸກຄົນ ທີ່ໄດ້ໃຫ້ການສະໜັບສະໜູນໃນໂຄງການນີ້,” ກ່າວໂດຍ ທ່ານນາງ ເພຍ ບຣິດໂຕ, ຜູ້ຕາງນ້າ ອົງການຢູນີເຊັບ ປະຈໍາ ສປປ ລາວ.LSIS III ບໍ່ພຽງແຕ່ເປັນການສຳລວດເເບບທົ່ວໄປເທົ່ານັ້ນແຕ່ມັນຈະຊ່ວຍພວກເຮົາຢ່າງຫຼວງຫຼາຍໃນການກໍານົດ ແລະ ແກ້ໄຂບັນຫາຕ່າງໆທີ່ເດັກນ້ອຍລາວຫຼາຍຄົນຍັງປະເຊີນຢູ່. ​ໂດຍ​ການ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້, ພວກເຮົາບໍ່​ພຽງ​ແຕ່​ຈະສາມາດ​ປົດລອກ​ຄວາມ​ສາມາດຂອງຊັບພະຍາກອນມະນຸດຂອງ ສປປ ລາວ ​ແຕ່ຈະຊ່ວຍ ສປປ ລາວ ໃຫ້​ສາມາດ​ບັນລຸ​ ເປົ້າໝາຍການພັດທະນາແບບຍືນຍົງ​ໃນ​ປີ 2030 ອີກເຊັ່ນດຽວກັນ.”

LSIS ຮອບທໍາອິດໄດ້ຖຶກລິເລີມຂຶ້ນໃນປີ 2011-2012 ເເລະ ຮອບທີ່ສອງໃນປີ 2017. ໂຄງການLSIS III ເເລະ LSIS ຮອບທີ່ພານມາແມ່ນອີງໃສ່ໂຄງການ Global Multiple Indicator Survey (MICS) ຂອງ ອົງການຢູນີເຊັບ ຊື່ງໄດ້ເລີມຈັດຕັ້ງປັດຕິບັດໃນປີ 1990 ເພື່ອສະໜັບສະນູນບັນດາປະເທດໃນທົວໂລກໃນການຮວບຮວມຂໍ້ມູນລະດັບສາກົນກ່ຽວກັບຕົວຊີ້ວັດຕ່າງໆທີ່ກ່ຽວກັບແມ່ຍິງ ແລະ ເດັກນ້ອຍ.

LSIS III ເເມ່ນໄດ້ຈັດຕັ້ງປະຕິບັດໂດຍສູນສະຖິຕິແຫ່ງຊາດ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກລັດຖະບານແຫ່ງ ສປປ ລາວ, ອົງການ USAID, ປະເທດອົດສະຕຣາລີ, ສະຫະພາບເອີຣົບ ພ້ອມກັບການສະໜັບສະໜູນດ້ານວິຊາການ ຈາກ ອົງການຢູນີເຊັບ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ອົງການຢູນີເຊັບ ປະຈຳລາວ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments