Tuesday, September 24, 2024
Homeຂ່າວພາຍໃນຊາວກະສິກອນ ໄດ້ຮັບການເຝິກອົບຮົມເຕັກນິກການຜະລິດເມັດພັນເຂົ້າ

ຊາວກະສິກອນ ໄດ້ຮັບການເຝິກອົບຮົມເຕັກນິກການຜະລິດເມັດພັນເຂົ້າ

ໃນວັນທີ 4-5 ເດືອນ 4 ປີ 2023 ຢູ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເປີດການເຝິກອົບຮົມເຕັກນິກການຜະລິດເມັດພັນເຂົ້າ ໃຫ້ແກ່ຊາວນາ 21 ທ່ານ ທີ່ເປັນສະມາຊິກກຸ່ມຜະລິດເມັດພັນເຂົ້າຈາກ 3 ບ້ານ ຄື: ບ້ານນາຊາ ໝາກນາວເໜືອ ແລະ ບ້ານໝາກຮຽວ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງ ທ່ານ ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ຊີນ ຊາງໂຮ ຜູ້ອໍານວນການ ແຜນການກະສິກໍາສາກົນ (KOPIA) ສ ເກົາຫຼີ ມີຜູ້ຕາງໜ້າຈາກສູນ ຂະແໜງການ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ການເຝິກອົບຮົມຄັ້ງນີ້ ເປັນໜຶ່ງກິດຈະກໍາໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດໂຄງການ ສ້າງພື້ນຖານໂຄງລ່າງໃຫ້ແກ່ການຜະລິດເຂົ້າທັນສະໄໝ່ຢູ່ ສປປ ລາວ ເຊິ່ງໄດ້ຮັບທືນຊ່ອຍເຫຼືອຈາກແຜນ ງານກະສິກໍາສາກົນ ສ ເກົາຫຼີ (KOPIA) ເຊິ່ງມີໄລຍະໃນການຈັດຕັ້ງປະຕິບັດໂຄງການເປັນເວລາ 5 ປີ ເລີ່ມແຕ່ປີ 2023 ຫາ ປີ 2027 ໂຄງການນີ້ ມີເປົ້າໝາຍໃນການພັດທະນາລະບົບການຜະລິດເຂົ້າໃຫ້ທັນສະໄໝ ໂດຍການນໍາໃຊ້ກົນຈັກກະສິກໍາເຂົ້າຊ່ອຍ ເຊິ່ງຈະເລີ່ມຈາກການປັບປຸງໄຮ່ນາທີ່ມີຂະ ໜາດນ້ອຍ ໃຫ້ເປັນນາໄຮ່ໃຫຍ່ ທີ່ມີຂະໜາດເໝາະສົມກັບການນໍາໃຊ້ເຄືື່ອງກົນຈັກກະສິກໍາເຂົ້າໃນການຜະລິດເຂົ້າ ເປັນ ຕົ້ນລົດໄຖນາ ລົດດໍານາ ລົດກ່ຽວເຂົ້າ ເຊິ່ງມີເນືອທີເປົ້າໝາຍທັງໝົດ 970 ເຮັກຕາ.

ນອກຈາກນີ້ ໂຄງການຈະໄດ້ປັບປູງຄວາມອູດົມສົມບູນຂອງດີນນາ ນໍາໃຊ້ເມັດພັນເຂົ້າລຸ້ນ3 ຂອງແນວພັນເຂົ້າທີ່ທົນທານຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ໃນການຜະລິດ ນໍາໃຊ້ເຕັກນິກການຜະລິດເຂົ້າທັນສະໄໝ່ ນັບແຕ່ປັກດໍາ ເກັບກ່ຽວ ຈົນຮອດອົບແຫ້ງດ້ວຍເຄື່ອງອົບເຂົ້າ ເພື່ອຮັບປະກັນໃຫ້ເຂົາທີ່ຜະລິດມີຄຸນນະພາບ ໂຄງການມີເປົ້າໝາຍໃນການຍົກສະມັດຕະພາບເຂົ້າຈາກ 3 ໂຕນ/ເຮັກຕາ ທີ່ມີຜົນຜະລິດລວມຈໍານວນ 582 ໂຕນ ໃນປີ 2022 ເປັນ 4,5 ໂຕນ/ເຮັດຕາ ເຊິ່ງຈະໄດ້ຜົນຜະລິດລວມເປັນ 873 ໂຕນ ໃນປີ 2027 ນອກຈາກນີ້ ໂຄງການຈະຕິດຕັ້ງໂຮງອົບເຂົ້າທີ່ສາມາດອົບແຫ້ງເຂົ້າເປືອກໄດ້ຈໍານວນ 80-100 ໂຕນ/ມື້ ໂຮງສີເຂົ້າຂະໜາດສີໄດ້ຈໍານວນ 8-10 ໂຕນ/ມື້ ເພື່ອເອົາແກບໄປເຮັດເຊືອໄຟສໍາລັບອົບແຫ້ງເຂົ້າ ສ້າງສາງເກັບເຂົ້າ ຂະໜາດບັນຈຸໄດ້ 2.000 ໂຕນ ປະກອບເຄື່ອງຄັດເມັດພັນເຂົ້າທີ່ສາມາດຄັດໄດ້ 8-10 ໂຕນ/ມື້ ພ້ອມດວ້ຍເຄື່ອງມືຮັບໃຊ້ການຜະລິດເມັດພັນເຂົ້າ ເຊິ່ງຈະສ້າງຄວາມເຂັ້ມແຂງໃຫ້ກຸ່ມຜະລິດເມັດພັນສາມາດຜະລິດເມັດພັນໄຫ້ໄດ້ 15 ຫາ 30 ໂຕນ/ປີ ເພື່ອຕອບສະໜອງເມັດພັນທີ່ມີຄຸນນະພາບໃຫ້ຊາວນານໍາໄປຜະລິດເປັນສິນຄ້າ ໃນເນື້ອທີ່ 250-500 ເຮັກຕາ/ປີ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments