Tuesday, September 24, 2024
Homeຂ່າວຕ່າງປະເທດການພັດທະນາແບບສີຂຽວເປັນຍຸດທະສາດອັນສໍາຄັນແຫ່ງການພັດທະນາຂອງຈີນ

ການພັດທະນາແບບສີຂຽວເປັນຍຸດທະສາດອັນສໍາຄັນແຫ່ງການພັດທະນາຂອງຈີນ

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ຕັ້ງແຕ່ໃດມາ, ຄົນຈີນແມ່ນມີມູນເຊື້ອການປູກຕົ້ນໄມ້ໃນໄລຍະບຸນຊິງໝິງ (ບຸນອານະໄມສຸສານຂອງຈີນ). ກ່ອນບຸນຊິງໝິງ ປີນີ້ຄືວັນທີ 4 ເມສານີ້, ນະຄອນຫລວງປັກກິ່ງ ໄດ້ມີຝົນຝອຍຕົກໃນລະດູໃບໄມ້ປົ່ງ. ຢູ່ສວນສາທາລະນະໃຈກາງຕົ່ງປ້າ ເຂດສາວຢາງ ນະຄອນຫລວງປັກກິ່ງ, ທ່ານ ສີຈິ້ນຜິງ ການນໍາສູງສຸດຂອງຈີນ ໄດ້ນຸ່ງເສື້ອກັນຝົນປູກຕົ້ນໄມ້ຕາມພັນທະຮ່ວມກັບປະຊາຊົນ. ນີ້ແມ່ນທ່ານ ສີຈິ້ນຜິງ ເຂົ້າຮ່ວມກິດຈະກໍາປູກຕົ້ນໄມ້ຕາມພັນທະເປັນຄັ້ງທີ 11 ນັບແຕ່ທ່ານ ດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ເປັນຕົ້ນມາ, ທັງເປັນການປູກຕົ້ນໄມ້ຄັ້ງທີ 16 ນັບແຕ່ທ່ານເຮັດວຽກຢູ່ສູນກາງພັກກອມມູນິດຈີນ ເປັນຕົ້ນມາ.

ໃນເວລາປູກຕົ້ນໄມ້ຂອງປີນີ້, ທ່ານ ສີຈິ້ນຜິງ ໄດ້ຊີ້ອອກອີກຄັ້ງໜຶ່ງວ່າ: ການປູກຕົ້ນໄມ້ສ້າງປ່າເປັນສິ່ງທີ່ມີຄວາມໝາຍທີ່ສຸດ, ເປັນພາລະກິດອັນສູງສົ່ງທີ່ສ້າງຜົນງານໃນຍຸກປັດຈຸບັນ ແລະມີຜົນປະໂຫຍດຕໍ່ຫລາຍເຊັ່ນຄົນ, ເຊິ່ງຕ້ອງໄດ້ປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ແລະສືບຕໍ່ປະຕິບັດໄປເລື້ອຍໆ.

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ຈີນໄດ້ປູກປ່າທັງໝົດ 68 ລ້ານເຮັກຕາ, ເນື້ອທີ່ປົກຫຸ້ມດ້ວຍປ່າໄມ້ໄດ້ເພີ່ມຂຶ້ນຮອດລະດັບ 24,02% ໃນປັດຈຸບັນຈາກລະດັບ 21,63% ໃນເມື່ອ 10 ປີກ່ອນ. ການປູກປ່າຂອງຈີນ ມີຂະໜາດໃຫຍ່ເປັນອັນດັບ 1 ຂອງໂລກ, ຂະນະທີ່ ຈີນພວມສືບຕໍ່ປູກປ່າໄປເລື້ອຍໆ ເພື່ອປະກອບສ່ວນເຂົ້າໃນການສ້າງໜ່ວຍໂລກໃຫ້ກາຍເປັນສີຂຽວ ກໍຄືການປັບປຸງການປ່ຽນແປງຂອງດິນຟ້າອາກາດໂລກໃຫ້ດີຂຶ້ນນໍາອີກ.

ຢູ່ສະຖານທີ່ປູກຕົ້ນໄມ, ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ໃນປັດຈຸບັນກໍຄືໄລຍະຕໍ່ໜ້າ, ການພັດທະນາແບບສີຂຽວເປັນຍຸດທະສາດອັນສໍາຄັນແຫ່ງການພັດທະນາຂອງຈີນ, ການຊຸກຍູ້ຍຸດທະສາດດັ່ງກ່າວນີ້, ຕ້ອງໄດ້ອາໄສພະລັງແຮງອັນມະຫາສານຂອງປະຊາຊົນໜຶ່ງຕື້ກວ່າຄົນ.

ຄືດັ່ງທ່ານ ສີຈິ້ນຜິງ ກ່າວນັ້ນຕື່ມວ່າ: “ພວກເຮົາທຸກໆຄົນລ້ວນແຕ່ເປັນຜູ້ຊົ້ນຄວາມຮົ່ມເຢັນ, ຍິ່ງຕ້ອງເປັນຄົນປູກຕົ້ນໄມ້ນໍາອີກ”. ໃນຮອບ 10 ປີຜ່ານມາ, ທ່ານ ສີຈິ້ນຜິງ ໄດ້ກ່າວເນັ້ນໜັກເປັນເວລາຫລາຍຄັ້ງຢູ່ສະຖານທີ່ປູກຕົ້ນໄມ້ຕ່າງໆວ່າ ຕ້ອງປະດິດສ້າງຮູບແບບກິດຈະກໍາ, ນໍາພາປະຊາຊົນອັນມະຫາສານເຂົ້າຮ່ວມການປູກຕົ້ນໄມ້ຕາມພັນທະຢ່າງຫ້າວຫັນ, ຍົກສູງອັດຕາການມີສ່ວນຮ່ວມເຂົ້າໃນການປູກຕົ້ນໄມ້ຕາມພັນທະ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ ນັບແຕ່ດໍາເນີນກິດຈະກໍາປູກຕົ້ນໄມ້ຕາມພັນທະເປັນຕົ້ນມາ, ນະຄອນຫລວງປັກກິ່ງ ໄດ້ມີປະຊາຊົນຫລາຍກວ່າ 100 ລ້ານເທື່ອຄົນເຂົ້າຮ່ວມກິດຈະກໍາປູກຕົ້ນໄມ້ຕາມພັນທະ ໂດຍຜ່ານຮູບແບບຕ່າງໆ, ໂດຍໄດ້ປູກຕົ້ນໄມ້ຈໍານວນ 220 ລ້ານຕົ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments