Tuesday, September 24, 2024
Homeຂ່າວຕ່າງປະເທດນູແວນເຊລັງ ມີປະລິມານການປ່ອຍແກັສເຮືອນແກ້ວ ຫລຸດລົງ 3,5%

ນູແວນເຊລັງ ມີປະລິມານການປ່ອຍແກັສເຮືອນແກ້ວ ຫລຸດລົງ 3,5%

ສຳນັກຂ່າວຊິນຮວາຂອງ ສປ ຈີນ ວັນ​ທີ 5​ ເມສາ​ນີ້ ສຳນັກງານ​ສະຖິຕິນູ​ແວນ​ເຊ​ລັງ ລາຍ​ງານປະລິມານ​ການ​ປ່ອຍ​ແກັສ​ເຮືອນ​ແກ້ວ ຂອງ​ປະ​ເທດ​ໃນ​ໄລຍະ​ໄຕ​ມາດ​ ເດືອນ​ກັນຍາ 2022 ຫລຸດ​ລົງ 3,5% ກວມ​ເອົາ 696 ກິ​ໂລ​ໂຕນ ​ເນື່ອງ​ຈາກການ​ບໍລິ​ການ ​ໄຟຟ້າ, ອາຍ​ແກັສ, ນ້ຳ, ການ​ກຳຈັດສິ່ງ​ເສດ​ເຫລືອ ​ແລະ ອຸດສາຫະກຳການ​ຜະລິດ​ຫລຸດ​ລົງ 26% ​ເມື່ອ​ທຽບ​ໃສ່​ໄຕ​ມາດ ​ເດືອນມິຖຸນາ​.

ການ​ຫລຸດ​ລົງດັ່ງກ່າວສ່ວນ​ໃຫຍ່​ເປັນ​ຜົນ​ມາ​ຈາກການ​ໃຊ້​ເຊື້ອ​ເພີງຟໍສຊີ​ລ ​ໃນ​ການ​ຜະລິດ​ໄຟຟ້າໜ້ອຍ​ລົງ ​ແລະ ​ການ​ນຳໃຊ້ ​ພະລັງງານໝູນວຽນຫລາຍ​ຂຶ້ນ ​ໂດຍສະ​ເພາະ​ການ​ຜະລິດໄຟຟ້າພະລັງງານ​ນ້ຳເພີ່ມ​ຂຶ້ນ 29% ພະລັງງານຄວາມ​ຮ້ອນໃຕ້​ດິນ​ ເພີ່ມ​ຂຶ້ນ 2% ​ແລະ ພະລັງງານ​ລົມ ​ເພີ່ມ​ຂຶ້ນອີກ 9,7%.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments