Monday, September 23, 2024
Homeຂ່າວພາຍໃນປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຢ້ຽມຢາມເມືອງງອຍ

ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຢ້ຽມຢາມເມືອງງອຍ

ໃນໂອກາດທີ່ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງພະບາງ ລະຫວ່າງ ວັນທີ 3-7 ເມສາ 2023 ນີ້, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດ ບັງຫລວງຂັ້ນສູນກາງ ແລະ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ຫລວງພະບາງ ພ້ອມດ້ວຍຄະນະ ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງງອຍ ໂດຍໄດ້ຮັບການຕ້ອນ ຮັບຈາກ ທ່ານ ບຸນເມືອງ ໄຊຍະສິດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງງອຍພ້ອມຄະນະ.

ໂອກາດນີ້, ທ່ານ ບຸນເມືອງ ໄຊຍະສິດ ໄດ້ລາຍງານຫຍໍ້ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 3 ປີ (2020-2022) ເຊິ່ງໄລຍະຜ່ານມາຄະນະພັກ, ຄະນະນຳເມືອງ ໄດ້ເອົາໃຈໃສ່ຊຸກຍູ້ເຮັດໃຫ້ເສດຖະກິດມີທ່າ ອຽງຂະຫຍາຍຕົວ ໃນລະດັບສະເລ່ຍ 4,4% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນເມືອງບັນລຸ 276,07 ຕື້ກີບ ເປັນ ຕົ້ນ ນຜະລິດຕະພັນ ກະສິກໍາ-ປ່າໄມ້ ກວມ 74%, ຜະລິດຕະພັນອຸດສາຫະກໍາ-ຫັດຖະກຳ ກວມ 5% ແລະ ການບໍລິ ການ ກວມ 21%, ສະເລ່ຍລາຍຮັບໃສ່ຫົວຄົນໄດ້ 8.797.000 ກີບ/ຄົນ/ປີ ເທົ່າກັບ 524 ໂດລາ (ອັດຕາແລກປ່ຽນ ໂດລາເທົ່າກັບ 16.773 ກີບ). ອີງໃສ່ທ່າແຮງບົ່ມຊ້ອນຂອງເມືອງຈຶ່ງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການປູກຝັງ ແລະ ລ້ຽງສັດ ເປັນຕົ້ນຕໍ, ທົ່ວເມືອງ ມີເນື້ອທີ່ນາທັງໝົດ 3.045,79 ເຮັກຕາ ໃນນີ້: ເນື້ອທີ່ນາປີ 2.972,29 ເຮັກຕາ, ສະມັດຕະ ພາບສະເລ່ຍ 4,1 ໂຕນ/ເຮັກຕ້າ, ເນື້ອທີ່ນາແຊງມີ 73,5 ເຮັກຕາ, ສະມັດຕະພາບ 4,5 ໂຕນ/ເຮັກ, ຂະຫຍາຍເນື້ອທີ່ ນາໃໝ່ໄດ້ 30,94 ເຮັກຕາ, ເນື້ອທີ່ປູກເຂົ້າໄຮ່ທັງໝົດ 9.771 ເຮັກຕາ, ມີຊົນລະປະທານຖາວອນ 7 ແຫ່ງ, ຝາຍປະຖົມ ປະຖານ 271 ແຫ່ງ. ນອກຈາກນີ້, ຍັງໄດ້ຊຸກຍູ້ການປູກພືດອຸດສາຫະກຳປະເພດຕ່າງໆເປັນສິນຄ້າເຊັນ: ສາລີຫວານ, ສາລີແຂງ, ໝາກງາ, ປູກຂ່າ, ໝາກແໜ່ງ, ປູກໄມ້ໃຫ້ໝາກ (ໝາກກ້ຽງ, ໝາກສົ້ມຂຽວ, ໝາກເງາະ) ໃນເນື້ອທີ່ 142,8 ເຮັກຕາ, ປູກຫຍ້າອາຫານສັດ 2.844 ເຮັກຕາ ແລະ ການລ້ຽງສັດປະເພດຕ່າງໆມີການຂະຫຍາຍຕົວ, ປະຈຸບັນ ມີງົວ 9.850 ໂຕ, ຄວາຍ 4.890 ໂຕ, ໝູ 11.411 ໂຕ, ແບ້ 13.475 ໂຕ, ສັດປີກ 399.500 ໂຕ ແລະ ມີໜອງປາ 250 ໜອງ, ການລ້ຽງສັດເປັນສິນຄ້າແບບເປັນຟາມ ມີ 7 ຟາມ, ໃນນັ້ນ ຟາມໝູ 5 ຟາມ, ຟາມລ້ຽງງົວພື້ນເມືອງ 1 ຟາມ ແລະ ຟາມໄກ່ 1 ຟາມ.

ຈາກນັ້ນ, ທ່ານ ຄໍາພັນ ພົມມະທັດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກ, ຄະນະນຳເມືອງງອຍ ທີ່ໄດ້ ເອົາໃຈໃສ່ນຳພາ-ຊີ້ນຳວຽກງານໃນແຕ່ລະດ້ານ ແລະ ມີບາງຄຳເຫັນຊີ້ນໍາໃຫ້ຄະນະນໍາຂອງເມືອງ ເອົາໃຈໃສ່ຕື່ມໃນ ການຊຸກຍູ້ສົ່ງເສີມປະຊາຊົນທໍາການຜະລິດກະສິກຳ ເພື່ອເຮັດໃຫ້ເຂົາເຈົ້າສາມາດກຸ້ມຕົນເອງ ແລະ ເພິ່ງພາຕົນເອງໄດ້ ພ້ອມທັງປຸງແຕ່ງຜະລິດຕະພັນກະສິກໍາ ເພື່ອສົ່ງອອກຂາຍ, ສົ່ງເສີມການບໍລິການທ່ອງທ່ຽວໃຫ້ຫລາຍຂຶ້ນກວ່າເກົ່າ, ສົ່ງເສີມການສ້າງສິນຄ້າທີ່ລະນຶກ ເພື່ອຂາຍໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ສຳລັບວຽກງານກວດກາ ຄະນະພັກແຕ່ລະຂັ້ນຕ້ອງເອົາໃຈໃສ່ນຳພາ-ຊີ້ນຳ ສ້າງເງື່ອນໄຂໃຫ້ຄະນະກວດກາແຕ່ລະຂັ້ນ ໄດ້ເຄື່ອນໄຫວວຽກງານ ຕາມພາລະບົດບາດຂອງຕົນ ທັງຮັບປະກັນການປະສານສົມທົບຢ່າງແໜ້ນແຟ້ນກົມກຽວ ລະຫວ່າງການຊີ້ນຳຂອງ ຄະນະພັກແຕ່ລະຂັ້ນ ແລະ ການນໍາພາ-ຊີ້ນໍາ ຈາກຄະນະພັກຂັ້ນເທິງ ກໍຄື ການຊີ້ນຳດ້ານວິຊາການ ແລະ ໃຊ້ສິດ ຕາມສາຍຕັ້ງຂອງຄະນະກວດກາພັກ ຫລື ອົງການກວດກາລັດ ຕາມຄວາມຈໍາເປັນ ແລະ ເໝາະສົມ.

ໃນໂອກາດດຽວກັນ, ທ່ານ ຄໍາພັນ ພົມມະທັດ ພ້ອມຄະນະ ກໍໄດ້ ໄປຢ້ຽມຊົມແຫລ່ງທ່ອງທ່ຽວ ທີ່ເປັນປະ ຫວັດສາດຂອງເມືອງຄື: ຖໍ້າຜາທອກ ແລະ ຖໍ້າຜາກວາງ. ຈາກນັ້ນ ກໍໄດ້ໄປຢ້ຽມຢາມໂຄງການ ໄຟຟ້າພະລັງງານນໍ້າ ຢູ່ເມືອງປາກອູ ແຂວງຫລວງພະບາງ ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments