Monday, September 23, 2024
Homeບຸນປະເພນີລາວ-ໄທ ເພີ່ມທະວີການຮ່ວມມືດ້ານພຸດທະສາສະໜາ

ລາວ-ໄທ ເພີ່ມທະວີການຮ່ວມມືດ້ານພຸດທະສາສະໜາ

ໃນວັນທີ 4 ເມສາ ຜ່ານມານີ້, ທ່ານ ຄະນອງລິດ ສີສົມບູນ ຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ອິນພອນ ຈັ່ນອ່ຽມ ຮັກສາການແທນ ຜູ້ອໍານວຍການສໍານັກງານພຣະພຸດທະສາສະໜາແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ, ມີທ່ານເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍ.

ການພົບປະຄັ້ງນີ້, ເພື່ອເປັນການສົ່ງເສີມພຸດທະສາສະໜາຂອງຊາວພຸດລະຫວ່າງ ລາວ-ໄທ ໂດຍໄດ້ແລກປ່ຽນບົດຮຽນການຄຸ້ມຄອງສາສະໜາໃຫ້ຢູ່ພາຍໃຕ້ລະບຽບກົດໝາຍ ແລະ ການໄປມາຫາສູ່ກັນຂອງພະສົງ, ສໍາມະເນນລາວ ແລະ ໄທ ໃຫ້ໄປຕາມລະບຽບຂັ້ນຕອນ. ຕະຫຼອດໄລຍະຜ່ານມາໄດ້ແລກປ່ຽນຄະນະຢ້ຽມຢາມຊຶ່ງກັນ ແລະ ກັນ ລະຫວ່າງສຳນັກງານພຣະພຸດທະສາສະໜາແຫ່ງຊາດ ຣາຊະອານາຈັກໄທ ແລະ ຄະນະຜູ້ແທນກົມສາສະໜາ ສນຊ ໃນໄລຍະປີທີ່ຜ່ານມາ ໄດ້ເປີດສັກກະລາດໃໝ່ ແລະ ສ້າງເງື່ອນໄຂໃຫ້ທັງສອງຝ່າຍໄດ້ຮັດແໜ້ນການຮ່ວມມືກັນແບບເພື່ອນມິດ ເພື່ອຮ່ວມມືໃນການຊຸກຍູ້ ສົ່ງເສີມວຽກງານດ້ານພຣະພຸດທະສາສະໜາໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງສືບຕໍ່ໄປ.

ໃນໂອກາດນີ້, ໄດ້ມີພິທີເຊັນບົດບັນທຶກຊ່ວຍຈໍາຮ່ວມມືດ້ານພຣະພຸດທະສາສະໜາ ລະຫວ່າງ ສຳນັກງານ ພຣະພຸດທະສາສະໜາແຫ່ງຊາດ ຣາຊະອານາຈັກໄທ ແລະ ກົມສາສະໜາ ສູນກາງແນວລາວສ້າງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາໄຫຼ ສີປະເສີດ ຮອງປະທານຜູ້ປະຈໍາການ ສນຊ ຊຶ່ງມີເນື້ອໃນບົດບັນທຶກຊ່ວຍຈໍາສອງຝ່າຍດັ່ງນີ້: ທັງສອງຝ່າຍຈະສົ່ງເສີມ ແລະ ສະໜັບສະໜູນໃຫ້ເກີດການມີສ່ວນຮ່ວມໃນເວທີການປະຊຸມສຳມະນາການປຶກສາຫາລື ການເຈລະຈາຕ່າງໆ ດ້ານພຣະພຸດທະສາສະໜາໃຫ້ແກ່ຜູ້ແທນ; ທັງສອງຝ່າຍຈະຜັດປ່ຽນເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັນຢ່າງໜ້ອຍປີລະໜຶ່ງຄັ້ງ ເພື່ອແລກປ່ຽນບົດຮຽນ ແລະ ທັດສະນະສຶກສາເພື່ອໃຫ້ເກີດການຮຽນຮູ້ ແລະ ພັດທະນາກິດຈະການງານດ້ານພຣະພຸດທະສາສະໜາ ເພື່ອເສີມສ້າງຄວາມສຳພັນອັນດີງາມລະຫວ່າງສອງປະເທດໃຫ້ເປັນປົກກະຕິ; ເພື່ອໃຫ້ການຮ່ວມມືດ້ານພຣະພຸດທະສາສະໜາໃນລະດັບທະວິພາຄີ ແລະ ສາກົນ ອັນກໍໃຫ້ເກີດປະໂຫຍດຮ່ວມກັນແກ່ທັງສອງປະເທດ.

(ຂ່າວ-ພາບ: ສຸວັນລີ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments