Monday, September 23, 2024
Homeຂ່າວຕ່າງປະເທດປີ 2022 ໜີ້ຕ່າງປະເທດຣັດເຊຍຫຼຸດລົງຕ່ຳທີ່ສຸດໃນຮອບ 15 ປີ

ປີ 2022 ໜີ້ຕ່າງປະເທດຣັດເຊຍຫຼຸດລົງຕ່ຳທີ່ສຸດໃນຮອບ 15 ປີ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ທະນາຄານກາງຣັດເຊຍໄດ້ເປີດເຜີຍບົດລາຍງານວ່າ: ໜີ້ສິນຕ່າງປະເທດຂອງຣັດເຊຍໃນປີ 2022 ຜ່ານມາ ຫຼຸດລົງ 3,8 ແສນລ້ານໂດລາ ຊຶ່ງຖືວ່າເປັນລະດັບຕ່ຳທີ່ສຸດໃນຮອບ 15 ປີ. ບົດລາຍງານລະບຸວ່າ ໜີ້ສິນຕ່າງປະເທດຂອງຣັດເຊຍໃນປີ 2022 ຫຼຸດລົງ 21,1% ຫຼື 1,01 ແສນລ້ານໂດລາ ສູ່ລະດັບຕ່ຳທີ່ສຸດນັບຕັ້ງແຕ່ປີ 2007 ໂດຍອັດຕາ 21,1% ຍັງເປັນການຫຼຸດລົງຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ປີ 2014 ທີ່ໜີ້ສິນຕ່າງປະເທດຂອງຣັດເຊຍຫຼຸດລົງ 1,29 ແສນລ້ານໂດລາ. ນອກຈາກນີ້, ທະນາຄານກາງຣັດເຊຍຍັງໄດ້ຊີ້ໃຫ້ເຫັນວ່າ ໜີ້ສິນຕ່າງປະເທດຂອງຣັດເຊຍຫຼຸດລົງ ເນື່ອງຈາກການຊຳລະຄືນສິນເຊື່ອ ຊຶ່ງຄວບຄຸມຂອບການເຮັດວຽກຂອງການລົງທຶນໂດຍກົງ ແລະ ການຫຼຸດລົງຂອງໜີ້ສິນຈາກພັນທະບັດລັດຖະບານ. ຂະນະທີ່ການເກີນດູນບັນຊີຂອງດູນການຊຳລະໜີ້ສິນຣັດເຊຍໃນປີ 2022 ຢູ່ທີ່ 2,33 ແສນລ້ານໂດລາ ຊຶ່ງເພີ່ມຂຶ້ນເກືອບສອງເທົ່າຈາກປີ 2021.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments