Sunday, September 22, 2024
Homeບຸນປະເພນີນວ ກຽມສະຫລອງບຸນປີໃໝ່ລາວໃຫ້ຮັກສາໄດ້ປະເພນີອັນດີງາມຂອງຊາດ

ນວ ກຽມສະຫລອງບຸນປີໃໝ່ລາວໃຫ້ຮັກສາໄດ້ປະເພນີອັນດີງາມຂອງຊາດ

ນະຄອນຫລວງວຽງຈັນ (ນວ) ກຽມສະຫລອງບຸນປີໃໝ່ລາວພສ 2566 ໃຫ້ຮັກສາໄດ້ປະເພນີອັນດີງາມຂອງຊາດ ໂດຍໄດ້ກຳນົດຈຸດສູນກາງ ທີ່ມີກິດຈະກຳລວມສູນຄື: ເຂດຄຸ້ມເມືອງເກົ່າ ວັດຈັນ ເມືອງຈັນທະບູລີ ແບ່ງອອກເປັນ 2 ກິດຈະກຳຫລັກຄື: ກິດຈະກຳທາງສາສະໜາ ປະກອບມີ ພິ ທີທາງສາສະໜາອັງເຊີນພະພຸດທະຮູບລົງຫົດສົງ, ຂະບວນແຫ່ພະພຸດທະຮູບມິງເມືອງ, ພິທີໃສ່ບາດ ພິ ທີຕົບພະທາດຊາຍ(ຢູ່ຕາມວັດວາອາລາມ). ສ່ວນກິດຈະກໍາການທ່ອງທ່ຽວ ຫລິ້ນນ້ຳຢູ່ຖະໜົນເສດຖາ ທິລາດ.

ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ຖະແຫລງຂ່າວ ໃນວັນທີ 3 ເມສາ 2023 ວ່າ: ໃນວັນທີ 14 ເມສາ ເວລາ 12:30-13:30 ໂມງ ເລີ່ມເຕົ້າໂຮມຂະບວນກິດຈະກຳອັງເຊີນພະພຸດທະຮູບລົງຫົດສົງ ເວລາ 13:00 ໂມງ ທີ່ວັດອິນແປງ ເມືອງຈັນທະບູລີ (ເລີ່ມພິທີທາງສາດສະໜາ) ເຊີນສະເພາະພະສົງ, ການ ຈັດຕັ້ງ, ເຖົ້າແກ່ແນວໂຮມ ເວລາ 14:00 ໂມງ ເລີ່ມພິທີແຫ່ພະພຸດທະຮູບມິ່ງເມືອງ ທີ່ວັດອິນແປງ ຕາມຖະໜົນເສດຖາທິລາດ ຫານ້ຳພຸ ແລ້ວຂຶ້ນມາທາງແຄມຂອງ ຫາວັດອິນແປງ ປະກອບມີກ້ອນກໍາລັງ ປ້າຍຄຳຂວັນ ພະສົງ 66 ອົງ, ລາດສະລົດແຫ່ພະພຸດທະຮູບມິ່ງບ້ານເມືອງ, ລົດພາບາສີ ມີພະສົງໃຫຍ່ນັ່ງ ເທິງ 4 ອົງ, ຂະບວນການຈັດຕັ້ງເຖົ້າແກ່ແນວໂຮມ ນວ, ເມືອງ, ບ້ານ, ລົດມະໂຫລີ, ຂະ ບວນສິນລະປະ ແລະ ກາຍຍະສິນ, ຂະບວນນັກກິລາທີ່ໄດ້ຮັບຫລຽນຈາກ ການແຂ່ງຂັນຊຽງຂວາງເກມ 50 ທ່ານ, ກ້ອນອົງການຈັດຕັ້ງມະຫາຊົນ, ກ້ອນຂະບວນແຫ່ບ້ານວັດທະນະທຳ ນາຊາຍທອງ, ກ້ອນມວນຊົນທົ່ວໄປ ແລະ ລົດເຈົ້້າໜ້າທີ່.

ທ່ານນາງ ວິໄລວອນ ຈັນທະລາຕີ ໄດ້ໃຫ້ຮູ້ອີກວ່າ: ບຸນປີໃໝ່ລາວ ພສ 2566 ທີ່ນະ ຄອນຫລວງວຽງຈັນ ວັນທີ 14-15-16 ເມສາ 2023 ຈັດຂຶ້ນພາຍໃຕ້ຄໍາຂັວນ “ນວ ສະຫລອງບຸນປີໃໝ່ລາວ ກ້າວສູ່ ເມືອງວັດທະນະທຳອາຊຽນ” ປະກອບມີ 3 ເນື້ອໃນຄຳສັ່ງ, 6 ຂໍ້ຫາມ ເຊິ່ງມີຈຸດປະສົງ ເພື່ອເປັນການອະນຸລັກຮັກສາວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງການຫລິ້ນບຸນກຸດສົງການປີໃໝ່ລາວ ໃຫ້ຖືກຕ້ອງສອດຄ່ອງ ແລະ ມີບັນຍາກາດເບີກບານມ່ວນຊື່ນ. ພ້ອມນັ້ນ, ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ຕິດພັນກັບວຽກງານຟື້ນຟູເສດຖະກິດ ພາຍຫລັງທີ່ຖືກຜົນກະທົບຈາກການລະບາດພະຍາດໂຄວິດ-19 ມາເປັນເວ ລາ 3 ປີ ໃຫ້ກັບຄືນມາມີບັນຍາກາດ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ມາທ່ຽວຫລິ້ນ ຢູ່ ນວ ໃນໂອກາດບຸນປີໃໝ່ລາວໃຫ້ຫລາຍຂຶ້ນ, ຫລຸດຜ່ອນໃຫ້ຄົນໃນຕົວເມືອງເດີນທາງອອກໄປທ່ຽວຕ່າງແຂວງ ແລະ ຕ່າງປະເທດໃຫ້ໜ້ອຍລົງ ເຊິ່ງການຫລິ້ນບຸນກຸດສົງການປີໃໝ່ລາວ ຂອງ ນວ ໄດ້ກໍານົດເຂດຄຸ້ມຕົວເມືອງເກົ່າ ອັນເປັນຈຸດເດັ່ນທີ່ນັກທ່ອງທ່ຽວຮູ້ຈັກ ໄດ້ຕິດພັນກັບວັດທະນະທຳ ແລະ ຖືກຈັດເຂົ້າໃນປະຕິທິນການທ່ອງທ່ຽວໃນແຕ່ລະປີ.

ສ່ວນຄາດໝາຍ ແມ່ນຮັກສາໄດ້ການຫລິ້ນບຸນປີໃໝ່ລາວ ດ້ວຍບັນຍາກາດເບິກບານມ່ວນຊື່ນ ຖືກຕ້ອງສອດຄ່ອງຕາມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ຮັກສາໄດ້ຄວາມສະ ຫງົບ, ປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດ ຈົບງາມປາສະຈາກຂີ້ເຫຍື້ອ, ສິ່ງເສດເຫລືອຕາມນາມມະຍົດເມືອງທ່ອງທ່ຽວສະອາດອາຊຽນ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວຊົມຢູ່ ນວ ໃນ 3 ວັນໃຫ້ໄດ້ 25% ຂອງຕົວເລກຄາດໝາຍນັກທ່ອງທ່ຽວປີ 2023.

ສຳລັບກິດຈະກຳຢູ່ຕາມແຕ່ລະເມືອງ ຖືວ່າຢູ່ຕາມວັດວາອາລາມຕ່າງໆ ມີພິທີຫົດສົງນໍ້າພະ ສຳ ລັບຫາດຊາຍ ແລະ ກິດຈະກຳການທ່ອງທ່ຽວ ຕາມສະຖານທີ່ທ່ອງທ່ຽວຕ່າງໆເປັນປົກກະຕິ. ພິເສດ ຢູ່ເມືອງສັງທອງ ມີກິດຈະກຳເປີດຫາດຊາຍຢູ່ແຄມຂອງ ເຂດບ້ານອ່າງນ້ອຍ, ເປັນຫາດຊາຍທີ່ສວຍງາມ ສ່ວນການບໍລິການໂຮມແຮມ, ເຮືອນພັກ, ຮ້ານອາຫານ ໄດ້ມີການລົງປະເມີນມາດຕະຖານ ເພື່ອໃຫ້ໄດ້ຄຸນນະພາບ ແລະ ແນະນຳໃຫ້ເປີດບໍລິການປົກກະຕິ ເພື່ອຮອງຮັບນັກທ່ອງທ່ຽວ ແລະ ຕ່າງປະເທດທີ່ຈະເຂົ້າມາທ່ຽວ ໃຫ້ມີຄວາມສະດວກສະບາຍ ແລະ ພຽງພໍກັບຈຳນວນ ນັກທ່ອງທ່ຽວທີ່ຈະເຂົ້າມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments