Sunday, September 22, 2024
Homeຂ່າວຕ່າງປະເທດຮອງປະທານປະເທດ ຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງ ຫວຽດນາມ

ຮອງປະທານປະເທດ ຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງ ຫວຽດນາມ

ໃນວັນທີ 4 ເມສາ 2023 ນີ້, ທີ່ສຳນັກງານປະທານປະເທດປະເທດ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຂັ້ນສູງ ສະຫະພັນແມ່ຍິງ ສສ ຫວຽດນາມ ນໍາໂດຍ ສະຫາຍ ນາງ ຮາ ທິ ຫງ່າ ກໍາມະການສູນກາງພັກ, ສະມາຊິກສະພາແຫ່ງຊາດ, ປະທານສະຫະພັນແມ່ຍິງຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວຢູ່ວຽກ​ງານ ສປປ ລາວ ໃນລະຫວ່າງວັນທີ 3-7 ເມສາ 2023 ນີ້.

ໂອກາດນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ຂອງຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງ ສສ ຫວຽດນາມ ເຊິ່ງເປັນການປະກອບສ່ວນສໍາ​ຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງໃຫ້ທິດຊີ້ນໍາ ສອງສະຫະພັນແມ່ຍິງລາວ-ຫວຽດນາມ ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ, ປະຕິ ບັດພາລະບົດບາດ ແລະ ຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນຕື່ມ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ກໍຄື ລະຫວ່າງ ສອງສະຫະພັນແມ່ຍິງລາວ-ຫວຽດນາມ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.

ໂອກາດດຽວກັນ, ສະຫາຍ ນາງ ຮາ ທິ ຫງ່າ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍຮອງປະທານປະເທດ ທີ່​ໃຫ້ການຕ້ອນຮັບໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃຫ້ສະຫາຍ ຮອງປະທານປະເທດ ຮັບຊາບ.

Medialaos MMD (ແຫູ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments