Saturday, September 21, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດຫວຽດນາມເຂົ້າອວຍພອນປີໃໝ່ລາວ ພ.ສ. 2566

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດຫວຽດນາມເຂົ້າອວຍພອນປີໃໝ່ລາວ ພ.ສ. 2566

ໃນຕອນເຊົ້າຂອງວັນທີ 4 ເມສາ 2023, ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ເຂົ້າອວຍພອນປີໃໝ່ລາວ ພ.ສ. 2566 ຂອງ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.

ເນື່ອງໃນໂອກາດປີໃໝ່ລາວ ພ.ສ. 2566 ທີ່ຈະມາເຖິງນີ້, ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ນໍາພາພະນັກງານສະຖານທູດ ແລະ ບັນດາຫ້ອງການຜູ້ຕາງໜ້າຫວຽດນາມ ຢູ່ລາວ ນໍາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມທັງໄດ້ອວຍພອນໄຊອັນປະເສີດມາຍັງບັນດາສະຫາຍຄະນະພັກ-ຄະນະນໍາ ລວມເຖິງບັນດາສະຫາຍອ້າຍນ້ອງພະນັກງານກະຊວງການຕ່າງປະເທດທຸກທົ່ວໜ້າ. ໃນໂອກາດນີ້, ສະຫາຍ ເອກອັກຄະລັດຖະທູດ ໄດ້ນໍາເອົາຄໍາອວຍພອນປີໃໝ່ລາວ ຈາກບັນດາຜູ້ນໍາພັກ-ລັດ ຫວຽດນາມ ເປັນຕົ້ນແມ່ນ ປະທານປະເທດ, ປະທານສະພາ, ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ສົ່ງເຖິງ ຄູ່ຮ່ວມຕໍາແໜ່ງຜູ້ນໍາລາວ; ໄດ້ຕີລາຄາສູງຕໍ່ບັນດາຜົນສໍາເລັດອັນສໍາຄັນ ທີ່ປະຊາຊົນລາວອ້າຍນ້ອງ ຍາດມາໄດ້ ຕະຫຼອດໄລຍະຜ່ານມາ, ໂດຍພາຍໃຕ້ການຊີ້ນໍານາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກ-ລັດ ເຮັດໃຫ້ ສປປ ລາວ ນັບມື້ນັບຂະຫຍາຍຕົວຢ່າງຮອບດ້ານ ແລະ ມີບົດບາດສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ພ້ອມທັງໄດ້ສະແດງຄວາມຍິນດີ ທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີບັນຍາກາດເບີກບານມ່ວນຊື່ນຫຼິ້ນບຸນປີໃໝ່ ໃນປີນີ້ ພາຍຫຼັງທີ່ພົ້ນຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນສອງສາມປີຜ່ານມາ. ພ້ອມນັ້ນ, ສະຫາຍ ເອກອັກຄະລັດຖະທູດ ກໍ່ໄດ້ຕີລາຄາສູງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ນັບມື້ນັບຂະຫຍາຍຕົວ, ເຊິ່ງໃນນັ້ນມີການປະກອບສ່ວນສໍາຄັນຂອງກະຊວງການຕ່າງປະເທດລາວ ໂດຍມີ ສະຫາຍ ຮອງນາຍົກລັດຖະມົນຕີ ເປັນຜູ້ນໍາພາ.

ໂອກາດດຽວກັນນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການມາອວຍພອນໃນຄັ້ງນີ້ ແລະ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ, ກໍຄື ລະຫວ່າງ ສອງກະຊວງການຕ່າງປະເທດ ແລະ ສອງສະຖານເອກອັກຄະລັດຖະທູດ ລາວ-ຫວຽດນາມ. ສະຫາຍ ຮອງນາຍົກລັດຖະມົນຕີ ກໍໄດ້ຕາງໜ້າໃຫ້ການນໍາພັກ-ລັດ ລາວ ເປັນຕົ້ນແມ່ນປະທານປະເທດ, ປະທານສະພາ ແລະ ນາຍົກລັດຖະມົນຕີ ສະແດງຄວາມຂອບໃຈ ຕໍ່ການສົ່ງຄໍາອວຍພອນຂອງການນໍາຫວຽດນາມ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຂອບໃຈ ຮູ້ບຸນຄຸນ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງສະຫາຍຫວຽດນາມຕະຫຼອດມາ, ພິເສດແມ່ນໃນໄລຍະທີ່ ສປປ ລາວ ພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນນັ້ນ. ພ້ອມນັ້ນ, ສະຫາຍ ຮອງນາຍົກລັດຖະມົນຕີ ກໍໄດ້ອວຍພອນໃຫ້ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈ່ົງຫມັ້ນຄົງຂະໜົງແກ່ນ ແລະ ນັບມື້ນັບແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

ນອກນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືກັນ ກ່ຽວກັບ ການສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ຢ້ຽມຢາມເຊິ່ງກັນ ແລະ ກັນ.

ຂ່າວ ແລະ ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments