Saturday, October 19, 2024
Homeສຶກສາທົບທວນຄືນການຈັດຕັ້ງປະຕິບັດວຽກງານຮ່ວມມືຕ່າງປະເທດຜ່ານປະຕູດຽວຂະແໜງການສຶກສາ-ກິລາ ປະຈຳປີ 2022

ທົບທວນຄືນການຈັດຕັ້ງປະຕິບັດວຽກງານຮ່ວມມືຕ່າງປະເທດຜ່ານປະຕູດຽວຂະແໜງການສຶກສາ-ກິລາ ປະຈຳປີ 2022

ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດກອງປະຊຸມເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານການຮ່ວມມືກັບຕ່າງປະເທດ ໂດຍຜ່ານປະຕູດຽວໃນຂະແໜງການສຶກສາ ແລະ ກິລາ ປະຈຳປີ 2022 ແລະ ແຜນປີ 2023 ໃນວັນທີ 29 ມີນາ ຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄຳ ຫົວໜ້າກົມຮ່ວມມືກັບຕ່າປະເທດ ກະຊວງສຶກສາທິການ ແລະ ກິລາ ມີທ່ານ ປອ ນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ອະທິການບໍດີ-ຮອງອະທິການບໍດີ, ຜູ້ອຳນວຍການ-ຮອງຜູ້ອຳນວຍການວິທະຍາໄລ, ຫົວໜ້າພະແນກສຶກສາທິການ ແລະ ກິລາທົ່ວປະເທດ, ຫົວໜ້າ-ຮອງຫົວໜ້າກົມກະຊວງພາຍໃນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄຳ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມສໍາຄັນຢ່າງຍິ່ງສໍາລັບຂະແໜງການສຶກສາ-ກິລາຂອງພວກເຮົາ ຍ້ອນວ່າການຮ່ວມມືກັບຕ່າງປະເທດ ແມ່ນເປັນວຽກໜຶ່ງໃນການຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມື ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ (ສສກ) ກັບບັນດາກະຊວງສຶກສາ, ມະຫາວິທະຍາໄລ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິ ຂອງບັນດາປະເທດຕ່າງໆໃນພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະແມ່ນເປັນການຍາດແຍ່ງເອົາການຊ່ວຍເຫຼືອຈາກຕ່າງປະເທດເພື່ອພັດທະນາການສຶກສາ ແລະ ກິລາ. ແນວໃດກໍຕາມ, ພັກ ແລະ ລັດຖະບານ ສປປ ລາວ ໄດ້ຖືເອົາການຮ່ວມມືກັບຕ່າງປະເທດຕິດພັນກັບການຂົນຂວາຍ ຍາດແຍ່ງທຶນຮອນ ແລະ ການຊ່ວຍເຫຼືອຈາກຕ່າງປະເທດ. ສະເພາະຂະແໜງການສຶກສາ ແລະ ກິລາ ການຮ່ວມມືກັບຕ່າງປະເທດ ໄດ້ປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການແຕ່ລະໄລຍະ ທັງດ້ານເຕັກນິກວິຊາການ ແລະ ດ້ານງົບປະມານ ເຮັດໃຫ້ຄຸນນະພາບການສຶກສາຂອງພວກເຮົາໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວທຽບທັນກັບພາກພື້ນ ແລະ ສາກົນ.

ແຕ່ເຖິງຢ່າງໃດກໍດີ, ເພື່ອເຮັດໃຫ້ການຍາດແຍ່ງການຊ່ວຍເຫຼືອຈາກສາກົນ ມາພັດທະນາຂະແໜງການສຶກສາ ແລະ ກິລາ ຂອງພວກເຮົາໃຫ້ມີປະສິດທິພາບ ແລະ ປະສິດທິຜົນນັ້ນ ການຮ່ວມມືບົນພື້ນຖານຂອງ ແນວທາງນະໂຍບາຍການຕ່າງປະເທດ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຂອງພັກ ແລະ ລັດຖະບານ ແມ່ນມີຄວາມຈຳເປັນທີ່ສຸດ ຜ່ານມາ ເຖິງວ່າພວກເຮົາຈະສາມາດຍາດແຍ່ງການຊ່ວຍເຫຼືອຈາກຕ່າງປະເທດໄດ້ດີສົມຄວນ ແຕ່ກໍຍັງມີຫຼາຍວຽກງານການຮ່ວມມືທີ່ບໍ່ເຂົ້າສູ່ລະບົບປະຕູດຽວ ເຮັດໃຫ້ການຄຸ້ມຄອງບໍລິຫານ, ການຈັດຕັ້ງປະຕິບັດ, ການຕິດຕາມ ແລະ ສະຫຼຸບຖອດຖອນບົດຮຽນ ບັນດາໂຄງການຮ່ວມມືກັບຕ່າງປະເທດ ແມ່ນພົບຄວາມຫຍຸ້ງຍາກ ແລະ ບໍ່ມີປະສິດທິພາບສູງ. ສະນັ້ນ, ການຮ່ວມມືກັບຕ່າງປະເທດໂດຍຜ່ານປະຕູດຽວ ຈຶ່ງເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ແລະ ຫວັງຢ່າງຍິ່ງວ່າ ກອງປະຊຸມຄັ້ງນີ້ ບັນດາທ່ານຈະໄດ້ຮັບຟັງການລາຍງານວຽກງານພົວພັນຮ່ວມມືກັບຕ່າງປະເທດ ໃນຕະຫຼອດໄລຍະ 1 ປີທີ່ຜ່ານມາ. ພ້ອມກັນນີ້, ບັນດາທ່ານຍັງໄດ້ຮ່ວມກັນແລກປ່ຽນຄໍາຄິດຄໍາເຫັນໃສ່ວຽກງານດັ່ງກ່າວແບບສ້າງສັນ ເພື່ອປັບປຸງສິ່ງທີ່ຍັງຄົງຄ້າງໃຫ້ດີຂຶ້ນໃນປີຕໍ່ໄປ.

ຫຼັງຈາກນັ້ນ, ທ່ານ ພູວັນ ວົງສຸທິ ຮອງຫົວໜ້າກົມຮ່ວມມືກັບຕ່າປະເທດ ກະຊວງ ສສກ ກໍໄດ້ລາຍງານສະຫຼຸບການເຄືອນໄຫວວຽກງານຮ່ວມມືກັບຕ່າງປະເທດ ປະຈຳປີ 2022 ແລະ ແຜນການເຄື່ອນໄຫວປະຈຳປີ 2023 ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງພາລະບົດບາດ, ຜົນງານທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າຍຕ່າງໆ ໃນນີ້ພົ້ນເດັ່ນກວ່າໝູ່ແມ່ນວຽກຮ່ວມມືສອງຝ່າຍ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ, ຂໍ້ຕົກລົງຮ່ວມມື ແລະ ໜັງສືແຈ້ງເຈດຈໍານົງການການໃຫ້ທຶນການສຶກສາ ລະຫວ່າງ ກະຊວງ ສສກ ກັບ ກະຊວງສຶກສາ ແລະ ກະຊວງກ່ຽວຂ້ອງ 8 ປະເທດ: ສສ ຫວຽດນາມ (ຈໍານວນ 5 ສະບັບ), ມົງໂກລີ, ກູບາ, ຮຸ່ງກາລີ, ສປ ຈີນ, ຝຣັ່ງ, ສະຫະລັດອາເມຣິກາ ແລະ ຣາຊະອານາຈັກໄທ ລວມທັງໝົດ 12 ສະບັບ. ນອກນັ້ນ, ກໍຍັງສຳເລັດວຽກຮ່ວມມືຫຼາຍຝ່າຍ ໂດຍສະເພາະສຳເລັດການກະກຽມເນື້ອໃນ ແລະ ຕິດຕາມ ທ່ານ ລັດຖະມົນຕີ ສສກ ເຂົ້າຮ່ວມກອງປະຊຸມວຽກງານການຟື້ນຟູການຮຽນຮູ້ ແລະ ການປັບປຸງການສຶກສາອາຊຽນ ໂດຍຜ່ານລະບົບອອນລາຍ; ກອງປະຊຸມນະໂຍບາຍແຫ່ງຊາດ ກ່ຽວກັບການຮຽນຮູ້ຕະຫຼອດຊີວິດ ເພື່ອກ້າວໄປສູ່ຄວາມຍືນຍົງໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້”; ເຂົ້າຮ່ວມກອງປະຊຸມຄະນະກໍາມະການທີ່ປຶກສາດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາອາຊຽນ ໂດຍຜ່ານລະບົບອອນລາຍ; ເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 19 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໂດຍຜ່ານລະບົບອອນລາຍ. ພ້ອມກັນນັ້ນ, ກໍຍັງສຳເລັດວຽກສົນທິສັນຍາ ແລະ ຮ່ວມມືກັບອົງການຈັດຕັ້ງສາກົນ, ວຽກຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ, ວຽກງານຕ້ານສານຕ້ອງຫ້າມໃນກິລາ ແລະ ວຽກງານບໍລິຫານ ແລະ ສັງລວມ.

ທ່ານ ພູວັນ ວົງສຸທິ ກ່າວອີກວ່າ: ສຳລັບທິດທາງແຜນການໃນປີ 2023 ຈະສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກ ໂດຍສະເພາະກະກຽມ ແລະ ລົງນາມໃນແຜນການຮ່ວມມື ປະຈຳປີ 2023 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກໍ່ສ້າງ ສສ ຫວຽດນາມ ແລະ ອະນຸສັນຍາຮ່ວມມືວ່າດ້ວຍການກໍ່ສ້າງບຸກຄະລາກອນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ; ປະສານງານ ແລະ ອໍານວຍຄວາມສະດວກໃນຊຸດຮຽນກຽມພາສາຫວຽດຂັ້ນພື້ນຖານ ໄລຍະ 3-4 ເດືອນ ໃຫ້ແກ່ນັກສຶກສາ ແລະ ພະນັກງານ ທີ່ໄດ້ຮັບທຶນການສຶກສາຈາກ ລັດຖະບານ ສສ ຫວຽດນາມ ເພື່ອກຽມໄປຮຽນຕໍ່ທີ່ ສສ ຫວຽດນາມ, ຮັບຕ້ອນ ແລະ ຈັດສົ່ງຄູຫວຽດນາມ ຈຳນວນ 35 ທ່ານ ທີ່ມາປະຈຳການສອນພາສາຫວຽດຢູ່ບັນດາກະຊວງ, ອົງການ, ມະຫາວິທະຍາໄລ, ວິທະຍາໄລ ແລະ ໂຮງຮຽນສາມັນ ຢູ່ແຂວງພາກເໜືອ ແລະ ໃຕ້ ຂອງ ສປປ ລາວ; ກະກຽມ ແລະ ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືດ້ານວິທະຍາສາດ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ; ລົງຕິດຕາມຊຸກຍູ້ໂຄງການຮ່ວມມືໃນຂະແໜງການສຶກສາ ແລະ ກິລາ ລະຫວ່າງ 10 ແຂວງພາກເໜືອ ຂອງ ສປປ ລາວ ແລະ ພະແນກສຶກສາແຂວງຢຸນນານ, ສປ ຈີນ; ຈັດກອງປະຊຸມຖອດຖອນບົດຮຽນເພື່ອຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດວຽກງານການຮ່ວມມື ລາວ-ຝຣັ່ງ; ສືບຕໍ່ຮ່ວມມືກັບພະແນກສຶກສາ ແຂວງຈຸງຈ໋ອງນາມໂດ ສ ເກົາຫຼີ ເພື່ອຈັດຝຶກອົບຮົມໄອຊີທີໃຫ້ກັບຄູ ແລະ ພະນັກງານຂະແຫນງການສຶກສາ ແລະ ກິລາ ແລະ ສືບຕໍ່ປະສານກັບກະຊວງການສຶກສາຊັ້ນສູງ, ວິທະຍາສາດ ແລະ ນະວັດຕະກໍາ ປະເທດໄທ ກ່ຽວກັບການຈັດສັນ ແລະ ປະກາດຮັບສະຫມັກທຶນການສຶກສາ 700 ທືນ ທີ່ລັດຖະບານໄທ ມອບໃຫ້ ສປປ ລາວ ເພື່ອໃຫ້ສາມາດສົ່ງນັກສຶກສາໄປຮຽນໃນປີ 2023 ແລະ ວຽກງານປິ່ນອ້ອມອື່ນໆອີກຈຳນວນໜຶ່ງ.

ຂ່າວໂດຍ ສົງການ ພັນແພງດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments