Friday, October 18, 2024
Homeສຶກສາໂຮງຮຽນວິຊະນຸວິທະຍາ ຈັດພິທີຮັບມະຫາຊົນກ້າວໜ້າ, ເລື່ອນສະມາຊິກອະນຸຊົນ ຂື້ນເປັນເຍົາວະຊົນທັນສາ ແລະ ຮັບສະມາຊິກຊາວໜຸ່ມ

ໂຮງຮຽນວິຊະນຸວິທະຍາ ຈັດພິທີຮັບມະຫາຊົນກ້າວໜ້າ, ເລື່ອນສະມາຊິກອະນຸຊົນ ຂື້ນເປັນເຍົາວະຊົນທັນສາ ແລະ ຮັບສະມາຊິກຊາວໜຸ່ມ

ໃນຕອນບ່າຍຂອງວັນທີ 30 ມີນາ 2023 ໂຮງຮຽນປະຖົມ ວິຊະນຸ ວິທະຍາ ໄດ້ຈັດພິທີ ຮັບມະຫາຊົນກ້າວໜ້າທີ່ດີເດັ່ນໃນຂະບວນການ ເຂົ້າເປັນສະມາຊິກອະນຸຊົນຈຳນວນ 60 ນ້ອງ,ຍິງ 35 ນ້ອງ ແລະ ເລື່ອນສະມາຊິກອະນຸຊົນທີ່ມີຜົນງານດີເດັ່ນ ຂື້ນເປັນສະມາຊິກເຍົາວະຊົນທັນວາລວມມີ 52 ນ້ອງ,ຍິງ 29 ນ້ອງ ແລະ ຮັບສະມາຊິກຊາວໜຸ່ມໃໝ່ ຈຊານວນ 6 ສະຫາຍ,ຍິງ 3 ສະຫາຍ ເຊິ່ງໃຫ້ກຽດເຂົ້າຮ່ວມໃນພິທີອັນມີກຽດໃນຄັ້ງນີ້ ໂດຍສະ ຫາຍ ຄຳແສນ ທາດບັນລັງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມນະຄອນປາກເຊ, ມີສະຫາຍ ເພັດສະໝອນ ແກ້ວອ່ອນຫຼ້າ ຜູ້ອຳນວຍການ ໂຮງຮຽນ ປະຖົມວິຊະນຸ ວິທະຍາ, ມີສະຫາຍ ພຸດທະວົງ ແສນສີ ເລຂາຊາວໜຸ່ມ ໂຮງຮຽນ ປະຖົມ ວິຊະນຸ ວິທະຍາ ພ້ອມດ້ວຍຄູ,ອາຈານ ນ້ອງໆມະຫາຊົນກ້າວໜ້າ, ອະນຸຊົນ, ເຍົາວະຊົນທັນວາ, ສະມາຊິກຊາວໜຸ່ມ ພາຍໃນໂຮງຮຽນກໍໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.

– ມາຮອດປະຈຸບັນ ໂຮງຮຽນ ວິຊະນຸ ວິທະຍາ ມີສະມາຊິກອະນຸຊົນທັງໝົດ 60 ນ້ອງ, ຍີງ 35 ນ້ອງ; ມີສະມາຊິກເຍົາວະຊົນທັງໝົດ 74 ນ້ອງ,ຍິງ 35 ນ້ອງ,ມີສະມາຊິກຊາວໜຸ່ມ 31 ສະຫາຍ, ຍີງ 23 ສະຫາຍ.

.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments