Friday, October 18, 2024
Homeຂ່າວການເມືອງສປປ ລາວ ກຽມພ້ອມເປັນເຈົ້າພາບກອງປະຊຸມສຸດຍອດ MRC ຄັ້ງທີ 4

ສປປ ລາວ ກຽມພ້ອມເປັນເຈົ້າພາບກອງປະຊຸມສຸດຍອດ MRC ຄັ້ງທີ 4

ຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ລິເລີ່ມຂຶ້ນປີ 1957 ແລະ ໄດ້ຮັບການສ້າງຕັ້ງເປັນຄະນະກຳມາທິການຊົ່ວຄາວໃນປີ 1978. ໃນປີ 1995, ບັນດາປະເທດທີ່ຢູ່ລຽບຕາມແມ່ນ້ຳຂອງຕອນລຸ່ມ ປະກອບມີ ຣາຊະອານາຈັກກຳປູເຈຍ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຣາຊະອານາຈັກໄທ ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສ້າງຂີດໝາຍປະຫວັດສາດ ດ້ວຍການລົງນາມໃນສັນຍາວ່າດ້ວຍການຮ່ວມມືເພື່ອການພັດທະນາອ່າງແມ່ນ້ຳຂອງແບບຍືນຍົງ (ສັນຍາແມ່ນ້ຳຂອງ 1995). ດັ່ງນັ້ນ, ຈຶ່ງໄດ້ສ້າງຕັ້ງ ຄະນະກຳມາທິການແມ່ນ້ຳຂອງສາກົນ (MRC). MRC ລວມມີ 3 ຂັ້ນຄື: ສະພາມົນຕີ, ຄະນະກຳມາທິການຮ່ວມ ແລະ ກອງເລຂາ. ບັນດາປະເທດສະມາຊິກ ໄດ້ສ້າງຕັ້ງຄະນະກຳມາທິການແມ່ນ້ຳຂອງແຫ່ງຊາດຂຶ້ນຢູ່ແຕ່ລະປະເທດ ເພື່ອສະໜັບສະໜູນພາລະກິດຂອງຄະນະກຳມາທິການແມ່ນ້ຳຂອງສາກົນ.

ນັບແຕ່ປີ 2010 ເປັນຕົ້ນມາ, ຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ເຫັນດີເປັນເອກະພາບກັນຈັດກອງປະຊຸມສຸດຍອດ (ລະດັບນາຍົກລັດຖະມົນຕີ) ໃນທຸກໆ 4 ປີ ໂດຍໝູນວຽນກັນເປັນເຈົ້າພາບຢູ່ 4 ປະເທດສະມາຊິກ MRC ດ້ວຍຈຸດປະສົງຄື: (1) ຢືນຢັນຄືນໃໝ່ຄຳໝັ້ນສັນຍາດ້ານການເມືອງທີ່ສູງສຸດໃນການຮ່ວມມືແມ່ນ້ຳຂອງ; (2) ຕີລາຄາຄວາມພະຍາຍາມໃນການຄຸ້ມຄອງ, ນຳໃຊ້ ແລະ ການພັດທະນາອ່າງແມ່ນໍ້າຂອງແບບຍືນຍົງ; (3) ຈັດລໍາດັບຄວາມສໍາຄັນຂອງກິດຈະກໍາໃນຄັ້ງຕໍ່ໄປ. ໄລຍະຜ່ານມາ, ຄະນະກຳມະການແມ່ນ້ຳຂອງສາກົນ ໄດ້ຈັດຕັ້ງກອງປະຊຸມສຸດຍອດ 3 ຄັ້ງ ລາຍລະອຽດດັ່ງນີ້: 1. ກອງປະຊຸມສຸດຍອດຄັ້ງທີ 1 ໄດ້ຈັດຂຶ້ນໃນວັນທີ 5 ເມສາ 2010 ທີ່ຫົວຫີນ, ຣາຊະອານາຈັກໄທ ດ້ວຍຫົວຂໍ້; “ຕອບສະໜອງຄວາມຕ້ອງການ, ຮັກສາຄວາມສົມດູນ ເພື່ອການພັດທະນາອ່າງແມ່ນໍ້າຂອງແບບຍືນຍົງ”. 2. ກອງປະຊຸມສຸດຍອດຄັ້ງທີ 2 ໄດ້ຈັດຂຶ້ນໃນວັນທີ 5 ເມສາ 2014 ຢູ່ນະຄອນ ໂຮ່ຈິມິນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ດ້ວຍຫົວຂໍ້; “ຄວາມໝັ້ນຄົງທາງນ້ຳ, ພະລັງງານ ແລະ ສະບຽງອາຫານໃນສະພາບການປ່ຽນແປງຂອງດິນຟ້າອາກາດຢູ່ອ່າງແມ່ນ້ຳຂອງ”. 3. ກອງປະຊຸມສຸດຍອດຄັ້ງທີ 3 ໄດ້ຈັດຂຶ້ນໃນວັນທີ 5 ເມສາ 2018 ທີ່ນະຄອນສຽມຣຽບ ຣາຊະອານາຈັກກຳປູເຈຍ ດ້ວຍຫົວຂໍ້; “ເພີ່ມທະວີຄວາມພະຍາຍາມລວມ ແລະ ເປີດກວ້າງການພົວພັນຄູ່ຮ່ວມມື ເພື່ອບັນລຸເປົ້າໝາຍການພັດທະນາ ອ່າງແມ່ນ້ຳຂອງແບບຍືນຍົງ”.

ການພັດທະນາອ່າງແມ່ນ້ຳຂອງແບບຍືນຍົງ ແມ່ນບັນຫາທີ່ໄດ້ນໍາມາສົນທະນາກັນໃນກອງປະຊຸມສຸດຍອດທຸກໆຄັ້ງ. ພິເສດ, ກ່ອນວັນຄົບຮອບ 20 ປີແຫ່ງການລົງນາມເຊັນສັນຍາວ່າດ້ວຍການພັດທະນາອ່າງແມ່ນ້ຳຂອງແບບຍືນຍົງໃນປີ 1995, ກອງປະຊຸມສຸດຍອດຄະນະກຳມທິການແມ່ນ້ຳຂອງສາກົນ ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ນະຄອນໂຮ່ຈິມິນ ສສ ຫວຽດນາມ, ໃນວັນທີ 5 ເມສາ ປີ 2014 ດ້ວຍຫົວຂໍ້; “ຄວາມໝັ້ນຄົງທາງນ້ຳ, ພະລັງງານ ແລະ ສະບຽງອາຫານໃນສະພາບການປ່ຽນແປງຂອງດິນຟ້າອາກາດຢູ່ອ່າງແມ່ນ້ຳຂອງ”. ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາຖະແຫຼງການນະຄອນໂຮ່ຈິມິນ. MRC ໄດ້ປະເມີນວ່າ: ຈຸດເດັ່ນຂອງຖະແຫຼງການດັ່ງກ່າວ ແມ່ນໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາດ້ານການເມືອງລະດັບສູງສຸດຂອງບັນດາປະເທດສະມາຊິກໃນການປະຕິບັດສັນຍາປີ 1995 ກ່ຽວກັບການພັດທະນາອ່າງແມ່ນ້ຳຂອງແບບຍືນຍົງ. ນອກນັ້ນ, MRC ຍັງໄດ້ລາຍງານບາງຜົນສຳເລັດຂອງກອງປະຊຸມທີ່ຈັດຂຶ້ນຢູ່ຫວຽດນາມ. ໃນນັ້ນ, ມີການຮັບຮອງເອົາຍຸດທະສາດພັດທະນາອ່າງນ້ຳໃໝ່ 2016-2020, ແຜນຍຸດທະສາດ MRC ໃໝ່ 2016-2020; ສືບຕໍ່ເພີ່ມທະວີ ແລະ ເປີດກວ້າງການຮ່ວມມືກັບບັນດາຄູ່ເຈລະຈາ, ຄູ່ຮ່ວມພັດທະນາ ແລະ ບັນດາອົງການສາກົນ. ພິເສດ ແມ່ນການພົວພັນຮ່ວມມືລະຫວ່າງ MRC ແລະ ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ໄລຍະທາງແຫ່ງການຮ່ວມມືມາເປັນເວລາ 12 ປີກວ່າ ນັບແຕ່ກອງປະຊຸມສຸດຍອດຄັ້ງທີ 1 ເປັນຕົ້ນມາ. ສໍາລັບປີນີ້, ສປປ ລາວ ໄດ້ກຽມພ້ອມເປັນເຈົ້າພາບຈັດກອງປະຊຸມສຸດຍອດຄັ້ງທີ 4 ແລະ ກອງປະຊຸມສາກົນຂອງຄະນະກຳມາທິການແມ່ນ້ຳຂອງສາກົນ ຊຶ່ງຈະເລີ່ມຂຶ້ນໃນລະຫວ່າງ ວັນທີ 2-5 ເມສາ 2023 ທີ່ນະຄອນຫຼວງວຽງຈັນ ດ້ວຍຫົວຂໍ້; “ການປ່ຽນໃໝ່ ແລະ ການຮ່ວມມືເພື່ອຄວາມໝັ່ນຄົງ ແລະ ຄວາມຍືນຍົງຂອງນໍ້າໃນແມ່ນ້ຳຂອງ”. ກອງປະຊຸມ ຈະປຶກສາຫາລືບັນດາຫົວຂໍ້ກ່ຽວກັບຄວາມຮັບຮູ້ໃໝ່ໆ ແລະ ການບັນດາມາດຕະການປະດິດສ້າງໃໝ່ ເພື່ອການອະນຸລັກ ແລະ ການພັດທະນາແບບຍືນຍົງແມ່ນ້ຳຂອງ. ກອງປະຊຸມຄັ້ງນີ້, ຈະແມ່ນໂອກາດເພື່ອໃຫ້ຜູ້ນຳບັນດາປະເທດສະມາຊິກ MRC ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງຕົນໃນການປະຕິບັດສັນຍາແມ່ນ້ຳຂອງປີ 1995.

ໂດຍ: ສີວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments