Friday, October 18, 2024
Homeຂ່າວຕ່າງປະເທດສີລັງກາ ກຽມນຳໃຊ້ນະໂຍບາຍເສດຖະກິດສີຂຽວ

ສີລັງກາ ກຽມນຳໃຊ້ນະໂຍບາຍເສດຖະກິດສີຂຽວ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 29 ມີນາ ຜ່ານມາ, ສຳນັກງານປະຊາສຳພັນຂອງປະທານາທິບໍດີສີລັງກາ (PMD) ໄດ້ອອກຖະແຫຼງການໂດຍລະບຸວ່າ ກະຊວງໄຟຟ້າ ແລະ ພະລັງງານຂອງສີລັງກາ ແລະ ສຳນັກງານການປ່ຽນແປງຂອງສະພາບພູມອາກາດຈະເຮັດວຽກຮ່ວມກັນເພື່ອເລີ່ມໃຊ້ນະໂຍບາຍເສດຖະກິດສີຂຽວໃນພາກພະລັງງານໝູນວຽນພາຍໃນ 2 ເດືອນຂ້າງໜ້າ.

PMD ລະບຸວ່າ ສີລັງກາ ມີສັກກະຍະພາບທີ່ດີໃນການຜະລິດພະລັງງານຈາກແຫຼ່ງພະລັງງານ ໝູນວຽນເຊັ່ນ: ແສງຕາເວັນ, ລົມ, ແກັສຊີວະພາບ ແລະ ຄື້ນທະເລ. ທ່ານ ຣານິນ ວິກເກຣມສິງເຫ (Ranil Wickremesinghe) ປະທານາທິບໍດີສີລັງກາເຊື່ອວ່າ ການປ່ຽນຜ່ານສູ່ເສດຖະກິດສີຂຽວອາດຈະເປັນກະແຈສຳຄັນໃນການສ້າງເສດຖະກິດທີ່ແຂງແຮງຂຶ້ນສຳລັບສີລັງກາ.

PMD ລະບຸຕື່ມວ່າ: ນະໂຍບາຍເສດຖະກິດສີຂຽວເປັນໂຄງການລິເລີ່ມໄລຍະຍາວທີ່ຕ້ອງອາໄສຂອບທາງກົດໝາຍ ຊຶ່ງທ່ານ ວິກເກຣມສິງເຫ ໄດ້ເນັ້ນຢ້ຳເຖິງຄວາມຈຳເປັນໃນການອອກກົດໝາຍໂດຍທັນທີ ເພື່ອປັບປຸງໃຫ້ເຂົ້າກັບນະໂຍບາຍໃໝ່.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments