ສຳນັກຂ່າວຊິນຮວາຂອງ ສປຈີນ, ວັນທີ 26 ມີນາ, ອົງການວິໄຈອາວະກາດ ແຫ່ງອິນເດຍ (ISRO) ໄດ້ຍິງຈະຫລວດແອລວີເອັມ3 (LVM3) ຊຶ່ງມີ ນໍ້າໜັກຫລາຍທີ່ສຸດ ຂອງອິນເດຍ ເພື່ອຂົນສົ່ງດາວທຽມຂຶ້ນສູ່ອາວະກາດ ຈຳນວນ 36 ດວງ ຈາກສູນອາວະກາດ ສາທິດ ທາວັນ ແຄມຝັ່ງອ່າວເບງກໍລ ໃກ້ບໍລິເວນ ລັດອານທຳ ທາງພາກໃຕ້ຂອງ ອິນເດຍ. ອົງການດັ່ງກ່າວ ເປີດເຜີຍວ່າ ການປະຕິບັດ ພາລະກິດ ແອລວີເອັມ3-ເອັມ3 ແມ່ນພາລະກິດ ຊຶ່ງການຄ້າ ສຳລັບ ລູກຄ້າ ຕ່າງປະເທດ ໄດ້ແກ່ ວັນເວັບ (OneWeb) ທີ່ມີຖານ ຢູ່ໃນອັງກິດ. ນີ້ຖືເປັນ ພາລະກິດທີ 2 ສຳລັບວັນເວັບ ພາຍໃຕ້ ຂໍ້ຕົກລົງ ຊຶ່ງ ການຄ້າ ກັບ ບໍລິສັດ ນີວສະເປັກ ອິນເດຍ ລິມິເຕັດ (NSIL) ເພື່ອຈະສົ່ງດາວທຽມ ຂຶ້ນສູ່ວົງໂຄຈອນຕໍ່າຂອງໂລກ ລວມມີ 72 ດວງ.
ອິນເດຍ ຍິງຈະຫລວດຂົນສົ່ງດາວທຽມ ຂຶ້ນສູ່ວົງໂຄຈອນ 36 ດວງ

RELATED ARTICLES