Sunday, November 24, 2024
Homeຂ່າວໜ້າໜຶ່ງກອງປະຊຸມສຸດຍອດຂອງ ຄມສ ສົ່ງເສີມຄວາມສົມດູນລະຫວ່າງ ການຂະຫຍາຍຕົວທາງເສດຖະກິດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມ

ກອງປະຊຸມສຸດຍອດຂອງ ຄມສ ສົ່ງເສີມຄວາມສົມດູນລະຫວ່າງ ການຂະຫຍາຍຕົວທາງເສດຖະກິດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມ

ໃນໂອກາດກະກຽມໃຫ້ແກ່ການຈັດກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ ນໍ້າຂອງສາກົນ (ຄມສ) ຄັ້ງທີ 4 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ທີ່ຈະຈັດຂຶ້ນໃນລະ ຫວ່າງ ວັນທີ 2-5 ເມສາ 2023, ທີ່ນະຄອນຫລວງວຽງຈັນ, ທ່ານ ອານຸລັກ ກິດຕິຄຸນ ຫົວໜ້າກອງເລຂາ ຄມສ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນລາວຢູ່ນະຄອນຫລວງວຽງຈັນ ໃນຕອນບ່າຍວັນທີ 27 ມີນານີ້. ທ່ານໃຫ້ຮູ້ວ່າ: ໃນກອງປະຊຸມຄັ້ງນີ້ ຄມສ ຈະເຮັດໜ້າທີ່ອັນຍິ່ງໃຫຍ່ກວ່າເກົ່າໃນການສົ່ງເສີມການຂະຫຍາຍຕົວທາງເສດຖະກິດໃນລະດັບພາກພື້ນໃນອ່າງແມ່ນໍ້າຂອງຕອນລຸ່ມ ແລະ ໃນການປົກປ້ອງແມ່ນໍ້າອັນຍິ່ງໃຫຍ່ແຫ່ງນີ້ ເຊິ່ງກໍາລັງຕົກຢູ່ພາຍໃຕ້ໄພອັນຕະລາຍທີ່ກໍາລັງເພີ່ມຂຶ້ນເລື້ອຍໆ. ນອກຈາກນີ້ ກອງປະຊຸມຍັງຈະຮຽກຮ້ອງໃຫ້ເຫັນເຖິງ ຄວາມຈໍາເປັນໃນການທີ່ຕ້ອງມີນະວັດຕະກໍາໃໝ່ໆດ້ານນະໂຍບາຍ, ມີການນໍາໃຊ້ ວິທີການພັດທະນາໃໝ່ໆ ແລະ ມີເທັກໂນໂລຢີສະໄໝໃໝ່ ເພື່ອສົ່ງເສີມການຂະຫຍາຍຕົວທາງເສດຖະກິດ, ພ້ອມທັງ ຮັກສາຄວາມຍືນຍົງດ້ານສິ່ງແວດລ້ອມ.

ທ່ານ ອານຸລັກ ກິດຕິຄຸນ ໄດ້ຍົກໃຫ້ເຫັນຕື່ມວ່າ: ພາຍໃຕ້ຫົວຂໍ້ “ນະວັດຕະກໍາໃໝ່ ແລະ ການຮ່ວມມືເພື່ອຄໍ້າປະກັນຄວາມໜັ້ນຄົງດ້ານນໍ້າ ແລະ ເພື່ອການພັດທະ ນາແບບຍືນຍົງຂອງແມ່ນໍ້າຂອງ” ກອງປະຊຸມສຸດຍອດຄັ້ງນີ້ ຈະໄດ້ຕ້ອນຮັບບັນດາຜູ້ນໍາຈາກ ລາວ, ກໍາປູເຈຍ, ຫວຽດນາມ ແລະ ໄທ ທີ່ຈະຢໍ້າຄືນການສະໜັບສະໜຸນຂອງປະເທດເຫລົ່ານີ້ຕໍ່ກັບພາລະໜ້າທີ່ຂອງ ຄມສ ເຊິ່ງຈະເປັນການສົ່ງເສີມການຮ່ວມມືລະດັບພາກພື້ນ ແລະ ການພັດທະນາດ້ວຍຄວາມຮັບຜິດຊອບ ໃນບັນດາປະ ເທດແມ່ນໍ້າຂອງທັງສີ່ປະເທດ.

ບັນດາຜູ້ຕາງໜ້າການນໍາຂັ້ນສູງ ຈາກປະເທດຈີນ ແລະ ປະເທດມຽນມາ ແລະ ຍັງມີຜູ້ເຂົ້າຮ່ວມອີກປະມານ 600 ຄົນ ທີ່ຕາງໜ້າໃຫ້ບັນດາຄູ່ຮ່ວມພັດທະນາ, ບັນ ດາອົງການຈັດຕັ້ງ ທີ່ບໍ່ສັງກັດລັດຖະບານ, ສະຖານການສຶກສາ ແລະ ຂະແໜງການເອກະຊົນຈະເຂົ້າຮ່ວມກອງປະຊຸມນີ້ເຊັ່ນດຽວກັນ ເພື່ອສົນທະນາກ່ຽວກັບສະພາບ ການປັດຈຸບັນ ຂອງການພັດທະນາພາກພື້ນ, ບັນຫາທ້າທາຍ ແລະ ໂອກາດຕ່າງໆ ໃນອ່າງແມ່ນໍ້າແຫ່ງນີ້.

ໂດຍອີງຕາມ ບົດລາຍງານສະຖານະພາບຂອງອ່າງແມ່ນໍ້າຂອງທີ່ໄດ້ຈັດພິມເຜີຍ ແຜ່ໃນປີ 2019 ນັ້ນ, ບັນດາຕົວຊີ້ວັດດ້ານສິ່ງແວດລ້ອມຫຼາຍຕົວໄດ້ກາຍມາເປັນສີແດງທີ່ເຕຶອນໃຫ້ທຸກພາກສ່ວນຕ້ອງຮ່ວມກັນແກ້ໄຂໂດຍສະເພາະແມ່ນຕົວຊີ້ວັດທີ່ກ່ຽວຂ້ອງກັບການໄຫຼຂອງນໍ້າ ແລະ ການເຄື່ອນຍ້າຍຂອງຕະກອນ, ເຂດດິນທາມ, ເຂດສັນປັນນໍ້າ ແລະ ຊີວະນາໆພັນ.

ທ່ານ ອານຸລັກ ກິດຕິຄຸນ ເຊີ່ງເປັນຄົນລາວຄົນທໍາອິດທີ່ເຮັດໜ້າທີ່ເປັນຜູ້ນໍາສູງ ສຸດຂອງ ກອງເລຂາ ຄມສ ກ່າວຕື່ມວ່າ: ເພື່ອແກ້ໄຂບັນຫາທ້າທາຍຂອງແມ່ນໍ້າຂອງນັ້ນ, ຄມສ ເບິ່ງເຫັນເຖິງຄວາມຈໍາເປັນທີຈະຕ້ອງເອົາໃຈໃສໃນວຽກງານແລກປ່ຽນຂໍ້ ມູນ ແລະ ການປະສານງານກັບບັນດາໂຄງການກໍ່ສ້າງໂຄງລ່າງພື້ນຖານທາງນໍ້າ ແລະ ຈໍາເປັນຕ້ອງຫ້າວ ຫັນຫຼາຍຂຶ້ນໃນການວາງແຜນການລະດັບພາກພື້ນ ເພື່ອພັດທະ ນາໂຄງການຮ່ວມລົງທຶນຕ່າງໆ. ນອກຈາກນີ້ຍັງມີຄວາມຈໍາເປັນທີ່ຕ້ອງຮ່ວມງານຫຼາຍຂຶ້ນກັບປະເທດຈີນ ແລະ ປະເທດມຽນມາ ເພາະທັງ 6 ປະເທດ ຈະສາມາດຮ່ວມ ມືກັນປົກປ້ອງແມ່ນໍ້າຂອງ.

“ການຮ່ວມມືທີ່ດີກັບບັນດາຄູ່ຮ່ວມເຈລະຈາ ໄດ້ບັນລຸຜົນສໍາເລັດແລ້ວ. ຕົວຢ່າງ: ປະເທດຈີນ ໄດ້ຕົກລົງເຫັນດີທີ່ຈະສະໜອງຂໍ້ມູນອຸທົກກະສາດໃນຕະຫຼອດປີ ໃຫ້ ຄມສ. ສິ່ງດັ່ງກ່າວ ແມ່ນເປັນຂີດໝາຍອັນພົ້ນເດັ່ນໃນການຮ່ວມມືລະດັບພາກພື້ນ” ແລະ ຍັງໄດ້ໃຫ້ຮູ້ເພີ່ມຕື່ມອີກວ່າ ຂໍ້ມູນປະລິມານນໍ້າໄຫຼທີ່ມີຢູ່ນັ້ນ ຈະຊ່ວຍ ຄມສ ໃຫ້ສາມາດ ພະ ຍາກອນໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງໄດ້ມີປະສິດທິພາບຫຼາຍຂຶ້ນ ເພາະບັນດາຊຸມຊົນລຽບແຄມຝັ່ງນໍ້າຈະສາມາດກຽມຕົວເພື່ອຮອງຮັບການປ່ຽນ ແປງນັ້ນ.

ສໍາລັບ ຄມສ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1995 ພາຍໃຕ້ສັນຍາແມ່ນໍ້າຂອງສະບັບປີ 1995. ເຖິງວ່າ ປະເທດຈີນ ແລະ ປະເທດມຽນມາ ບໍ່ເປັນສະມາຊິກຂອງ ຄມສ ກໍ່ຕາມ ແຕ່ວ່າ ທັງສອງປະເທດຕົ້ນນໍ້ານີ້ ໄດ້ຮ່ວມມືເປັນຢ່າງດີກັບ ຄມສ ກ່ຽວກັບແຜນງານຫຼາຍຢ່າງ ເຊັ່ນ:ການສຶກສາຮ່ວມທີ່ກໍາລັງດໍາເນີນໄປຢູ່ ເພື່ອສ້າງຄວາມເຂົ້າໃຈເຖິງ ສະພາບການຂອງແມ່ນໍ້າ ທີ່ປ່ຽນແປງໄປ ແລະ ທັງສອງປະເທດນີ້ ຍັງໄດ້ສະແດງອອກໃຫ້ເຫັນເຖິງ ເຈດຕະນາເພື່ອສົ່ງເສີມການຮ່ວມມືໃຫ້ຫຼາຍຂຶ້ນກັບບັນດາປະເທດແມ່ນໍ້າຂອງຕອນລຸ່ມ ເຊິ່້ງນັ້ນເປັນຜົນມາຈາກ ການຮ່ວມມືຢ່າງຫ້າວ ຫັນຂອງ ຄມສ.

Cr: BT

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments