Saturday, September 21, 2024
Homeຂ່າວພາຍໃນກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XI

ກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XI

ກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XI, ໃນຫົວຂໍ້ ຍົກສູງຄວາມຮັບຜິດຊອບໃນການໂຕ້ແຍ່ງ-ໂຕ້ຖຽງໃຫ້ລະອຽດ, ຄົບຖ້ວນຮັບປະກັນໃຫ້ການຕັດສິນ, ພິພາກສາຄະດີໃຫ້ຖືກຕ້ອງ ແລະ ຍຸຕິທຳ ໄດ້ຈັດຂຶ້ນລະຫວ່າງວັນທີ 28-29 ມີນາ ນີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານກ່າວເປີດໂດຍທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ, ໂດຍມີຮອງປະທານສານປະຊາຊົນສູງສຸດ, ຮອງລັດຖະມົນຕີ, ອົງການ, ສານທະຫານ ແລະ ສານປະຊາຊົນທ້ອງຖິ່ນເຂົ້າຮ່ວມ.

ທ່ານ ນາງ ວຽງທອງ ສີພັນດອນ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XI ຄັ້ງນີ້ແມ່ນເປັນເຫດການໜຶ່ງທີ່ມີຄວາມໝາຍ ຄວາມສຳຄັນເປັນຢ່າງຍິ່ງ ໃຫ້ແກ່ການປະຕິບັດກົດໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍຜູ້ພິພາກສາ ຊຶ່ງມີຄວາມຈໍາເປັນ ແລະ ຖືເປັນວຽກຮີບດ່ວນ ເລັ່ງໃຫ້ສານປະຊາຊົນແຕ່ລະຂັ້ນ ໂດຍສະເພາະແມ່ນບັນດາທ່ານຜູ້ພິພາກສາ ໃນຂອບເຂດທົ່ວປະເທດຈະໄດ້ພ້ອມກັນຮັບຟັງການລາຍງານຂອງຜູ້ຕາງໜ້າສະພາຜູ້ພິພາກສາຈາກສານປະຊາຊົນສູງສຸດ, ສະຫຼຸບຕີລາຄາຄືນຜົນຂອງກອງປະຊຸມໃຫຍ່ຜູ້ພິພາກສາ ຄັ້ງທີ X ແລະ ວາງທິດທາງແຜນການກອງປະຊຸມໃຫຍ່ ຜູ້ພິພາກສາ ຄັ້ງທີ XI (2023-2025); ບັນດາທ່ານຜູ້ພິພາກສາຕາງໜ້າຄະນະສານຂອງສານປະຊາຊົນສູງສຸດ, ສານປະຊາຊົນທ້ອງຖິ່ນ (ສານປະຊາຊົນທັງ 3 ພາກ, ສານປະຊາຊົນແຂວງ-ນະຄອນຫຼວງ ແລະ ສານທະຫານຂັ້ນສູງ ຈະໄດ້ລາຍງານກ່ຽວກັບບັນຫາທີ່ກ່ຽວຂ້ອງກັບວຽກງານໃນການດໍາເນີນຄະດີຢູ່ສານໃຫ້ສອດຄ່ອງກັບຫຼັກການພື້ນຖານທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສານປະຊາຊົນ ຊຶ່ງຈະແມ່ນກອງປະຊຸມວິຊາການສະເພາະຜູ້ພິພາກສາ; ການກະກຽມຂະບວນການກອງປະຊຸມໃຫຍ່ຜູ້ພິພາກສາຄັ້ງທີ XI ພວກເຮົາໄດ້ພ້ອມກັນຕີລາຄາສັງລວມ ສະຖິຕິສານ ເພື່ອເປັນບ່ອນອີງການປະຕິບັດວຽກງານ ແລະ ການນຳໃຊ້ກົດໝາຍ ໄປພ້ອມໆກັບການປະເມີນນິຕິກໍາໃຫ້ສອດຄ່ອງກັບການຜັນຂະຫຍາຍແຜນພັດທະນາລະບົບສານ 5 ປີ (2021-2025); ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນກວດກາຄືນປະເດັນທີ່ມີຂໍ້ຜິດພາດຂອງຄໍາຕັດສິນສານຂອງສານປະຊາຊົນແຕ່ລະຂັ້ນ ແລະ ສານທະຫານ ໄປພ້ອມໆກັບການກໍານົດທິດທາງການປັບປຸງການຈັດຕັ້ງຂອງສານປະຊາຊົນ ເພື່ອຮັບປະກັນເງື່ອນໄຂ, ມາດຕະຖານ ແລະ ສ້າງສິ່ງອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນເຂົ້າເຖິງລະບົບສານຢ່າງທົ່ວເຖິງ.

ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ໄດ້ຜ່ານບົດສະຫຼຸບຕີລາຄາຜົນສໍາເລັດໃນການເຄື່ອນໄຫວປະຕິບັດມະຕິກອງປະຊຸມໃຫຍ່ຜູ້ພິພາກສາ ຄັ້ງທີ X ຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ (2023-2025) ໂດຍຫຍໍ້ວ່າ: ຕະຫຼອດໄລຍະ 2 ປີ ຜ່ານມາ ສານປະຊາຊົນແຕ່ລະຂັ້ນ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ X ຜ່ານມາ ໂດຍຕິດພັນກັບມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດ ແລະ ແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ IV (2021-2025), ເຫັນໄດ້ວ່າ ຜູ້ພິພາກສາ ແຕ່ລະທ່ານ ໂດຍລວມແມ່ນຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳ ຕີຖອຍປະກົດການຫຍໍ້ທໍ້ຢູ່ສານປະຊາຊົນແຕ່ລະຂັ້ນຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດສັດຊື່, ທ່ຽງທຳ, ລະບົບການຈັດຕັ້ງຂອງສານໄດ້ຮັບການປັບປຸງໃຫ້ໜັກແໜ້ນ ເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວ, ການບໍລິຫານສານ-ບໍລິຫານຄະດີມີຄຸນນະພາບ, ປະສິດທິພາບ, ພື້ນຖານວັດຖຸເຕັກນິກຂອງສານໄດ້ຮັບການປະກອບໃຫ້ເໝາະສົມ, ພຽງພໍກັບ ໜ້າທີ່ວຽກງານ, ຜູ້ພິພາກສາ ແລະ ພະນັກງານຂອງສານໂດຍລວມໄດ້ຮັບການຍົກລະດັບວິຊາສະເພາະ, ວິຊາການ ແລະ ພາສາຕ່າງປະເທດດີຂຶ້ນ, ການພິຈາລະນາຕັດສິນຄະດີມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ, ເຮັດໃຫ້ສັງຄົມມີຄວາມເຄົາລົບ, ເຊື່ອຖື, ເຊື່ອໝັ້ນ ຕໍ່ກັບການຕັດສິນຂອງສານຫຼາຍຂຶ້ນ. ຫາງສຽງຈົ່ມເວົ້າຂອງສັງຄົມ ຫຼຸດລົງເທື່ອລະກ້າວ, ປະຊາຊົນໄດ້ມີຄວາມຮັບຮູ້ ເຂົ້າໃຈເຖິງພາລະບົດບາດຂອງສານປະຊາຊົນຫຼາຍຂຶ້ນ; ສານປະຊາຊົນ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດເປັນຢ່າງດີ. ການຕິດຕາມກວດກາ ແລະ ປະເມີນການປະຕິບັດໜ້າທີ່ຂອງຜູ້ພິພາກສາໄດ້ມີການພັດທະນາ ໃຫ້ສາມາດຮູ້ໄດ້ ຜູ້ພິພາກສາດີ-ເກັ່ງ, ຮູ້ໄດ້ວຽກດີ ຄົນເກັ່ງ-ວຽກຈິງຄົນແທ້.

ການພິຈາລະນາແກ້ໄຂຄະດີແມ່ນໜ້າທີ່ການເມືອງຕົ້ນຕໍຂອງສານ ອັນໄດ້ເຮັດໃຫ້ການພິຈາລະນາແກ້ໄຂຄະດີຂອງສານແຕ່ລະຂັ້ນ ມີຄວາມວ່ອງໄວ ແລະ ມີຄຸນນະພາບດີຂຶ້ນ ສະແດງອອກນັບແຕ່ສໍາເລັດກອງປະຊຸມໃຫຍ່ຜູ້ພິພາກສາ ຄັ້ງທີ X ມາເຖິງປັດຈຸບັນ (2020-2022) ມີຄະດີເຂົ້າມາຢູ່ສານຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ ທັງໝົດ 21.547 ເລື່ອງ ທຽບໃສ່ຄັ້ງກ່ອນຫຼຸດລົງ 3.227 ເລື່ອງ, ຄະດີຄ້າງມາ 2.568 ເລື່ອງ, ລວມທັງໝົດ 24.115 ເລື່ອງ, ໄດ້ແກ້ໄຂແລ້ວ 20.733 ເລື່ອງ ເທົ່າກັບ 85,98% ຖ້າທຽບໃສ່ຄັ້ງກ່ອນຫຼຸດລົງ 3,25% ແລະ ຄະດີຍັງຄ້າງ 3.382 ເລື່ອງ, ຖ້າທຽບໃສ່ຄັ້ງຜ່ານມາເຫັນວ່າ ຄະດີຍັງຄ້າງສູງກວ່າຄັ້ງກ່ອນເຖິງ 477 ເລື່ອງ. ໂດຍສາມາດແຍກຄະດີຢູ່ສານແຕ່ລະຂັ້ນ ດັ່ງນີ້:

– ສານປະຊາຊົນເຂດ ມີຄະດີເຂົ້າມາ 7.016 ເລື່ອງ, ຄ້າງມາ 931 ເລື່ອງ, ລວມທັງໝົດ 7.947 ເລື່ອງ, ແກ້ໄຂແລ້ວ 6.822 ເລື່ອງ ເທົ່າກັບ 85,84%, ຍັງຄ້າງ 1.125 ເລື່ອງ.

– ສານປະຊາຊົນແຂວງ-ນະຄອນຫຼວງ ແລະ ສານທະຫານພາກ ມີຄະດີເຂົ້າມາ 11.146 ເລື່ອງ, ຄ້າງມາ 1.101 ເລື່ອງ, ລວມທັງໝົດ 12.247 ເລື່ອງ, ແກ້ໄຂແລ້ວ 10.726 ເລື່ອງ ເທົ່າກັບ 87,58%, ຍັງຄ້າງ 1.521 ເລື່ອງ ແລະ ມີຄະດີເປັນຂັ້ນອຸທອນຈາກສານປະຊາຊົນເຂດເຂົ້າມາ 971 ເລື່ອງ, ຄ້າງມາ 252 ເລື່ອງ, ລວມ 1.223 ເລື່ອງ, ແກ້ໄຂແລ້ວ 908 ເລື່ອງ ເທົ່າກັບ 74,24%, ຍັງຄ້າງ 315 ເລື່ອງ.

– ສານປະຊາຊົນພາກ ມີຄະດີເຂົ້າມາ 1.210 ເລື່ອງ, ຄ້າງມາ 138 ເລື່ອງ, ລວມທັງໝົດ 1.348 ເລື່ອງ, ແກ້ໄຂແລ້ວ 1.186 ເລື່ອງ ເທົ່າກັບ 87,98%, ຍັງຄ້າງ 162 ເລື່ອງ ແລະ ມີຄະດີເປັນຂັ້ນລົບລ້າງ ຈາກສານປະຊາຊົນແຂວງ-ນະຄອນຫຼວງວຽງຈັນ ເຂົ້າມາ 406 ເລື່ອງ, ຄ້າງມາ 40 ເລື່ອງ, ລວມ 446 ເລື່ອງ, ແກ້ໄຂແລ້ວ 397 ເລື່ອງ ເທົ່າກັບ 89,01%, ຍັງຄ້າງ 49 ເລື່ອງ.

– ສານປະຊາຊົນສູງສຸດ ມີຄະດີເຂົ້າມາ 632 ເລື່ອງ, ຄ້າງມາ 96 ເລື່ອງ, ລວມທັງໝົດ 728 ເລື່ອງ, ແກ້ໄຂແລ້ວ 575 ເລື່ອງ ເທົ່າກັບ 78,98% ຖ້າທຽບໃສ່ມະຕິກໍານົດ 85% ຖືວ່າການແກ້ໄຂຄະດີຂອງສານຂັ້ນລົບລ້າງສານປະຊາຊົນສູງສຸດ ຫຼຸດຄາດໝາຍ 6,02%, ຍັງຄ້າງ 153 ເລື່ອງ ແລະ ມີຄະດີທີ່ຫົວໜ້າອົງການໄອຍະການປະຊາຊົນສູງສຸດໄດ້ສະເໜີຮື້ຟື້ນ ເຂົ້າມາ 166 ເລື່ອງ, ຄ້າງມາ 10 ເລື່ອງ, ລວມ 176 ເລື່ອງ, ແກ້ໄຂແລ້ວ 119 ເລື່ອງ, ຍັງຄ້າງ 57 ເລື່ອງ.

(ຂ່າວ: ຕຸໄລເພັດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments