Saturday, September 21, 2024
Homeຂ່າວພາຍໃນກອງປະຊຸມຍຸດທະສາດໃນຂົງເຂດພັດທະນາວຽກງານບຸກຄະລາກອນຮັກສາສຸຂະພາບຕາ

ກອງປະຊຸມຍຸດທະສາດໃນຂົງເຂດພັດທະນາວຽກງານບຸກຄະລາກອນຮັກສາສຸຂະພາບຕາ

ກອງປະຊຸມຍຸດທະສາດໃນຂົງເຂດພັດທະນາວຽກງານບຸກຄະລາກອນຮັກສາສຸຂະພາບຕາໃນ ສປປ ລາວ ລະຫວ່າງມະຫາວິທະຍາໄລວິທະຍາສາດສຸຂະພາບ ແລະ ມູນນິທິເຟຣດໂຮໂລ ໄດ້ຈັດຂຶ້ນໃນວັນທີ 28 ມີນາ ນີ້ ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບ, ມີແຂກທີຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອປັບປຸງຫຼັກສູດການຝຶກອົບຮົມ, ກໍ່ສ້າງ ແລະ ສະໜັບສະໜູນບຸກຄະລາກອນແພດຕາໃຫ້ມີຄຸນວຸດທິ, ທັດສະນະ ແລະ ຄວາມຕັ້ງໃຈສໍາລັບສະໜອງໃຫ້ແກ່ການບໍລິການຮັກສາສຸຂະພາບຕາຢ່າງຮອບດ້ານ ເພີ່ມຈຳນວນວິຊາການຕາແຕ່ລະປະເພດໃຫ້ບັນລຸຕາມລະດັບມາດຖານຂອງ ອົງການອະນາໄມໂລກ (WHO) ໄດ້ກໍານົດໄວ້ ແລະ ຄວາມຕ້ອງການກັບເງື່ອນໄຂຢ່າງເໝາະສົມ. ລະບົບຮັກສາສຸຂະພາບຂອງອົງການອະນາໄມໂລກທີ່ມີ 6 ອົງປະກອບຫຼັກ ຫຼື 6 ເສົາຄໍ້າຫຼັກຄື: ການຊີ້ນໍາ ແລະ ໂຄງຮ່າງການຄຸ້ມຄອງ; ການເງິນກັບການຮັກສາສຸຂະພາບ; ບຸກຄະລາກອນດ້ານສຸຂະພາບ; ຢາ, ເຄື່ອງມືອຸປະກອນ ແລະ ເຕັກໂນໂລຊີ; ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ແລະ ການໃຫ້ບໍລິການ. ລະບົບສາ ທາລະນະສ່ວນໃຫຍ່ທີ່ຂຶ້ນກັບລັດຖະບານ ໂດຍມີລະດັບການບໍລິຫານ 3 ຂັ້ນຄື: ຂັ້ນສູນກາງ, ແຂວງ, ເມືອງ

ບຸກຄະລາກອນດ້ານສຸຂະພາບຕາ, ຍັງຂາດການປັບປຸງຫຼັກສູດການຮຽນ-ການສອນ, ຈໍານວນແພດຊ່ຽວຊານ, ໂດຍສະເພາະແພດຊ່ຽວຊານຕາຂັ້ນ 2 ຍັງຈໍາກັດ ຈໍານວນແພດແທກແວ່ນ-ຕັດແວ່ນຍັງຈໍາກັດ. ນັກສຶກສາແພດຫຼັງຮຽນຈົບທີ່ຕ້ອງການຢາກຮຽນຕໍ່ທ່ານໝໍຕາ, ໃບຢັ້ງຢືນການຮຽນ BED ຍັງນໍາໃຊ້ບໍ່ໄດ້ໃນການຍົກລະດັບຊັ້ນ ແລະ ຂັ້ນເງິນເດືອນ, ໃບຢັ້ງຢືນການຮຽນ ON ຫຼັກສູດ 4 ເດືອນຍັງນໍາໃຊ້ບໍ່ໄດ້ໃນການຍົກລະດັບຊັ້ນ ແລະ ຂັ້ນເງິນເດືອນ, ຄວາມຕ້ອງການ ແລະ ຄວາມພ້ອມຂອງພະຍາບານຕາ ແລະ ທ່ານໝໍຕາຍັງຈໍາກັດ. ໃນການຍົກລະດັບຄວາມຮູ້ລະບົບການຕິດຕາມ ແລະ ປະເມີນຜົນ. ຫຼັງການຝຶກອົບຮົມພະຍາບານຕາຂັ້ນເມືອງ ແລະ PEC ໃຫ້ແກ່ ອສບ ຍັງຈໍາກັດ ຂາດການຈັດຝຶກອົບຮົມຄືນໃຫ້ແກ່ແພດພະຍາບານຕາ ທີ່ຜ່ານການຝຶກອົບຮົມ ແລະ ຈັດຕັ້ງປະຕິບັດຢູ່ເຂດໂຮງໝໍເມືອງ, ທ່ານໝໍຕາ (BED) ແລະ ແພດພະຍາບານຕາຂັ້ນເມືອງມີໜ້າທີ່ຮັບຜິດຊອບວຽກງານອື່ນໆ, ມີການປ່ຽນຍ້າຍໜ້າທີ່ໃໝ່ໄປເລື້ອຍໆ.

ຄວາມຜິດປົກກະຕິຂອງສາຍຕາ ແມ່ນບັນຫາຕາທີ່ສຳຄັນໜຶ່ງ, ແມ່ນເກືອບໝົດທຸກຄົນໃນກຸ່ມອາຍຸ 40 ປີຂຶ້ນໄປ, ແຕ່ກຸ່ມທີ່ເປັນແມ່ນຍັງຕໍ່າ ປັດຈຸບັນເກືອບທຸກແຂວງມີຈຸງານບໍລິການແທກແວ່ນ-ຕັດແວ່ນ ບາງແຂວງຍັງດໍາເນີນການບໍລິການແທກແວ່ນ-ຕັດແວ່ນຕາເຄື່ອນທີ່ ເພື່ອຊ່ວຍຟື້ນຟູສາຍຕາໃຫ້ແກ່ຄົນເຈັບ ໂດຍສະເພາະຫຼັງຜ່າຕັດແກ່ນຕາຂຸ້ນ ເຖິງຢ່າງໃດກໍຕາມຈໍານວນຊ່າງແທກແວ່ນ-ຕັດແວ່ນຍັງມີຈໍານວນຈໍາກັດ ໃນທົ່ວປະເທດລວມທັງໝົດ 11 ຄົນ.

ຂ່າວ: ບຸນຕອມ, ພາບ: ບຸນອູ້ມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments