Sunday, September 22, 2024
Homeຂ່າວໜ້າໜຶ່ງສະຫຼຸບໂຄງການ ພ້ອມເປີດລະບົບການສຶກສາຊັ້ນສູງຂອງລາວ ສູ່ຍຸດທະສາດການຫັນເປັນສາກົນ

ສະຫຼຸບໂຄງການ ພ້ອມເປີດລະບົບການສຶກສາຊັ້ນສູງຂອງລາວ ສູ່ຍຸດທະສາດການຫັນເປັນສາກົນ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການ; ເປີດລະບົບການສຶກສາຊັ້ນສູງຂອງ ສປປ ລາວ ສູ່ຍຸດທະສາດການຫັນເປັນສາກົນ (Open Final Conference Internationalization of higher education in Laos: The way forward) ຂຶ້ນໃນວັນທີ 27 ມີນາ ຜ່ານມາ ທີ່ໂຮງແຮມລາວພາຊາ ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ທ່ານ Niall Leonard ທີ່ປຶກສາຂອງຄະນະສະຫະພາບເອີຣົບປະຈຳລາວ, ທ່ານ ຫຼ້າວັນ ວົງຄຳສານ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານນາງ ສິລິນທອນ ສັກລໍຄຳ ຫົວໜ້າກົມພົວພັນຕ່າງປະເທດກະຊວງ ສສກ, ມີຜູ້ຕາງໜ້າຈາກສະມາຊິກໂຄງການ OPEN ຈາກປະເທດຟີລິບປິນ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະ ນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຮຸ່ງເພັດ ຈັນທະວົງ ກ່າວວ່າ: ໃນໄລຍະຜ່ານມາໂຄງການ “OPEN” ມີບົດບາດສຳຄັນໃນການສົ່ງເສີມຄວາມເປັນສາກົນ ແລະ ເພີ່ມຂີດຄວາມສາມາດດ້ານການສຶກສາຂອງມະຫາວິທະຍາໄລໃນ ລາວ, ໂດຍຜ່ານການຮ່ວມມືກັບມະຫາວິທະຍາໄລຕ່າງໆໃນເຂດສະຫະພາບເອີຣົບ ເພື່ອຍົກສູງຄວາມຮູ້ຄວາມສາມາດຂອງພະນັກງານ, ຄູ-ອາຈານໂດຍຜ່ານການຮ່ວມມືທີ່ຫຼາກຫຼາຍ, ການແລກປ່ຽນແນວຄວາມຄິດເພື່ອເປີດມູມມອງໃໝ່ໃນວຽກງານສຶກສາໃຫ້ເລິກເຊິ່ງຍິ່ງຂຶ້ນ ພາຍໃນເຄືອຂ່າຍຂອງໂຄງການ ຊຶ່ງໂຄງ ການ “OPEN” ເປັນການຮ່ວມມືລະຫວ່າງມະຫາວິທະຍາໄລໃນສະຫະພາບເອີຣົບ (EU) ຊຶ່ງໄດ້ແກ່: ມະ ຫາວິທະຍາໄລ ALICANTA (ປະເທດແອັດສະປາຍ), ມະຫາວິທະຍາໄລ BOLOGNA (ປະເທດອີຕາລີ) ແລະ ກະຊວງ ສສກ ຂອງ ສປປ ລາວ ກັບອີກ 5 ມະຫາວິທະຍາໄລໃນ ສປປ ລາວ ຄື: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລຈຳປາສັກ, ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ ໃນການດຳເນີນກິດຈະກຳເພື່ອສົ່ງເສີມການສຶກສາຊັ້ນສູງຂອງລາວ ສູ່ຍຸດທະສາດການຫັນເປັນສາກົນໂດຍຜ່ານການຝຶກອົບຮົມ, ການແລກປ່ຽນຄວາມຮູ້.

ຜ່ານການປະຕິບັດໂຄງການ “OPEN” ໃນ ສປປ ລາວ ຕະຫຼອດໄລຍະເວລາ 3 ປີ (2020-2023) ສາມາດບັນລຸຕາມເປົ້າໝາຍທີ່ວາງໄວດັ່ງນີ້: 1. ເພີ່ມທະວີການຮ່ວມມືລະຫວ່າງສະຖາບັນ ແລະ ແລກປ່ຽນການປະຕິບັດທີ່ດີ ຜ່ານການວິເຄາະຄວາມຕ້ອງການສ້າງສະຖາບັນ, 2. ສ້າງຄວາມເຂັ້ມແຂງການຫັນເປັນສາກົນຂອງລະບົບການສຶກສາຊັ້ນສູງ ໂດຍສົ່ງເສີມການປະຕິຮູບການຄຸ້ມຄອງສະຖາບັນການສຶກສາຊັ້ນສູງ. ການສ້າງແຜນຍຸດທະສາດການຫັນເປັນສາກົນ ສຳລັບສະຖາບັນການສຶກສາຊັ້ນສູງໃນລາວ ແລະ ການສ້າງແຜນງານດ້ານນະໂຍບາຍເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດຍຸດທະສາດການຫັນເປັນສາກົນ, 3. ການຍົກລະດັບຄວາມສາມາດຂອງພະນັກງານຄຸ້ມຄອງ ແລະ ພະນັກງານບໍລິຫານໃນການແກ້ໄຂບັນຫາການຫັນເປັນສາກົນ ຜ່ານການຝຶກອົບຮົບໃນການປະຕິບັດຢ່າງຄົບຊຸດ, 4. ການສ້າງເຄືອຂ່າຍແຫ່ງຊາດ ແລະ ສົ່ງ ເສີມການເຂົ້າຮ່ວມເຄືອຂ່າຍຂອງໂຄງການເປີດ (OPEN) ໃນກອງປະຊຸມການສຶກສາຊັ້ນສູງລະດັບສາກົນ, 5. ເພີ່ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ບຸກຄົນທົ່ວໄປກ່ຽວກັບການຫັນເປັນສາກົນ ພາຍໃນສະຖາບັນການສຶກສາຊັ້ນສູງ.

ຈາກໝາກຜົນຂອງການດຳເນີນໂຄງການ “OPEN” ໃນໄລຍະຜ່ານມາ ຈຶ່ງເຮັດໃຫ້ເກີດມີການເຊັນບົດບັນທຶກຄວາມເຂົ້າໃຈ ການຫັນເປັນສາກົນຂອງເຄື່ອຂ່າຍມະຫາວິທະຍາໄລແຫ່ງຊາດລາວ ຮ່ວມກັນລະ ຫວ່າງກະຊວງ ສສກ ແລະ 5 ມະຫາວິທະຍາໄລພາກລັດຄື: ກະຊວງ ສສກ ຕາງໜ້າລົງນາມໂດຍທ່ານ ຫຼ້າວັນ ວົງຄຳສານ, ມະຫາວິທະຍາໄລແຫ່ງຊາດໂດຍທ່ານ ຮຸ່ງເພັດ ຈັນທະວົງ, ມະຫາວິທະຍາຈຳປາສັກໂດຍທ່ານ ບຸນມີ ພອນສະຫວັນ ອະທິການບໍດີ, ມະຫາວິທະຍາໄລສຸພານຸວົງໂດຍທ່ານ ວິໄຊ ຈັນສະຫວ່າງ ອະທິການບໍດີ, ມະຫາວິທະຍາໄລສະຫວັນນະເຂດໂດຍທ່ານ ສຸລິນຮອງ ໄຊໂກສີ ວ່າການອະທິການບໍດີ, ມະຫາວິທະຍາໄລວິທະຍາສາດສຸຂະພາບໂດຍທ່ານ ມາຍຟອງ ມາຍຊາຍ ຮອງອະທິການບໍດີ ເພື່ອດຳເນີນໂຄງການລວຍ (LUAI) ການຫັນເປັນສາກົນຂອງເຄື່ອຂ່າຍມະຫາວິທະຍາໄລໃນ ສປປ ລາວ ພາຍໃຕ້ການສະໜັບສະໜູນຈາກສະຫະພາບເອີຣົບ ເພື່ອສືບຕໍ່ການຍົກສູງການສຶກສາຊັ້ນສູງໃນ ສປປ ລາວ ໃຫ້ກາຍ ເປັນສະພາບແວດລ້ອມທີ່ມີລັກສະນະສາກົນຢ່າງແທ້ຈິງ ທັງເປັນຜູ້ທີ່ມີບົດບາດສຳຄັນໃນລະດັບສາກົນ. ສຳລັບພາລະກິດຂອງເຄື່ອຂ່າຍແມ່ນການສົ່ງເສີມການຫັນເປັນສາກົນ ໂດຍຜ່ານການຮ່ວມມືໃນການສ້າງຂີດຄວາມສາມາດ, ການຄົ້ນຄວ້າວິໄຈ, ການພັດທະນາຫຼັກສູດ ແລະ ການແລກປ່ຽນກັບບັນດາສະຖາບັນໃນພາກພື້ນ ແລະ ສາກົນ.

(ຂ່າວ- ພາບ: ວັນເພັງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments