Saturday, September 21, 2024
Homeຂ່າວພາຍໃນຄະນະການນຳຕ້ານໄພພິບັດຂັ້ນເມືອງລົງມອບເຂົ້າໃຫ້ປະຊາຊົນ 04 ບ້ານ

ຄະນະການນຳຕ້ານໄພພິບັດຂັ້ນເມືອງລົງມອບເຂົ້າໃຫ້ປະຊາຊົນ 04 ບ້ານ

ໃນວັນທີ 28 ມີນາ 2023 ນີ້ທາງຄະນະ ການນຳຕ້ານໄພພິບັດເມືອງຈຳພອນ ແຂວງສະຫວັນນະເຂດ,ນຳ ໂດຍ ທ່ານ ຄຳຕາ ສິນນະສອນ ຮອງເຈົ້າເມືອງຈຳພອນ ທັງເປັນປະທານຄະນະກຳມະຕ້ານໄພພິບັດຂັ້ນເມືອງ,ທ່ານ ບົວລາ ບຸນຍະເດດ ຮອງຫົວໜ້າ ຫ້ອງການ ແຮງງານ ສະຫວັດດີການສັງຄົມ ໄດ້ລົງມອບເຂົ້າສານ(ຈ້າວ)ຊ່ວຍເຫຼືອ ໃຫ້ແກ່ປະຊາຊົນ 04 ທີ່ທຸກຍາກຂາດເຂີນມີ: ບ້ານ ກະຫຼາງເໜືອ,ກະຫຼາງໃຕ້,ບ້ານ ຫ້ວຍໜາກເຍົາ,ບ້ານ ຄຳຕ໋ອງລ໋ອງ,ໃນການລົງມອບເຂົ້າສານໃນຄັ້ງນີ້ ທາງການນຳຂອງເມືອງ ແມ່ນ ໄດ້ມອບເຂົ້າສານ ໃຫ້ແກ່ຄອບຄົວຜູ້ທຸກຍາກ ບ້ານ ກະຫຼາງເໜືອ ມີ 22 ຄອບຄົວ,ໄດ້ມອບເຂົ້າສານ ໃຫ້ 23 ສອບ ມີມູນຄ່າ 9,200,000 ກີບ,ບ້ານ ກະຫຼາງໃຕ ມີຄອບຄົວຜູ້ທຸກຍາກ ມີ 10 ຄອບຄົວ,ໄດ້ມອບເຂົ້າສານ ໃຫ້ 11 ສອບ ມີມູນຄ່າ 4,400,000 ກີບ,ບ້ານ ຫ້ວຍໜາກເຍົາ ມີຄອບຄົວທຸກຍາກ ມີ 30 ຄອບຄົວ,ໄດ້ມອບເຂົ້າສານ ໃຫ້ 30 ສອບ ມີມູນຄ່າ 12,000,000 ກີບ ແລະ ບ້ານຄຳຕ໋ອງລ໋ອງ ມີຄອບຄົວຜູ້ທຸກຍາກ ມີ 47 ຄອບຄົວ ແລະໄດ້ມອບເຂົ້າສານ ໃຫ້ 46 ສອບ ມີມູນຄ່າ 18,400,000 ກີບ,ລວມທັງໝົດໃນການລົງມອບເຂົ້າສານ(ຈ້າວ) ແມ່ນ ມີມູນຄ່າທັງໝົດ 44,000,000 ກີບ(ສີ່ສີບສີ່ລ້ານກີບ),ເປັນກຽດມອບ ໂດຍ ທ່ານ ຄຳຕາ ສິນນະສອນ ຮອງເຈົ້າເມືອງໆຈຳພອນ ຮັບໂດຍ ນາຍບ້ານ ແລະ ປະຊາຊົນທັງ 04 ບ້ານ.

#Savannakhet#Medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments