Home ຂ່າວໜ້າໜຶ່ງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ, ພົບປະໂອ້ລົມຄະນະປະຈຳ, ການນຳຫຼັກແຫຼ່ງ ແລະ ຊຸກຍູ້ພື້ນຖານການຜະລິດຂອງ ແຂວງເຊກອງ.

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ, ພົບປະໂອ້ລົມຄະນະປະຈຳ, ການນຳຫຼັກແຫຼ່ງ ແລະ ຊຸກຍູ້ພື້ນຖານການຜະລິດຂອງ ແຂວງເຊກອງ.

0
496

ໃນວັນທີ່ 24 ມີນາ 2023 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມການນຳຫຼັກແຫຼ່ງ ແລະ ພະນັກງານຢູ່ ແຂວງເຊກອງໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງ ພ້ອມພະນັກງານຫຼັກແຫຼ່ງໃຫ້ການຕ້ອນຮັບ ພ້ອມລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງໃຫ້ຊາບ. ເຊີ່ງແຂວງໄດ້ເປັນເຈົ້າການນຳພາ-ຊີ້ນຳ ການປັບປຸງເນື້ອໃນ ແລະ ວິທີການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທົ່ວປວງຊົນຮອບດ້ານຂອງພັກ ສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖີ່ນ, ເລັ່ງໃສ່ປັບປຸງ ປກສ ກຸ່ມ,ປກສ ບ້ານ ແລະ ກອງຫລອນບ້ານໃຫ້ມີຄວາມເຂັ້ມແຂງ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ອັນພົ້ນເດັ່ນໄດ້ປຸກລະດົມນັກທຸລະກິດຜູ້ປະກອບການທີ່ລົງທຶນພາຍໃນແຂວງເຊກອງ ແລະ ຕ່າງແຂວງປະກອບສ່ວນສ້າງສູນບຳບັດຢາເສບຕິດ, ປະຈຸບັນກຳລັງສຸມໃສ່ກໍ່ສ້າງ-ສ້ອມແປງສູນບຳບັດຢາເສບຕິດ ຄາດວ່າຈະສຳເລັດໃນປີ 2023 ນີ້. ດ້ານວຽກການເມືອງ-ແນວຄິດ: ສະພາບແນວຄິດ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ແມ່ນຍັງມີແນວຄິດເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຄອງບໍລິຫານຂອງລັດ, ບໍ່ຫວັ່ນໄຫວ ໃນສະພາບເງື່ອນໄຂທີ່ປະເທດຊາດກໍຄືທ້ອງຖິ່ນແຂວງເຊກອງພົບບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະ ກິດການເງິນ.ໄດ້ນຳພາ-ຊີ້ນຳ ຄະນະພັກທຸກຂັ້ນຈັດຕັ້ງເຜີຍແຜ່ເຊື່ອມຊຶມຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ,ກົດລະບຽບສະໃໝທີ 11 ຂອງພັກ,ມະຕິ 10 ຂອງອົງຄະນະພັກແຂວງ ໂດຍຕິດພັນກັບການການປາຖະກະຖາມູນເຊື້ອວັນສຳຄັນ ຂອງພັກ-ຂອງຊາດ ແລະ ສາກົນເປັນປົກກະຕິຕໍ່ເນື່ອງ.

ໂອກາດພົບປະ, ເຮັດວຽກນຳຄະນະປະຈຳຂອງແຂວງເຊກອງ ທ່ານເລຂາທິກາໃຫຍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ແຂວງຍາດມາໄດ້ ແລະ ໄດ້ມີຄຳເຫັນຊີ້ນຳຈຳນວນໜຶ່ງຕໍ່ຄະນະປະຈຳພັກແຂວງໄດ້ ເອົາໃຈໃສ່ເປັນຕົ້ນ ລົງເລິກວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ, ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ, ສົ່ງເສີມການພະລິດເປັນສິນຄ້າຂອງປະຊາຊົນໃຫ້ມີໜໍ່ແໜງໃໝ່, ຂຸດຄົ້ນບັນດາທ່າແຮງຂອງແຂວງ ຕິດພັນກັບການຄຸ້ມຄອງ, ນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບຕາມທິດຍືນຍົງ, ເອົາການປັບປຸງຄຸນນະພາບ ຂອງວຽກພັກ-ພະນັກງານ ເປັນອັນຕັດສິນການປະຕິບັດທຸກຂົງເຂດວຽກງານ.ເນື້ອໃນຕົ້ນຕໍຂອງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ແຕ່ລະຄັ້ງຂອງພັກ, ທໍາອິດແມ່ນການຈັດຕັ້ງເຊື່ອມຊຶມ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈເປັນເອກະພາບມະຕິຂອງສູນກາງພັກ, ຍຸດທະສາດການພັດທະນາຂອງສູນກາງຕິດພັນກັບການສ້າງຄວາມເຂົ້າໃຈ ກ່ຽວກັບສະຖາ ນະການ, ສະພາບການຂອງຂະແໜງການ ແລະ ທ້ອງຖິ່ນ; ພ້ອມກັນນັ້ນ ກໍ່ເຫັນໄດ້ບັນຫາຜົນສໍາເລັດ, ຂໍ້ຄົງຄ້າງ, ບົດຮຽນທີ່ຜ່ານມາເພື່ອສະແດງຄວາມຕັດສິນໃຈສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ. ແມ່ນໜ້າທີ່ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ໂດຍສະເພາະແມ່ນຜູ້ເປັນຫົວໜ້າຢູ່ແຕ່ລະບ່ອນ ໃນການຕິດຕາມ, ກວດກາ, ຊີ້ນໍາ, ຊຸກຍູ້ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຂອງບັນດາອົງການຈັດຕັ້ງພັກ, ອົງການປົກຄອງ ແລະ ບັນດາອົງການຈັດຕັ້ງທາງສັງຄົມທີ່ຂຶີ້ນກັບຄວາມຮັບຜິດຊອບຂອງຕົນ ເພື່ອສະຫຼຸບຕີລາຄາ, ປະເມີນຜົນ ແລະ ລາຍງານຄະນະບໍລິຫານງານສູນກາງພັກ ກໍ່ຄື ຄະນະພັກຂັ້ນເທິງຢ່າງເປັນປົກກະຕິຕາມເວລາທີ່ໄດ້ກໍານົດໄວ້.ໃນໂອກາດດັ່ງກ່າວທາງຄະນະໄດ້ໄປຢ້ຽມຢາມໂຄງການຂຸດຄົ້ນຖ່ານຫີນ ຂອງບໍລິສັດ ພະລັງງານໄຟຟ້າເຊກອງ ຈໍາກັດ ພັດທະນາໂດຍ ກຸ່ມບໍລິສັດ ພອນສັກ ຈໍາກັດ ບໍລິສັດ ພະລັງງານໄຟຟ້າເຊກອງ ຈໍາກັດ ທີ່ມີກິດຈະການໃນການ ສຶກສາ, ສໍາຫຼວດ, ພັດທະນາ, ກໍ່ສ້າງ, ຂຸດຄົ້ນ, ປຸງແຕ່ງ ແລະ ເຮັດ ການຕະຫຼາດ ຖ່ານຫີນ ທີ່ເມືອງ ຕະໂອ້ຍ, ແຂວງ ສາລະວັນ ແລະ ເມືອງ ກະລຶມ, ແຂວງ ເຊກອງ, ພ້ອມນັັ້ນຍັງພັດທະນາໂຄງການໂຮງໄຟຟ້າຖ່ານຫີນທີ່ຕັ້ງຢູ່ປາກເໝືອງຖ່ານຫີນ ເຊິີ່ງຕັັ້ງຢູ່ເມືອງ ກະລຶມ, ແຂວງ ເຊກອງ, ຖ່ານຫີນທີ່ຂຸດຄົ້ນໃນເນື້ອທີ່ສໍາປະທານແມ່ນມີຄຸນະພາບສູງ ແລະ ນໍາມາປຸງແຕ່ງເພືີ່ອຈໍາໜ່າຍໃຫ້ລູກ ຄ້າທັງພາຍໃນ ແລະ ຕ່າງປະເທດ.

ໃນໂອກາດດັ່ງກ່າວນີ້ທີ່ທາງໄດ້ໄປຢ້ຽມຢາມພື້ນຖານການຜລິດຈຳນວນນຶ່ງເປັນຕົ້ນ ຢ້ຽມຢາມຟາມໄກ່ໄຂ່ ແສງລ່ຳຟາມຄົບວົງຈອນຈຳກັດ ໃນເນື້ອທີ່ 2 ແຮັກຕາ, ໂດຍຟາມດັ່ງກ່າວປະຈຸບັນມີຟາມໄກ່ໄຂ່ຢູ່ສາມຫຼັງສາມາດບັນຈຸໄກ່ໄຂ່ໄດ້ 18 ພັນໂຕ ແລະ ເກັບໄຂ່ໄດ້ 16 ພັນໜ່ວຍຕໍ່ວັນ ແລະ ສາມາດສະໜອງໃຫ້ແກ່ຕະຫຼາດພາຍໃນແຂວງໄດ້ຢ່າງພຽງພໍ່ ແລະ ຍັງເຫຼືອສົ່ງຈຳໜ່າຍຕ່າງແຂວງຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here