Saturday, September 21, 2024
Homeຂ່າວໜ້າໜຶ່ງກົງສູນໃຫ່ຍ ສສ ຫວຽດນາມ ປະຈໍາພາກໃຕ້ ອວຍພອນການນຳແຂວງເຊກອງ ໃນໂອກາດປີໃໝ່ລາວ ພສ 2566

ກົງສູນໃຫ່ຍ ສສ ຫວຽດນາມ ປະຈໍາພາກໃຕ້ ອວຍພອນການນຳແຂວງເຊກອງ ໃນໂອກາດປີໃໝ່ລາວ ພສ 2566

ວັນທີ 25 ມີນາ 2023, ທີ່ຫ້ອງວ່າການ ແຂວງເຊກອງ ທ່ານ ຫງວຽນ ວັນຈຸງ ກົງສຸນໃຫຍ່ແຫ່ງ ສສ ຫວຽດນາມ ປະຈໍານະຄອນປາກເຊ ແຂວງຈຳປາສັກ ສປປ ລາວ ພ້ອມຄະນະ ເຂົ້າອວຍພອນ ທ່ານເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ ພ້ອມຄະນະນໍາຂອງແຂວງ ເນື່ອງໃນໂອກາດ ປີໃໝ່ລາວ ພສ 2566 ທີ່ຈະມາເຖິງໃນມໍ່ໆນີ້, ທັງນີ້ກໍເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຂອງສອງພັກ, ສອງລັດ, ປະຊາຊົນສອງຊາດລາວ-ຫວຽດ ກໍ່ຄືແຂວງເຊກອງກັບບັນດາແຂວງຂອງ ສສ ຫວຽດນາມໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ.

ໃນໂອກາດດັ່ງກ່າວ ທ່ານ ເຫຼັກໄຫຼ ສີວິໄລ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ໄມຕີຈິດມິດຕະພາບ ທີ່ເຕັມໄປດ້ວຍຄວາມສາມັກຄີຮັກແພງສະໜິດສະໜົມຖານສະຫາຍອ້າຍນ້ອງ ເຊິ່ງໄດ້ສະແດງເຖິງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະພາະແມ່ນ ລະຫວ່າງແຂວງເຊກອງ ກັບບັນດາແຂວງ, ນະຄອນພາກກາງ ແລະ ພາກໃຕ້ ສສ ຫວຽດນາມ ຊຶ່ງຍາມໃດກໍ່ໄດ້ຮັບການເສີມຂະຫຍາຍໃຫ້ເກີດດອກອອກຜົນ, ກ້າວເຂົ້າສູ່ລວງເລິກຕະຫຼອດມາ. ພ້ອມນີ້, ທ່ານເຈົ້າແຂວງເຊກອງ ກໍ່ໄດ້ຍົກໃຫ້ເຫັນຜົນສຳເລັດການຮ່ວມມືຮອບດ້ານ ກໍຄືການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ໃນປີ 2022 ຜ່ານມາ, ແຜນການພົວພັນຮ່ວມມືກັບບັນດາແຂວງພາກກາງ ແລະ ພາກໃຕ້ ສສ ຫວຽດນາມ ໃນປີ 2023, ຈາກນັ້ນທ່ານເຈົ້າແຂວງຍັງສະເໜີກົງສູນໃຫຍ່ ປະຈໍານະຄອນປາກເຊ ສືບຕໍ່ຊ່ວຍເຫຼືອແຂວງເຊກອງໃນການເປັນຂົວຕໍ່, ປະສານງານ ແລະ ອໍານວຍຄວາມສະດວກໃຫ້ແກ່ແຂວງເຊກອງ ໃນການພົວພັນຮ່ວມມື ກໍ່ຄືການຜັນຂະຫຍາຍເນື້ອໃນການຮ່ວມມືກັບບັນດາແຂວງພາກກາງ, ພາກໃຕ້ ສສ ຫວຽດນາມຕື່ມອີກ.

ໂອກາດນີ້ ທ່ານ ຫງວຽນ ວັນຈຸງ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານເຈົ້າແຂວງ ກໍ່ຄືການນໍາແຂວງເຊກອງ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງລາຍງານແຜນການເຄື່ອນໄຫວໃນຕໍ່ໜ້າກ່ຽວກັບການພົວພັນຮ່ວມມື ລະຫວ່າງ ຫວຽດນາມ-ລາວ ແລະ ຂໍການຮ່ວມມືສະໜັບສະໜູນ, ອໍານວຍຄວາມສະດວກ ຊາວຫວຽດນາມທີ່ມາເຄື່ອນໄຫວດໍາເນີນທຸລະກິດ ແລະ ດໍາລົງຊີວິດຢູ່ແຂວງເຊກອງ. ພ້ອມທັງ ອວຍພອນໄຊອັນປະເສີດມາຍັງທ່ານເຈົ້າແຂວງ, ຄະນະນໍາ ຕະຫຼອດຮອດປະຊາຊົນບັນດາເຜົ່າຊາວແຂວງເຊກອງ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນຫນ້າທີ່ການງານທຸກປະການ. ອວຍພອນ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ເວົ້າສະເພາະ ລະຫວ່າງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳນະຄອນປາກເຊ ກັບ ແຂວງເຊກອງ ໃຫ້ເພິ່ມພູນຄູນສ້າງຈະເລີນງອກງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ. ໂອກາດດຽວກັນນີ້, ການນໍາແຂວງເຊກອງ ຍັງໄດ້ຈັດພິທີບາຍສີມັດແຂນໃຫ້ຄະນະກົງສຸນໃຫຍ່ ສສ ຫວຽດນາມ ປະຈໍານະຄອນປາກເຊ ແຂວງຈຳປາສັກ ສປປ ລາວ ພ້ອມຄະນະ ເພື່ອໃຫ້ເປັນສີລິມຸງຄຸນແກ່ຄະນະຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments