Sunday, September 22, 2024
Homeຂ່າວຕ່າງປະເທດລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບ ເລີ່ມໃຫ້ບໍລິການແລ້ວ

ລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບ ເລີ່ມໃຫ້ບໍລິການແລ້ວ

ຕາມ​ຂ່າວ​ຈາກ​ຈີນ ວັນ​ທີ 24 ​ມີນາ​ນີ້, ການ​ເປີດ​ເສັ້ນທາງລົດ​ໄຟຂົນ​ສົ່ງ​ສິນຄ້າຈາກ​ນະຄອນຫລວງປັກ​ກິ່ງ ​ໄປ​ຍັງ​ເອີຣົບ ​ເປັນ​ໄປ​ຕາມ​ແຜນຂອງ​ລັດຖະບານ ສປ ຈີນ​ ​ເພື່ອ​ພັດທະນາ​ເມືອງ​ສູນ​ກາງ​ບໍລິ​ໂພ​ກສາກົນ ​ໂດຍ​ລົດ​ໄຟບັນທຸກ​ສິນຄ້າ 55 ຕູ້ ​ເກັບ​ສິນຄ້າ (​ຄອນ​ແທນ​ເນີ) ​ແລ່ນອອກ​ຈາກນະຄອນຫລວງປັກ​ກິ່ງ ​ຂອງ ສປ ​ຈີນ ​ໄປ​ຍັງ​ນະຄອນຫລວງ​ມົດ​ສະ​ກູ ​ຂອງຣັດ​ເຊຍ.

ນັບ​ເປັນ​ການ​ເປີດບໍລິການລົດ​ໄຟ​ຂົນ​ສົ່ງ​ສິນຄ້າ ລະຫວ່າງ​ ສປ ຈີນ ​ແລະ ​ເອີຣົບ ​ໂດຍ​ກົງ​ຈາກ​ ສປ ຈີນ ​ເປັນຄັ້ງທຳ​ອິດ ​ໂດຍ​ສະ​ເພາະ​ສິນຄ້າປະ​ເພດເຄື່ອງ​ນຸ່ມ​ຫົ່ມ, ເຄື່ອງໃຊ້ໃນເຮືອນ ແລະ ​ເຄື່ອງກໍ່ສ້າງປະ​ເພດ​ຕ່າງໆ ອອກຈາກສູນຂົນສົ່ງສິນຄ້າ ຂອງເມືອງ​ເຂດ​ຜິ​ງກູ (Pinggu), ທາງທິດຕາເວັນອອກສຽງເໜືອ ຂອງນະຄອນຫລວງປັກກິ່ງ ແລະ​ ອອກ​ຈາກ​ ສປ ຈີນ ​ຜ່ານ​ດ່ານ​ ຊາຍ​ແດນ ໝ່າ​ນຈູ​ຫລີ (Manzhouli) ​ໃນ​ເຂດ ​ປົກຄອງ​ຕົນ​ເອງ​ ມົງ​ໂກ​​ເລຍ​ໃນທາງພາກ​ເໜືອ ​ຂອງ ສປ ​ຈີນຄາດ​ວ່າ​ ຈະ​ໄປ​ຮອດ​ ມົດສະກູ​​ ໂດຍ​ໃຊ້​ເວລາ 18 ວັນ, ​ໃນ​ໄລຍະ​ທາງ ​ປະມານ 9.000 ກິ​ໂລ​ແມັດ.

ນອກ​ນີ້ ​ໃນ​ທ້າຍປີ​ນີ້ີ້ ຈະ​ເປີດ​ບໍລິການ ​ລົດ​ໄຟ 30 ຂະ​ບວນ ຕໍ່​ເດືອນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments