Sunday, September 22, 2024
Homeຂ່າວຕ່າງປະເທດລາຍການສໍານວນເກົ່າ ທີ່ທ່ານ ສີຈິ້ນຜິງ ມັກ ສະບັບພາສາຣັດເຊຍເລີ່ມອອກອາກາດຢູ່ ຣັດເຊຍ

ລາຍການສໍານວນເກົ່າ ທີ່ທ່ານ ສີຈິ້ນຜິງ ມັກ ສະບັບພາສາຣັດເຊຍເລີ່ມອອກອາກາດຢູ່ ຣັດເຊຍ

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ຫວ່າງມໍ່ໆມານີ້, ເນື່ອງໃນໂອກາດທ່ານ ສີຈິ້ນຜິງ ປະທານປະເທດຈີນ ຢ້ຽມຢາມຣັດເຊຍ ທາງລັດຖະກິດ, ລາຍການສໍານວນເກົ່າທີ່ທ່ານ ສີຈິ້ນຜິງ ມັກສະບັບພາສາຣັດເຊຍ ໄດ້ເລີ່ມອອກອາກາດຢູ່ສະຖານີໂທລະພາບສໍາຄັນຕ່າງໆ ຂອງຣັດເຊຍ.

ລາຍການສໍານວນເກົ່າທີ່ທ່ານ ສີຈິ້ນຜິງ ມັກ ໄດ້ຕັ້ງໃຈຄັດເລືອກຕຳນານບູຮານ ແລະສຳນວນອຳມະຕະທີ່ທ່ານ ສີຈິ້ນຜິງ ໄດ້ເອົາມານຳໃຊ້ໃນບົດປາໄສ, ບົດຄວາມ ແລະການສົນທະນາທີ່ສຳຄັນຕ່າງໆ, ໂດຍໄດ້ປິ່ນອ້ອມຫົວຂໍ້ “ເຮັດແທ້ທຳຈິງ” “ຈົງຮັກພັກດີ” “ຄວາມໜ້າເຊື່ອຖື” “ຮ່ວມກັນຊົມໃຊ້” ແລະ “ສີຂຽວ” ເປັນຕົ້ນ, ບັນລະຍາຍຄວາມໝາຍໃນຍຸກໃໝ່ ແລະຄ່ານິຍົມລັກສະນະທົ່ວໂລກທີ່ແອບແຝງຢູ່ໃນວັດທະນະທຳທີ່ເປັນມູນເຊື້ອຂອງຈີນ.

ທ່ານ ເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຜູ້ອໍານວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ກ່າວວ່າ: ປີນີ້ແມ່ນທ່ານ ສີຈິ້ນຜິງ ສະເໜີແນວຄວາມຄິດກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດຄົບຮອບ 10 ປີ, ທັງແມ່ນທ່ານ ສີຈິ້ນຜິງ ສະເໜີຂໍ້ລິເລີ່ມກ່ຽວກັບການຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ຄົບຮອບ 10 ປີ. ລາຍການ ສໍານວນເກົ່າທີ່ທ່ານ ສີຈິ້ນຜິງ ມັກ ສະບັບພາສາຣັດເຊຍ ອອກອາກາດຢູ່ຣັດເຊຍແມ່ນມີຄວາມໝາຍພິເສດ. ວິທະຍຸ ໂທລະພາບສູນກາງຈີນ ຍິນດີຮ່ວມກັບສື່ມວນຊົນຣັດເຊຍ ເສີມຂະຫຍາຍບົດບາດຂອງສື່ມວນຊົນຫລັກ, ສົ່ງເສີມການແລກປ່ຽນ ແລະຖອດຖອນບົດຮຽນລະຫວ່າງສອງປະເທດ ຈີນ-ຣັດເຊຍ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments