Saturday, September 21, 2024
Homeຂ່າວຕ່າງປະເທດນ້ຳທົ່ວໂລກກຳລັງຫຼຸດລົງ ເພາະການບໍລິໂພກຫຼາຍເກີນໄປ

ນ້ຳທົ່ວໂລກກຳລັງຫຼຸດລົງ ເພາະການບໍລິໂພກຫຼາຍເກີນໄປ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 23 ມີນາ ຜ່ານມາ, ອົງການສະຫະປະຊາຊາດ (UN) ໄດ້ກ່າວໃນກອງປະຊຸມກ່ຽວກັບຄວາມໝັ້ນຄົງທາງນ້ຳຄັ້ງທຳອິດໃນຮອບເກືອບເຄິ່ງສະຕະວັດ ເພື່ອເຕືອນລັດຖະບານຂອງປະເທດຕ່າງໆໃນການບໍລິຫານຈັດການນ້ຳ ຊຶ່ງເປັນໜຶ່ງໃນຊັບພະຍາກອນທີ່ໃຊ້ຮ່ວມກັນຂອງມະນຸດໃຫ້ດີຍິ່ງຂຶ້ນ.

UN ລະບຸວ່າ 1 ໃນ 4 ຂອງປະຊາກອນໂລກອາໄສນໍ້າດື່ມທີ່ບໍ່ປອດໄພ ສ່ວນອີກຈຳນວນເຄິ່ງໜຶ່ງຂາດສຸຂະອະນາໄມຂັ້ນພື້ນຖານ ຊຶ່ງໃນຂະນະດຽວກັນ, ເກືອບ 3 ໃນ 4 ຂອງໄພທິບັດຕ່າງໆທົ່ວໂລກທີ່ເກີດຂຶ້ນເມື່ອບໍ່ດົນມານີ້ລ້ວນແຕ່ມີຄວາມກ່ຽວຂ້ອງກັບນ້ຳ. ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິິການ UN ກ່າວວ່າ ພວກເຮົາກຳລັງສູບເລືອດທີ່ຈຳເປັນສຳລັບຊີວິດຂອງມະນຸດ ຜ່ານການບໍລິໂພກທີ່ຫຼາຍເກີນໄປ ແລະ ການໃຊ້ທີ່ບໍ່ຍືນຍົງລວມເຖິງການທີ່ນ້ຳລະເຫີຍເພາະຄວາມຮ້ອນຂອງໂລກ. ທ່ານນາງ ລິນດາ ໂທມັສ-ກຣີນຟິນ ເອກອັກຄະລັດຖະທູດອາເມຣິກາປະຈຳ UN ກ່າວວ່າ: ອາເມຣິກາຈະລົງທຶນ 49.000 ລ້ານໂດລາ ໃນດ້ານນໍ້າ, ສຸຂະອະນາໄມໃນບ້ານ ແລະ ທົ່ວໂລກພ້ອມທັງກ່າວຕື່ມວ່າ ເງິນຈຳນວນນີ້ຈະຊ່ວຍສ້າງວຽກເຮັດງານທຳ, ປ້ອງກັນຄວາມຂັດແຍ່ງ, ປົກປ້ອງສຸຂະພາບຂອງປະຊາຊົນ, ຫຼຸດຄວາມສ່ຽງຂອງຄວາມທຸກຍາກ ແລະ ອຶດຫີວລວມທັງຊ່ວຍຕອບສະໜອງຕໍ່ການປ່ຽນແປງສະພາບອາກາດ ແລະ ໄພທິບັດທາງທຳມະຊາດ.

ເຖິງແມ່ນວ່າຈະມີແຜນປະຕິບັດການຫຼາຍຮ້ອຍສະບັບທີ່ຖຶືກສົ່ງໄປຍັງ UN ກ່ອນທີ່ກອງປະຊຸມຈະເລີ່ມຂຶ້ນ ແຕ່ກຸ່ມວິໄຈຂອງສະຖາບັນຊັບພະຍາກອນໂລກ (WRI) ລະບຸວ່າ ຂະນະທີ່ຄຳໝັ້ນສັນຍາບາງຢ່າງຈະຊ່ວຍເປັນແຮງບັນດານໃຈ ແຕ່ມີຄຳສັນຍາອີກຈຳນວນຫຼາຍທີ່ບໍ່ສາມາດບັນລຸເປົ້າໝາຍໄດ້ ຊຶ່ງສ່ວນໃຫຍ່ເກີດຈາກການຂາດເງິນທຶນ, ການຂາດເປົ້າໝາຍການດຳເນີນງານ ຫຼື ການປ່ອຍປະລະເລີຍໃນການຈັດການກັບການປ່ຽນແປງສະພາບອາກາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments